ເຮັດເຂົ້າໜົມຈາກເປືອກໝາກກ້ຽງ ຂອງຂວັນປີໃໝ່ດີຕໍ່ສຸຂະພາບ

216

ຈາກເປືອກໝາກກ້ຽງກາຍມາເປັນເຂົ້າໜົມເປັນຂອງຂວັນໃນປີໃໝ່ ເບິ່ງແລ້ວອາດຈະບໍ່ມີລາຄາ ແຕ່ສິ່ງທີ່ໄດ້ອາດຈະມີຄ່າຫຼາຍກວ່າກະຕ່າເຄື່ອງດື່ມທີ່ຄິດວ່າບຳລຸງສຸຂະພາບກໍໄດ້ ເພາະເປັນການເຮັດດ້ວຍໃຈໃຫ້ກັບຄົນພິເສດ, ຜູ້ໃຫຍ່ ຫຼື ເດັກນ້ອຍກິນໄດ້ແຖມມີປະໂຫຍດຕໍ່ສຸຂະພາບ ແລະ ໝັ້ນໃຈວ່າສະອາດປອດໄພ.

ສ່ວນປະສົມ: ໝາກກ້ຽງ 6 – 8 ໜ່ວຍ, ນ້ຳຕານ 3 ຖ້ວຍນ້ອຍ, ນ້ຳສະອາດ 1 ຖ້ວຍໃຫຍ່, ນ້ຳຕານ 1/2 ຖ້ວຍນ້ອຍ ( ສໍາລັບໂຮຍເປືອກໝາກກ້ຽງເວລາເຊື່ອມແລ້ວ ).

ຂໍ້ແນະນຳ:

ສຳລັບເປືອກໝາກກ້ຽງທີ່ໃຊ້ແນະນຳໃຫ້ເລືອກເປືອກໜາໆ ຫຼື ຈະໃຊ້ໝາກກ້ຽງນ້ຳບາກບ້ານເຮົາກໍໄດ້ ສ່ວນການເກັບຮັກສາແມ່ນເອົາໃສ່ກ່ອງປິດຝາໃຫ້ແໜ້ນ ແລະ ເກັບໄວ້ຕູ້ເຢັນໄດ້ດົນເຖິງ 1 – 2 ເດືອນ.

ວິທີປຸງແຕ່ງ:

ກ່ອນອື່ນແມ່ນເອົາໝາກກ້ຽງມາຜ່າເຄິ່ງແລ້ວບີບເອົານ້ຳອອກຈົນໝົດແລ້ວໃຊ້ບ່ວງຂູດເນື້ອເຍື່ອທີ່ຢູ່ນຳເປືອກອອກໃຫ້ໝົດເພື່ອບໍ່ໃຫ້ມັນຂົມ ແລະ ລ້າງໃຫ້ສະອາດ. ຈາກນັ້ນ, ເອົາມາຊອຍເປັນຕ່ອນຍາວ ແລະ ນຳໄປລວກໃນນ້ຳຟົດປະມານ 2 – 3 ນາທີ ຕັກເອົາຂຶ້ນມາຜ່ານໍ້າເຢັນ ( ເຮັດແບບນີ້ປະມານ 2 – 3 ເທື່ອ ເພື່ອກຳຈັດຄວາມຂົມ ).

ຫຼັງຈາກນັ້ນ ເອົານ້ຳໃສ່ໝໍ້ພ້ອມກັບນ້ຳຕານຄ້າງໄຟປານກາງພໍຟົດ ແລະ ນ້ຳຕານລະລາຍ ຈຶ່ງເອົາເປືອກໝາກກ້ຽງລົງເຊື່ອມແລ້ວຜ່ອນເປັນໄຟອ່ອນ. ຄ້ຽວຕໍ່ໄປປະມານ 45 ນາທີ ຈົນນ້ຳຕານເລີ່ມໜຽວ ແລະ ເນື້ອຂອງເປືອກໝາກກ້ຽງເປັນສີໃສ ( ຂະນະຄ້ຽວໃຫ້ຄົນເລື້ອຍໆ ເພື່ອນ້ຳຕານຈະບໍ່ໄໝ້ຕິດໝໍ້ ).

ເມື່ອໄດ້ແລ້ວຕັກຂຶ້ນປະໄວ້ປະມານ 30 – 45 ນາທີ. ຈາກນັ້ນ, ເອົານໍ້າຕານໂຮຍ ຫຼື ເຄືອບໃຫ້ທົ່ວ ແລ້ວນຳຂຶ້ນມາວາງໃສ່ເຫຼັກປີ້ງເພື່ອໃຫ້ມັນເຢັນ ແລະ ໃຫ້ນ້ຳຕານຕິດກັບເປືອກໝາກກ້ຽງດີ ເມື່ອເຢັນດີກໍເກັບໃສ່ກ່ອງແກ້ວ ຫຼື ຖົງໃສ ປິດຝາໃຫ້ແໜ້ນ ແລະ ໃຊ້ໂບມັດໃຫ້ສວຍງາມ ເທົ່ານີ້ກໍນໍາເປັນຂອງຂວັນປີໃໝ່ໄດ້ແລ້ວ.

ໝາຍເຫດ:

ນ້ຳຕານທີ່ເຫຼືອຈາກການເຊື່ອມສາມາດນຳມາປະສົມກັບນ້ຳໝາກກ້ຽງທີ່ເຮົາຄັ້ນໄວ້, ສາມາດນຳມາເສີບພ້ອມກັບເຂົ້າໜົມແພນເຄັກ ຫຼື ເຂົ້າໜົມປັງຈືນເປັນອາຫານເຊົ້າໄດ້. ສ່ວນເຂົ້າໜົມເປືອກໝາກກ້ຽງແມ່ນຕັດເປັນຕ່ອນ ປະມານ 1 ຂໍ້ມື ແລ້ວໃຊ້ເປັນອາຫານວ່າງເສີບພ້ອມກັບນໍ້າຊາ ແລະ ກາເຟໄດ້.

ຂໍ້ມູນຈາກ: Cooking.com, ຮຽບຮຽງ: ນຸ້ມນິ້ມ