ສົ່ງຕົວແທນປະເທດລາວໄປປະກວດ Mister & Miss Model Of The Universe 2020

91

ໃນຕົ້ນປີ 2020 ໜຸ່ມ ຊັນ ສັນຕິສຸກ ແລະ ສາວ ມາຊ່າ ມາລິສາ ທີ່ມີຄວາມໂດດເດັ່ນໃນເລື່ອງບຸກຄະລິກກະພາບ ແລະ ຄວາມສູງ ຈາກສັງກັດ First Modeling ໄດ້ຖືກຄັດເລືອກຈາກກອງປະກວດລະດັບໂລກ ໃຫ້ເຂົ້າປະກວດ Mister and Miss Model of the Universe 2020 ທີ່ເມືອງມຸມໄບ ( Mumbai ) ປະເທດອິນເດຍ.

ທັງ 2 ມີຄວາມໂດດເດັ່ນທາງດ້ານລວງສູງ ໜຸ່ມ ຊັນ ສູງ 185 ຊັງຕີແມັດ ແລະ ສາວ ມາຊ່າ ສູງ 175 ຊັງຕີແມັດ ໂດຍໄດ້ຄັດເລືອກໃຫ້ເປັນຕົວແທນຈາກປະເທດລາວເຂົ້າຮ່ວມປະກວດໃນເວທີລະດັບໂລກ.

ທ້າວ ສັນຕິສຸກ ໄຊມົນຕີ ຫຼື ຊັນ ອາຍຸ 21 ປີ ຜົນງານຜ່ານມາເດີນແບບໃນງານ ວຽງຈັນ ວາວແຟຊັນວີກ 2018 ແລະ 2019, ຖ່າຍແບບໂຄສະນາ, ສະແດງມິວສິກວິດີໂອໃນເພງ “ ນິລັນດອນ ” ຂອງ ຕ່າຍ ອໍລະໄທ ແລະ ເພງ “ ຈົບແລ້ວແຍກ ” ຂອງ ໂອເລ້ ແບຼັກອາຍ.

ສ່ວນ ມະລິສາ ສີດາຈັນ ຫຼື ມາຊ່າ ອາຍຸ 27 ປີ ສາວລູກເຄິ່ງ ລາວ – ອູແກຣນ ( ພໍ່ເປັນຄົນລາວ ແລະ ແມ່ເປັນຄົນອູແກຣນ ) ຜົນງານທີ່ຜ່ານມາກໍເປັນນາງແບບ, ເດີນແບບ ແລະ ຖ່າຍແບບ, ຮຽນຈົບການທະນາຄານຈາກສະຖາບັນການທະນາຄານ ແລະ  ເຮັດວຽກຢູ່ໂຮງແຮມລາວໂປແອດ, ຜ່ານການປະກວດ Miss Universe Laos 2017 ໄດ້ຕໍາແໜ່ງຮອງອັນດັບ 4, ເຄີຍເປັນນັກກີລາບານສົ່ງທີມຊາດປີ 2009, ກີລາມະຫາໄລ Asean University Games 2012, ເຂົ້າທີມກະຊວງ ປກສ ໃນງານກີລາແຫ່ງຊາດທີ່ຫຼວງພະບາງ ແລະ ທີມເຈົ້າພາບໃນງານກີລາແຫ່ງຊາດທີ່ອຸດົມໄຊ.

ນອກນັ້ນ, ທັງສອງຍັງຈະໄດ້ມີໂອກາດຮ່ວມເດີນແບບໃນງານ INDIA INTERNATIONAL FASHION WEEK 2020 ຮ່ວມກັບຜູ້ເຂົ້າປະກວດກວ່າ 40 ປະເທດ ແລະ ບັນດາສິລະປິນຈາກ bollywood ທີ່ມີຊື່ສຽງຈາກອິນເດຍ ລະຫວ່າງວັນທີ 25 ຫາ 26 ມັງກອນ 2020 ອີກ.

ທັງສອງກໍາລັງກະກຽມຄວາມພ້ອມບໍ່ວ່າຈະເປັນເສື້ອຜ້າອາພອນ ລວມໄປເຖິງຊຸດປະຈຳຊາດທີ່ເປັນວັດທະນະທຳລາວ ເພື່ອໄປເຜີຍແຜ່ແກ່ຊາວໂລກໃນເວທີປະກວດ, ປັດຈຸບັນຍັງຢູ່ໃນຂັ້ນຕອນການແລ່ນວີຊາຄາດວ່າຈະເດີນທາງປະມານວັນທີ 19 ມັງກອນ 2020.

ງານຄັ້ງນີ້ແມ່ນຈັດຂຶ້ນທີ່ມຸມໄບ ປະເທດອິນເດຍ ລະຫວ່າງວັນທີ 20 ຫາ 30 ມັງກອນ 2020, ປະກວດມື້ສຸດທ້າຍແມ່ນວັນທີ 29 ມັງກອນ 2020, ຊ່ວຍກັນສົ່ງແຮງໃຈ ແລະ ສະໜັບສະໜູນຄົນລາວເຮົານຳກັນຫຼາຍໆເດີ ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງທັງ 2 ໄດ້ຜ່ານເຟສບຸ໊ກ ແຟນ   ເພຈ໌: Mister & Miss Model Of The Universe Laos.

ຂ່າວ: ນຸ້ມນິ້ມ, ຮູບ: Mister & Miss Model Of The Universe Laos.