ທ່າແຂກ ຈັດກອງປະຊຸມວຽກງານປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ

124

ກອງປະຊຸມກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ປະຈຳປີ 2019 ຈັດຂຶ້ນໃນອາທິດຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການເຂດເສດຖະກິດສະເພາະທ່າແຂກ ເຂດນາມ່ວງ – ນາແງວ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຄຳແປງ ດວງລາຕີ ຮອງເຈົ້າເມືອງທ່າແຂກ, ທ່ານ ນາງ ຄອນສະຫວັນ ໂຄດສະຢາມ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຂກ ມີເລຂາຄະນະພັກຮາກຖານ ເຂດບ້ານຖ້ຳ – ນາເສ, ເລຂາຄະນະພັກຮາກຖານ ເຂດນາມ່ວງ – ນາແງວ, ຕາງໜ້າ ບໍລິສັດ ແມ່ຂອງປູກໄມ້ວິກ ຈຳກັດ ແລະ ບັນດານາຍບ້ານທັງສອງເຂດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງການຜ່ານບັນດາເອກະສານ ຄື: ກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ເລກທີ 64/ ສພຊ ລົງວັນທີ 13 ມິຖຸນາ 2019, ຜ່ານແຈ້ງການການສະກັດກັ້ນໄຟໄໝ້ລາມປ່າປີ 2019 – 2020 ເມືອງທ່າແຂກ, ເອກະສານຄຳສັ່ງເລກທີ 15/ ນຍ ລົງວັນທີ 13 ພຶດສະພາ 2016 ແລະ ຮັບຟັງການຜ່ານເອກະສານການທົບທວນຄືນຜົນເສຍຫາຍຈາກໄຟໄໝ້ໃນສົກປີ 2018 – 2019 ທີ່ຜ່ານມາ, ອະທິບາຍທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະແມ່ນແຜນການປ້ອງກັນໄຟ ແລະ ສະພາບການປັດຈຸບັນຂອງບໍລິສັດທີ່ສະເໜີເອກະສານໂດຍ ທ່ານ ສົມບູນ ແສງມະນີ ຜູ້ຕາງໜ້າ ບໍລິສັດ ແມ່ຂອງປູກໄມ້ວິກ ຈຳກັດ.

ພ້ອມກັນນັ້ນ, ກອງປະຊຸມຄັ້ງດັ່ງກ່າວບັນດາຜູ້ເຂົ້າຮ່ວມ ໂດຍສະເພາະກໍແມ່ນຄະນະຫ້ອງການ, ໜ່ວຍງານປ່າໄມ້ ຫ້ອງການກະສິກຳ – ປ່າໄມ້ເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ບັນດານາຍບ້ານ ແລະ ບໍລິສັດ ກໍໄດ້ມີການປຶກສາຫາລື ແລະ ລາຍງານສະພາບການທີ່ເກີດຂຶ້ນໃນຂົງເຂດບ້ານຕົນຮັບຜິດຊອບ ແລະ ວາງແຜນການເຄື່ອນໄຫວຈັດຕັ້ງປະຕິບັດໃນຕໍ່ໜ້າກ່ຽວກັບວຽກງານດັ່ງກ່າວ.

ຂ່າວ: ເພັດດາລາ ທ່າແຂກ