ໂຮເກຣດ ຫຼື ໂຮວີດທຸກຊະນິດ ເປັນຄາໂບໄຮເດຣດທີ່ຮ່າງກາຍຍ່ອຍແບບຄ່ອຍເປັນຄ່ອຍໄປ ແລະ ຍັງອຸດົມໄປດ້ວຍແມັກນີຊຽມ ຕົວຊ່ວຍດີໆຂອງເລືອດນຳ.
ສ່ວນປະສົມ: ໝາກເຫຼ່ນໃຫຍ່ຊອຍບາງ 3 ໜ່ວຍ, ຫົວຜັກບົ່ວໃຫຍ່ຊອຍບາງໆ 1/2 ຫົວ, ເຂົ້າໜົມປັງໂຮວີດ ຫຼື ເຂົ້າຈີ່ 6 ແຜ່ນ, Cheddar Cheese 6 ແຜ່ນ, ມາຢອງເນດ 2 ບ່ວງແກງ, ພິກໄທໂຮຍໜ້າ.
ວິທີປຸງແຕ່ງ:
ເອົາເຂົ້າໜົມປັງວາງໃສ່ຈານ ຫຼື ຖາດທີ່ຈະອົບແລ້ວທາມາຍອງເນດ, ຕາມດ້ວຍຫົ່ວຜັກບົ່ວໃຫຍ່ ແລະ ໝາກເຫຼ່ນ ສຸດທ້າຍຈຶ່ງເອົາແຜ່ນຊີສວາງໃສ່ແລ້ວນຳໄປອົບປະມານ 2 – 3 ນາທີ ຫຼື ຊີສລະລາຍກໍຖືວ່າໃຊ້ ໄດ້. ຈາກນັ້ນ, ຈັດໃສ່ຈານໂຮຍໜ້າດ້ວຍພິກໄທເລັກໜ້ອຍ ເທົ່ານີ້ກໍເສີບເປັນອາຫານເຊົ້າງ່າຍໆກັບນ້ຳໝາກໄມ້ສົດ ຫຼື ຜັກໝາກໄມ້ເພີ່ມຕື່ມໄດ້.
ຂໍ້ແນະນຳ: ໃນການໃສ່ໝາກເຫຼ່ນ ແລະ ຫົວຜັກ ບົ່ວໃຫຍ່ແມ່ນສາມາດໃສ່ຊີສກ່ອນ ຫຼື ໃສ່ຊີສຕາມຫຼັງກ່ອນນຳໄປອົບກໍໄດ້ແລ້ວແຕ່ມັກແບບໃດ. ສຳລັບຜູ້ທີ່ບໍ່ມັກກິ່ນຂອງມາຢອງເນດກໍປ່ຽນມາທາຊ໋ອດໝາກເຜັດ ຫຼື ຊ໋ອດໝາກເຫຼ່ນແທນໄດ້.
ຂໍ້ມູນຈາກ: food.com, ຮຽບຮຽງ: ນຸ້ມນິ້ມ