ແຕ່ງຕັ້ງ ທ່ານ ສຳນານ ສົນທະນີ ເປັນຮັກສາການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ

261

ພິທີປະກາດແຕ່ງຕັ້ງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນແລງວັນທີ 17 ທັນວາ 2019 ນີ້ ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍການເປັນປະທານຂອງ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ.

ໃນພິທີ ທ່ານ ສົມສັກ ບຸນມາເພັດ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຕາງໜ້າຂຶ້ນຜ່ານບົດສະຫຼຸບຕະຫຼອດໄລຍະການຊີ້ນຳ – ນຳພາຂອງຫົວໜ້າຜູ້ເກົ່າ ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ພ້ອມກັນແກ້ໄຂໃນຕໍ່ໜ້າໃຫ້ມີຜົນສຳເລັດ ແລະ ມີການພັດທະນາດີຂຶ້ນ.

ຈາກນັ້ນ, ທ່ານ ສົມທອງ ດາວຊ່ອງຟ້າ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການອະນຸມັດໃຫ້ ທ່ານ ບຸນລ້ວນ ສິງນະຄອນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ຜູ້ເກົ່າ ອອກພັກຜ່ອນປິ່ນປົວສຸຂະພາບໄລຍະຍາວ. ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການປະກາດ ແຕ່ງຕັ້ງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍເຫັນດີຕົກລົງແຕ່ງຕັ້ງເອົາ ທ່ານ ສຳນານ ສົນທະນີ ຮອງເລຂາພັກນະຄອນຫຼວງພະບາງ ຂຶ້ນເປັນຮັກສາການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ຜູ້ໃໝ່ ເພື່ອສືບຕໍ່ຊີ້ນໍາ – ນໍາພາວຽກງານໃນຂົງເຂດດັ່ງກ່າວໃຫ້ມີການພັດທະນາດີຂຶ້ນ.