ອາທິດນີ້ພາກເໜືອຈະມີຝົົນຕົກ, ອາກາດປ່ຽນຮັກສາສຸຂະພາບຕ້ອງມາກ່ອນ

89

ຮູ້ກ່ອນຍິ່ງເປັນການດີ ສໍາລັບການກຽມພ້ອມຮັບມືກັບສະພາບອາກາດທີ່ອາດມີການປ່ຽນແປງຢູ່ຕະຫຼອດ ດຽວໜາວ, ດຽວຮ້ອນ ຫຼື ບາງຄັ້ງມີຝົນຕົກ, ລົມພາຍຸ ການຮັກສາສຸຂະພາບຕ້ອງຖືເປັນສິ່ງສຳຄັນທີ່ສຸດ!

ເພື່ອໃຫ້ທ່ານໄດ້ຮູ້ສະພາບອາກາດກ່ອນໃຜ ທາງກົມອຸຕຸນິຍົມ ແລະ ອຸທົກກະສາດອອກແຈ້ງການສະບັບຫຼ້າສຸດ ສະບັບເລກທີ 1824/ກອຕທ ລົງວັນທີ 16 ທັນວາ 2019 ກ່ຽວກັບສະພາບອາກາດໃນແຕ່ລະພາກລະຫວ່າງ ວັນທີ 16-22 ທັນວາ 2019 ດັ່ງນີ້

ໃນວັນທີ 19-22 ທັນວານີ້ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ຈະມີຝົນຕົກໃນລະດັບຄ່ອຍ ເນື່ອງຈາກລົມຕາເວັນອອກ-ຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່.

ຂະນະດຽວກັນ, ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະເພີ່ມກຳລັງແຮງຂຶ້ນເລັກໜ້ອຍ ແລະ ແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດເຮົາ ເຊິ່ງຈະເຮັດໃຫ້ອາກາດຈະເຢັນລົງປະມານ 1-2 ອົງສາ ໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກຈະມີຝົນຕົກໃນລະດັບຄ່ອຍ ແລະ ອາກາດຈະເຢັນລົງ 1-2 ອົງສາ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມແຕ່ 7-26 ອົງສາ.

ພາກເໜືອດ້ານຕາເວັນຕົກຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ພາກກາງອາກາດຈະເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປແລະ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ອຸນຫະພູມແຕ່ 11-32 ອົງສາ.

ພາກໃຕ້ອາກາດຈະໜາວຫາໜາວເຢັນໃນຕອນກາງຄືນແລະ ຕອນເຊົ້າ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນອາກາດຈະຮ້ອນຂຶ້ນໃນຕອນບ່າຍ ອຸນຫະພູມແຕ່ 17-34 ອົງສາ.