ໃຜເຄີຍໄປແນ່ “ດອນຝັນດີ” ຢາກຂີ່ສະຣິງຊິ່ງຄວາມທ້າທາຍໄປໄດ້ ສາລະວັນຕ້ອນຮັບສະເໝີ

140

ມາເລື້ອຍໆແຫຼ່ງທ່ອງທ່ຽວທ້າຄວາມສູງຄວາມສຽວ ຢູ່ບ້ານເຮົາຖືວ່າຍັງອຸດົມສົມບູນຫຼາຍ ມື້ນີ້ແອັດພາມາເບິ່ງດອນຝັນດີ ບ9ທັນໄປເຫັນຮູບກໍ່ຢາກວ່າຝັນດີແລ້ວ ບັນຍາກາດໜ້າທ່ຽວໜ້າຊົມຫຼາຍ ມີໃຜໄປແລ້ວຫຼືຍັງ?

ດອນຝັນດີ ແມ່ນຕັ້ງຢູ່ເຂດຕາດເລາະບ້ານຫົວຂົວເສັດ ເມືອງ ເລົ່າງາມ ແຂວງສາລະວັນ, ໃນວັນທີ 18 ທັນວາ 2019 ນີ້, ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ ແລະທ່ານ ສຸກັນ ສອນສຸລິຍະສັກ ຫົວໜ້າຂະແໜງທ່ອງທ່ຽວ ພ້ອມຄະນະຫາກໍ່ລົງຢ້ຽມຢາມຊຸກຍູ້ການທ່ອງທ່ຽວທີ່ນັ້ນ.

ທ່ານ ຫລຸຍ ເຊີ່ງແມ່ນຜູ້ເຊົ່າ-ສຳປະທານ ໄດ້ກ່າວວ່າ : ສຳລັບກິດຈະກຳທີ່ຈະໄດ້ເຮັດທັງໝົດປະກອບມີ: ຈະສ້າງລີສອດ ມີຈຳນວນ 10 ຫລັງ, ຮ້ານອາຫານ 1 ແຫ່ງ, ຫ້ອງການໃຫ້ຂໍ້ມູນຂ່າວສານ ດ້ານການທ່ອງທ່ຽວ ຈຳນວນ 1 ຫລັງ, ນອກນັ້ນຍັງມີກິດຈະກຳ ດ້ານການບໍລິການເປັນຕົ້ນ : ກິດຈະກຳ ຂີ່ລົດຖີບ, ຂີ່ເຮືອ, ຕຶກເບັດ, ບໍລິການເຄື່ອງດື່ມ ແບບຢູໂຣບ,ເອເຊຍ ແລະ ອາຫານພື້ນບ້ານແບບລາວໆ.

ມາຮອດປະຈຸໄດ້ສ້າງສຳເລັດໄປແລ້ວມີ ລີສອດ ຈຳນວນ 6 ຫລັງ, ຮ້ານອາຫານ 1 ຫລັງ, ເຊີ່ງຄອຍໃຫ້ບໍລິການປະເພດເຄື່ອງດື່ມ ແບບຢູໂຣບ, ແລະ ເອເຊຍສ້າງຫ້ອງການໃຫ້ຂໍ້ມູນຂ່າວສານດ້ານການທ່ອງທ່ຽວ 1 ຫັລງ, ແລະ ກິດຈະກຳມີ ການບໍລິການ ຂີ່ລົດຖີບ, ຂີ່ເຮືອ,ຖືກເບັດ, ພື້ນບ້ານແບບລາວໆ.

ທ່ານ ຢານ ກ່າວອີກວ່າ : ນອກຈາກທີ່ກ່າວມາຂ້າງເທີງນັ້ນແລ້ວ ທາງແຫລ່ງທ່ອງທ່ຽວ ດອນຝັນດີຍັງມີຫລາຍກິດຈະກຳທີ່ຈະສ້າງໃຫ້ເປັນບ່ອນທ່ອງທ່ຽວຕ້ອນຮັບແຂກຄົນອີກຈຳນວນຫຼາຍເປັນຕົ້ນແມ່ນ : ການຂີ່ສະຣີງເທີງຕົ້ນໄມ້ ແລະ ຍ່າງເທີງອາກາດ ຄວາມຍາວ ປະມານ 600 ແມັດ, ມາຮອດປະຈຸບັນການກໍ່ສ້າງສຳເລັດໄປ 80%, ຄາດວ່າ ກິດຈະກຳ ເຫລົ່ານີ້ແມ່ນໄດ້ເລີ່ມເປີດບໍລິການຢ່າງເປັນທາງການໃນຕົ້ນປີ 2020.

ນອກຈາກນີ້ກໍ່ໄດ້ເປີດທົດລອງໃຊ້ກິດຈະກຳສ່ວນໜື່ງໄປກ່ອນ ເພື່ອຕິດກວດກາຄວາມປອດໄພຂອງສະຣິງ ເພື່ອເປັນການຮັບປະກັນຄວາມປອດໄພຂອງຜູ້ມາໃຊ້ບໍລີການ ຫຼັງເປີດນຳໃຊ້ເປັນທາງການ.

ໃນໂອກາດດຽວກັນນີ້ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ກໍ່ໄດ້ເນັ້ນຫລາຍບັນຫາທີ່ສຳຄັນໃຫ້ຜູ້ປະກອບການຕ້ອງເອົາໃຈໃສ່ເປັນຕົ້ນແມ່ນ : ດ້ານຄວາມປອດໄພຂອງນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການໃນບາງກິດຈະກຳທີ່ມີຄວາມສ່ຽງຕ້ອງໄດ້ສ້າງສີ່ງເອື້ອອຳນວຍຄວາມສະດວກຢ່າງເປັນລະບົບ ແລະສ້າງກົດລະບຽບໃນກິດຈະກຳຕ່າງໆ ແລ້ວໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ, ຫຼືຫຼິນກິນຈະກຳຕ່າງໆຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດ, ທັງນີ້ກໍ່ເພື່ອບໍ່ໃຫ້ເກີດບັນຫາໃນພາຍລັງ.

ພ້ອມທັງປຸກລະດົມປຸກລະດົມພໍ່ແມ່ປະຊາຊົນປູກພືດຜັກສວນຄົວເພື່ອສົ່ງໃຫ້ຮ້ານອາຫານຂອງແຫລ່ງທ່ອງທ່ຽວ ໃຫ້ພໍ່ແມ່ປະຊາຊົນໃນບ້ານໃກ້ຄຽງມີລາຍຮັບເພີ້ມ ແລະມີສ່ວນຮ່ວມໃນການສ້າງວຽກເຮັດງານທຳຫຼາຍຂື້ນ, ທັງເປັນການພັດທະນາເສດຖະກິດຄອບຄົວພາຍໃນຕົວ ແລະມີຊີວິດການເປັນຢູ່ດີຂື້ນໄປເລື້ອຍໆ.

ພາບ-ຂ່າວ: ສິດຕາ ເພັດວົງສາ