ເອັດສຊີຈີ ມອບທຶນການສຶກສາໃຫ້ນັກຮຽນລະດັບມັດທະຍົມ 300 ທຶນ

62

ບໍລິສັດ ເອັດສຊີຈີ ຮ່ວມກັບ ກະຊວງສຶກສາທິການ ແລະ ກີລາ ແລະ ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວສານຕໍ່ໂຄງການ “ SCG Sharing the Dream ” ໃນ ສປປ ລາວ ເປັນປີທີ 8 ເພື່ອສ້າງໂອກາດທາງການສຶກສາໃຫ້ເຍົາວະຊົນທີ່ເປັນຄົນເກັ່ງ ແລະ ດີ, ມີຄວາມກະຕັນຍູ, ແຕ່ຂາດເຂີນທຶນຮອນ ແລະ ເປັນອະນາຄົດຂອງຊາດຕໍ່ໄປ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 17 ທັນວາ 2019 ທີ່ສູນກີລາ ລາວ – ຍີ່ປຸ່ນ ບູໂດ ເຊັນເຕີ ເປັນກຽດເຂົ້າຮ່ວມໂດຍ ທ່ານ ດາລາວອນ ກິດຕິພັນ ຮັກສາການຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ພະນັກງານ, ຄູ – ອາຈານ ແລະ ນັກຮຽນ – ນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ວິໂຣດ ຣັດຕະນະໄຊສິດ ຕາງໜ້າບໍລິສັດ ເອັດສຊີຈີ ຊີມັງ – ຜະລິດຕະພັນກໍ່ສ້າງ ຈໍາກັດ ກ່າວວ່າ: ສຳລັບ ສປປ ລາວ ເອັດສຊີຈີ ດຳເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈຢ່າງຕໍ່ເນື່ອງຕະຫຼອດ 8 ປີ ແລະ ໃນປີນີ້ມອບທຶນການສຶກສາລະດັບມັດທະຍົມຕອນປາຍລວມ 300 ທຶນ. ໃນນີ້, ນະຄອນຫຼວງວຽງຈັນ ຈຳນວນ 160 ທຶນ ແລະ ແຂວງຄຳມ່ວນ 140 ທຶນ. ນອກນັ້ນ, ຍັງມີທຶນການສຶກສາລະດັບປະລິນຍາຕີເພີ່ມຈໍານວນ 10 ທຶນ ຫຼັງຈາກປີຜ່ານມາໄດ້ມອບທຶນລະດັບປະລິນຍາຕີເປັນປີທໍາອິດຈໍານວນ 10 ທຶນ ເຊິ່ງທຶນດັ່ງກ່າວຈະມຸ່ງເນັ້ນສະໜັບສະໜູນນັກສຶກສາທີ່ມີຄວາມໃຝ່ຝັນໃນການສໍາເລັດການສຶກສາ ແລະ ປະກອບອາຊີບ.