ສຳຫຼວດໂຄ້ງສຸດທ້າຍ ໂຄງການທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ

331

ໂຄງການພັດທະນາສະຖານທີ່ທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ ແຂວງໄຊສົມບູນ ມາຮອດປັດຈຸບັນໄດ້ສໍາຫຼວດຮອບສຸດທ້າຍ ໂດຍໃຫ້ທີມງານຍ່າງປ່າຕາມຮ່ອມພູທີ່ຊັນ ຄືບໜ້າ 90% ແລ້ວ ຄາດວ່າຈະສາມາດດໍາເນີນການພັດທະນາໄດ້ໃນຕົ້ນປີ 2020 ດ້ວຍງົບລົງທຶນຫຼາຍເຖິງ 300 ລ້ານໂດລາ.

ໃນລະຫວ່າງວັນທີ 14 – 18 ທັນວາ 2019 ບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ໄດ້ດຳເນີນການສຶກສາສຳຫຼວດໂຄ້ງສຸດທ້າຍໃສ່ບົດວິພາກເສດຖະກິດ ແລະ ເຕັກນິກ ໂຄງການພັດທະນາສະຖານທີ່ທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ ແຂວງໄຊສົມບູນ ໂດຍການນຳພາທີມສຳຫຼວດຂອງ ທ່ານ ຄຳໄພ ສົມຊະນະ ປະທານ ກຸ່ມບໍລິສັດ ຄຳໄພຊະນະ ຈຳກັດຜູ້ດຽວ. ພ້ອມນີ້, ກໍມີພະນັກງານວິຊາການ ແລະ ເຈົ້າໜ້າທີ່ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ເຫວດປານີ ສີວົງໄຊ ຜູ້ຈັດການໂຄງການດັ່ງກ່າວ ເປີດເຜີຍວ່າ: ການລົງສຶກສາສຳຫຼວດໃນຄັ້ງນີ້ແມ່ນເປັນຄັ້ງສຸດທ້າຍຂອງໂຄງການດັ່ງກ່າວ ດ້ວຍການຍ່າງປ່າຂຶ້ນພູເພື່ອເກັບກຳຂໍ້ມູນໃຫ້ລະອຽດຊັດເຈນ ແຕ່ລະຈຸດ ແຕ່ລະບ່ອນໃສ່ບົດວິພາກເສດຖະກິດ ແລະ ເຕັກນິກຂອງໂຄງການໃຫ້ສຳເລັດສົມບູນ ກ່ອນກ້າວໄປຂັ້ນຕອນສະເໜີຂໍອະນຸມັດພັດທະນາໂຄງການຈາກລັດຖະບານ ເປັນຕົ້ນແມ່ນຊີວະນາໆພັນພືດ, ປ່າໄມ້ໃຫຍ່ດົງດິບ, ຕົ້ນຊາພັນ ປີ, ຈຸດຊົມວິວຄວາມສວຍງາມຂອງພູທຳມະຊາດ ສຳຄັນແມ່ນຈຸດມະຫັດສະຈັນປ່າຕົ້ນໄມ້ເປັນຂົນ ແລະ ດອກຈຳປາພັນ ປີ.

ທ່ານ ຄຳໄພ ສົມຊະນະ ກ່າວຢ້ຳວ່າ: ມາຮອດປັດຈຸບັນໂຄງການແມ່ນມີຄວາມຄືບໜ້າຢ່າງໜ້າເພິ່ງພໍໃຈ ຫຼື ປະມານ 90% ທັງໝົດນັ້ນແມ່ນໄດ້ຮັບຄວາມຮ່ວມມືຈາກທຸກພາກສ່ວນຂອງລັດ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ແລະ ຢືນຢັນອີກເທື່ອໜຶ່ງວ່າໂຄງການນີ້ເກີດຂຶ້ນຢ່າງແນ່ນອນ ແຕ່ພາກສ່ວນກ່ຽວຂ້ອງຂອງລັດຕ້ອງໄດ້ສືບຕໍ່ເອື້ອ  ອຳນວຍຄວາມສະດວກດ້ານຕ່າງໆຈາກພາກລັດ ໂດຍສະເພາະແມ່ນຂັ້ນຕອນການດຳເນີນດ້ານເອກະສານຂໍອະນຸມັດພັດທະນາຈາກລັດຖະບານ ເພື່ອໃຫ້ໂຄງການໄດ້ດຳເນີນງານໃນຕົ້ນປີ ແລະ ທັນເປີດບໍລິການນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ພາຍໃນລະຫວ່າງເດືອນທັນວາ 2020 ພ້ອມກັບການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ ຄົບຮອບ 100 ປີ ໃຫ້ມີຄວາມໝາຍສຳຄັນ ແລະ ບັນຍາກາດຄຶກຄື້ນມ່ວນຊື່ນ.

ໂຄງການພັດທະນາສະຖານທີ່ທ່ອງທ່ຽວ ສະຫວັນທະເລໝອກພູເບ້ຍ ເຊິ່ງແມ່ນເປັນພູທີ່ມີຊື່ສຽງ ແລະ ສູງທີ່ສຸດໃນລາວ ເຊິ່ງບໍລິສັດຈະລົງທຶນທັງໝົດ 300 ລ້ານໂດລາສະຫະລັດ, ກຳນົດເວລາໃນການຄຸ້ມຄອງ ແລະ ບໍລິຫານໂຄງການ 75 ປີ ປະກອບມີຫຼາກຫຼາຍກິດຈະກຳຕ້ອນຮັບແຂກ ເປັນຕົ້ນສັນຍະລັກອະລິຍະທຳປະຈຳຊາດຂອງບັນດາປະເທດ, ຂີ່ກະຕ່າລອຍຟ້າ, ເຮືອນຊົງລາວ ສຳຜັດວິຖີຊີວິດແບບລາວ, ອາຊຽນ ແບບອະນຸຮັກທຳມະຊາດ, ໂຮງແຮມ – ເຮືອນພັກຕາກອາກາດ, ສະຖານບັນເທີງ, ໂຮງລະຄອນ, ສະຖານທີ່ສະແດງສິລະປະ ແລະ ກາຍະສິນ, ສວນນໍ້າ, ສວນດອກໄມ້, ພະພຸດທະຮູບໃຫຍ່, ວັດ ແລະ ອື່ນໆ, ທ່ານ ຄຳໄພ ສົມຊະນະ ກ່າວ.