ທ່ານເຈົ້າແຂວງຫຼວງນ້ຳທາ ລົງກວດກາຄວາມຄືບໜ້າໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ

121

ທ່ານ ເພັດຖາວອນ ພິລະວັນ ເຈົ້າແຂວງຫຼວງນ້ຳທາ ໄດ້ລົງກວດກາຄວາມຄືບໜ້າໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 2 ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເມື່ອວັນທີ 17 ທັນວາ 2019 ເຊິ່ງມີ ທ່ານ ຄໍາລາ ຂານສະຫງ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງນ້ຳທາ, ມີບໍລິສັດທີ່ປຶກສາໂຄງການ, ບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທະນູສິນ ຫົວໜ້າທີມທີ່ປຶກສາ ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 ແຂວງຫຼວງນໍ້າທາ ໄດ້ລາຍງານຄວາມຄືບໜ້າຂອງໂຄງການໃນ 4 ໂຄງການກໍ່ສ້າງ ຄື: ໂຄງການກໍ່ສ້າງທີ 1 ປະກອບມີໜ້າວຽກປັບປຸງສວນສາທາລະນະ, ຕະຫຼາດກາງຄືນ ແລະ ສະໜາມກີລາໃນຮົ່ມ ໂດຍແມ່ນ ບໍລິສັດ ຮ່ວງຊະນະໄຊ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າກໍ່ສ້າງ 1,5 ກວ່າໂດລາ, ໄລຍະການກໍ່ສ້າງ 18 ເດືອນ, ປັດຈຸບັນຄືບໜ້າ 27,40% ຄາດວ່າຈະສໍາເລັດໂຄງການໃນເດືອນກັນຍາ 2020.

2 ໂຄງການກໍ່ສ້າງຂົວຂ້າມນໍ້າທາ ແລະ ທາງເຂົ້າຂົວ ແມ່ນບໍລິສັດ ຈຳປາຄຳ ກໍ່ສ້າງ – ສ້ອມແປງຂົວທາງ ແລະ ເຄຫາສະຖານຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 2,3 ລ້ານກວ່າໂດລາ ໄລຍະການກໍ່ສ້າງ 18 ເດືອນ ປັດຈຸບັນຄືບໜ້າ 49,83% ຄາດວ່າຈະສໍາເລັດໂຄງການໃນເດືອນມີນາ 2020.

3 ໂຄງການປັບປຸງບ້ານພາຍໃນເມືອງ, ເສັ້ນທາງ ແລະ ຮ່ອງລະບາຍນ້ຳແຄມທາງເມືອງຫຼວງນ້ຳທາ ແມ່ນບໍລິສັດ ຄຳຟອງກຣຸບ ຮັບເໝົາກໍ່ສ້າງ ໃນມູນຄ່າ 7,4 ລ້ານກວ່າໂດລາ, ໄລຍະການກໍ່ສ້າງ 18 ເດືອນ, ປັດຈຸບັນຄືບໜ້າ 6,28% ຈະໃຫ້ສໍາເລັດເດືອນກັນຍາ 2020.

ໂຄງການທີ 4 ແມ່ນໂຄງການກໍ່ສ້າງສະໜາມຂີ້ເຫຍື້ອແຂວງຫຼວງນ້ຳທາ ແມ່ນບໍລິສັດ ວີເອັດພີ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ໄລຍະເວລາກໍ່ສ້າງ 18 ເດືອນ, ປັດຈຸບັນຄືບໜ້າ 46,25% ເຊິ່ງຈະກໍ່ສ້າງສຳເລັດເດືອນເມສາ 2020.

ທັງ 4 ໂຄງການ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ.