ຊຽງຂວາງ ພ້ອມເປັນເຈົ້າພາບຈັດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11, ສົ່ງ 28 ກີລາຫວັງ 1 ໃນ 5

107

ແຂວງຊຽງຂວາງ ກໍຄືຊາວແຂວງຊຽງຂວາງ ພ້ອມແລ້ວໃນການກະກຽມເປັນເຈົ້າພາບຈັດການແຂ່ງຂັນກີລາງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ໃນເດືອນມີນາ 2020, ໂດຍສະເພາະໃນດ້ານສະໜາມຈັດການແຂ່ງຂັນກີລາແມ່ນພ້ອມແລ້ວ 90% ເຫຼືອພຽງການປັບປຸງຂັ້ນຕອນສຸດທ້າຍເທົ່ານັ້ນ, ສ່ວນນັກກີລາກຽມເຂົ້ານອນສູນ ແລະ ຫວັງຕິດ 1 ໃນ 6 ຂອງຕາຕະລາງສະຫຼຸບຫຼຽນ.

ເນື່ອງໃນໂອກາດທີ່ຕົວແທນແຂວງຊຽງຂວາງ ມາຮ່ວມກອງປະຊຸມ ສະຫຼຸບຜົນງານ ປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020 ຂອງສະຫະພັນບານເຕະແຫ່ງຊາດລາວ ເມື່ອທ້າຍອາທິດ ທີ່ຜ່ານມາ ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ໃຫ້ສໍາພາດກັບທີມຂ່າວພວກເຮົາວ່າ: ສໍາລັບການກະກຽມຄວາມພ້ອມຈັດງານກີລາແຫ່ງຊາດ ຄັ້ງທີ 11 ທີ່ຈະເປີດສາກຂຶ້ນໃນເດືອນມີນາ 2020, ເຊິ່ງມາຮອດປັດຈຸບັນຊາວແຂວງຊຽງຂວາງ ກໍາລັງຂຸ້ນຂ້ຽວໃນການກະກຽມ ໂດຍສະເພາະທາງດ້ານພື້ນຖານໂຄງລ່າງມີຄວາມພ້ອມແລ້ວ 90% ເປັນຕົ້ນແມ່ນບັນດາສະໜາມຕ່າງໆ ທີ່ຈະກຽມຮອງຮັບງານດັ່ງກ່າວແມ່ນສໍາເລັດເປັນສ່ວນໃຫຍ່, ສ່ວນສະໜາມປິດ-ເປີດແມ່ນຍັງເຫຼືອແຕ່ການປູກຫຍ້າເລັກໜ້ອຍ ແລະ ບົວລະບັດຂຶ້ນຕື່ມເທົ່ານັ້ນ.

“ ສ່ວນທີ່ພັກຂອງນັກກີລາ ພວກເຮົາກໍໄດ້ກະກຽມບັນດາໂຮງແຮມ, ບ້ານພັກ ແລະ ບ່ອນພັກຂອງຄູຝຶກນັກກີລາ ແມ່ນພວກເຮົາມີຄວາມພ້ອມ 100%, ທາງດ້ານນັກກີລາແມ່ນພວກເຮົາກະກຽມເຂົ້ານອນສູນໃນໄວໆນີ້ ໂດຍພວກເຮົາຈະສົ່ງເຂົ້າຄົບ 28 ປະເພດກີລາ ແລະ ມີນັກກີລາເຂົ້າຮ່ວມປະມານ 705 ຄົນ ( ຍິງ 274 ຄົນ ) ເພື່ອພະຍາຍາມສູ້ຊົນໃຫ້ໄດ້ອັນ 1 ໃນ 5 ຂອງຕາຕະລາງສະຫຼຸບຫຼຽນ ຫຼື 35 ຫຼຽນຄໍາຂຶ້ນໄປ, ສໍາລັບກີລາປາຍແຫຼມ ຫຼື ກີລາຄວາມຫວັງຂອງແຂວງຊຽງຂວາງ ສ່ວນໃຫຍ່ເປັນກີລາພື້ນເມືອງເຊັ່ນ ຍິງໜ້າ, ໝາກຂ່າງ ແລະ ຍິງທະນູ ເປັນຕົ້ນ. ຂະນະທີ່ ກີລາອື່ນໆກໍພ້ອມເຊັ່ນກັນ ” ທ່ານ ທອງຜິວ ສີປັນຍາ.

ນອກຈາກນັ້ນ, ທ່ານ ທອງຜິວ ສີປັນຍາ ຍັງກ່າວອີກວ່າ: ງານມະຫະກໍາກີລາແຫ່ງຊາດ ຄັ້ງນີ້ ເປັນຄັ້ງປະຫວັດສາດຂອງແຂວງຊຽງຂວາງ ສະນັ້ນພວກເຮົາຈະເຮັດໃຫ້ດີທີ່ສຸດ ແລະ ເຜີຍແຜ່ໃຫ້ບັນດາສັງຄົມຮັບຮູ້ເຖິງ ແຂວງຊຽງຂວາງ ໂດຍສະເພາະແມ່ນ ແຫຼ່ງທ່ອງທ່ຽວຕ່າງໆ ແນ່ນອນພວກເຮົາຈະອາໄສໂອກາດນີ້ເປີດ 3 ງານໃຫຍ່ໆຄື: ຮອງຮັບ ທົ່ງໄຫຫີນ ເປັນມໍລະດົກໂລກ, ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ງານມະຫາກໍາກີລາແຫ່ງຊາດ ແນ່ນອນຈະເປັນການດຶງດູດນັກທ່ອງທ່ຽວ ແລະ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.

ສໍາລັບ ແຂວງຊຽງຂວາງ ກໍານົດຈັດການແຂ່ງຂັນໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ລະຫວ່າງ 22 ມີນາ – 1 ເມສາ 2020, ຊີງໄຊ 28 ປະເພດກີລາຄື: ບານເຕະ, ແລ່ນ-ລານ, ບານບ້ວງ, ເທັນນິສ, ດອກປີກໄກ່, ກະຕໍ້, ປິ່ງປ່ອງ, ເທຄວັນໂດ, ມວຍປໍ້າ, ຢູໂດ, ປັນຈັກສີລັດ, ວູຊູ, ໝາກແລ້, ໝາກເສິກ, ເຮືອຊ່ວງ, ໝາກຂ່າງ, ໜ້າເກັກ, ຍິງທະນູ, ລົດຖີບ, ລອຍນໍ້າ, ບານສົ່ງໃນຮົ່ມ, ເປຕັງ, ໂບລິ້ງ, ກ໊ອຟ, ຍິີງປືນ, ມວຍລາວ, ມວຍສາກົນ ແລະ ສະນຸກເກີ.
(ຄໍາສອນ)