ຫາລືການກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງສາກົນທີ່ດູໄບ

110

ພາກລັດ ແລະ ພາກທຸລະກິດ ຮ່ວມຫາລືການກະກຽມ ຄວາມພ້ອມທີ່ຈະເຂົ້າຮ່ວມງານວາງສະແດງສາກົນ ( EXPO 2020 ) ທີ່ດູໄບ ທີ່ຈະຈັດຂຶ້ນໃນທ້າຍປີ 2020 ເຊິ່ງ ສປປ ລາວ ຈະນຳສະເໜີຜົນສຳເລັດຂອງການພັດທະນາເສດຖະກິດ ຄຽງຄູ່ກັບການອະນຸຮັກວັດທະນະທຳ.

ໃນວັນທີ 16 ທັນວາ 2019 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມ ຄວາມພ້ອມຂອງພາກທຸລະກິດລາວ ທີ່ຈະເຂົ້າຮ່ວມງານວາງສະແດງສາກົນ ( EXPO 2020 ) ທີ່ດູໄບ ສະຫະລັດອາຣັບ ເອເມເຣັດ ເຊິ່ງຈະຈັດຂຶ້ນເປັນເວລາ 6 ເດືອນ ລະຫວ່າງວັນທີ 20 ຕຸລາ 2020 ຫາ 10 ເມສາ 2021 ໂດຍການເປັນປະທານຂອງ ທ່ານ ໄຊສົມເພັດ ນໍຣະສິງຫ໌ ຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຄ, ທ່ານ ມະນີໂຕ ພົມໂພທິ ຮອງເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມີບັນດາຫົວໜ່່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊສົມເພັດ ນໍຣະສິງຫ໌ ກ່າວວ່າ: ງານວາງສະແດງໃນຄັ້ງນີ້ ສປປ ລາວ ໄດ້ເນື້ອທີ່ຫ້ອງວາງສະແດງເປັນ 2 ຊັ້ນ ສະເພາະຫ້ອງວາງສະແດງແຫ່ງຊາດ ຈຳນວນ 213 ຕາແມັດ ຂອງຊັ້ນລຸ່ມ ແລະ ຫ້ອງບໍລິຫານຂອງຄະນະ 184 ຕາແມັດ ຊັ້ນ 2.

ຫ້ອງວາງສະແດງແຫ່ງຊາດຈະນຳສະເໜີຫົວຂໍ້ “ ຜ້າຝ້າຍແພໄໝສູ່ການພັດທະນາແບບຍືນຍົງຂອງ ສປປ ລາວ ” ເຊິ່ງຈະໝູນໃຊ້ເວທີດັ່ງກ່າວນຳສະເໜີຜົນສຳເລັດການພັດທະນາເສດຖະກິດ ແລະ ສັງຄົມຂອງລາວ ໂດຍສະເພາະການນຳສະເໜີໂອກາດໃນການພັດທະນາຂອງ ສປປ ລາວ ຄຽງຄູ່ກັບການອະນຸຮັກວັດທະນະທຳ ແລະ ສົ່ງເສີມການຜະລິດຜ້າຝ້າຍແພໄໝລາວ ເພື່ອເປັນສິນຄ້າສົ່ງອອກໃນພາກພື້ນດັ່ງກ່າວ. ພ້ອມນັ້ນ, ກໍຍັງຈະເປັນການໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂອງ ສປປ ລາວ ໃນຂະແໜງການອື່ນໆທີ່ ສປປ ລາວ ມີທ່າແຮງ ເຊັ່ນ: ຂະແໜງກະສິກຳ, ທ່ອງທ່ຽວ, ລົງທຶນ ແລະ ອື່ນໆ. ພ້ອມກັນນັ້ນ, ຍັງຈະໄດ້ນຳເອົາເວທີດັ່ງກ່າວເປັນບ່ອນນຳສະເໜີຊອກຫາຄູ່ຮ່ວມພັດທະນາ.

ທ່ານ ມະນີໂຕ ພົມໂພທິ ກ່າວວ່າ: ງານວາງສະແດງສິນຄ້າໂລກນີ້ຖືເປັນງານໃຫຍ່ ເພາະມີລູກຄ້າມາຈາກທົ່ວໂລກ 100 ກວ່າປະເທດ. ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າບັນດາປະເທດຕ່າງໆໃນໂລກທີ່ຮູ້ຈັກປະເທດລາວກໍຍັງບໍ່ຫຼາຍ; ສະນັ້ນ, ຈະເຮັດແນວໃດເພື່ອເຮັດໃຫ້ການໄປຮ່ວມງານດັ່ງກ່າວໄດ້ດີ ແລະ ງານນີ້ໃຊ້ເວລາເຖິງ 6 ເດືອນ ເຊິ່ງກຸ່ມປະເທດ UAE ຫຼື ອາຣັບ ນີ້ຕະຫຼາດມີຫຼາຍ, ແຕ່ພວກເຮົາຈະເອົາຫຍັງທີ່ຈະຂາຍເຂົ້າຕະຫຼາດເຂົາໄດ້.

ພ້ອມດຽວກັນນີ້, ຄະນະຂອງກົມສົ່ງເສີມການຄ້າ ຍັງໄດ້ເຜີຍແຜ່ຂໍ້ມູນໃຫ້ແກ່ບັນດາພາກທຸລະກິດກ່ຽວກັບບັນດາກົດລະບຽບຕ່າງໆ ເຊັ່ນ: ນັບຕັ້ງແຕ່ການເດີນທາງ, ທີ່ພັກ, ການເສຍພາສີ, ອາກອນ, ການຂົນສົ່ງຂອງແຕ່ລະປະເພດສິນຄ້າທີີ່ຈະນຳເຂົ້າຮ່ວມວາງສະແດງ.

ຂ່າວ: ສັນຕິ, ຮູບ: ສຸກສະຫວັນ