ກວດພົບທຳລາຍໝົດ ລັກນຳເຂົ້າພືດຜັກຈາກຕ່າງປະເທດ

371

ມີມາໃຫ້ທໍາລາຍຕະຫຼອດສໍາລັບ ສິນຄ້າປະເພດພືດຜັກທີ່ນຳເຂົ້າບໍ່ຖືກຕ້ອງ ເຊິ່ງທາງພາກສ່ວນທີ່ກ່ຽວຂ້ອງບໍ່ໄດ້ໂຍະຍານອີກແລ້ວຍິ່ງໄລຍະນີ້ລັດຖະບານຈີງຈັງສົ່ງເສີມການຜະລິດພາຍໃນ, ຂອງນຳເຂົ້າທີ່ບໍ່ຖືກຕ້ອງ ແລະບໍ່ປອດໄພກໍ່ຕ້ອງສະກັດໄວ້ຢ່າງບໍ່ຕ້ອງສົງໄສ.

ຫຼ້າສຸດ ໃນວັນທີ 17 ທັນວາ 2019 ທີ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງ ຈັນ (ອຄ.ນວ) ໄດ້ຈັດພິທີທຳລາຍສິນຄ້າປະເພດພືດຜັກນຳເຂົ້າບໍ່ຖືກຕ້ອງ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ, ມີຕາງໜ້າຈາກພາສີ, ພະແນກກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍເຈົ້າໜ້າທີ່ການຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ການທໍາລາຍພືອຜັກທີ່ນໍາເຂົ້າບໍ່ຖືກຕ້ອງໃນຄັ້ງນີ້ຈໍານວນ 1.422 ກິໂລ ລວມມູນຄ່າ 6.810.000 ກີບ ທີ່ນຳເຂົ້າບໍ່ຖືກຕ້ອງຈາກປະເທດເພື່ອນບ້ານ ເຊິ່ງໄດ້ກວດພົບເຫັນຢູ່ບ້ານແກ້ງໝໍ້, ເມືອງສັງທອງ, ນະຄອນຫຼວງວຽງຈັນ ມີປະເພດໝາກເຂືອ ຈຳນວນ 92 ຖົງ ນ້ຳໜັກ 920 ກິໂລ, ໝາກເລັ່ນ 6 ກະຕ່າ ໜັກ 120 ກິໂລ, ໝາກແຕງ 17 ຖົງ ໜັກ 170 ກິໂລ, ໃບຂີ້ຫູດ 2 ຖົງ ໜັກ 12 ກິໂລ, ຫອມບົ່ວ 20 ຖົງ ໜັກ 100 ກິລາ ແລະ ຫອມລາບ 20 ຖົງ ໜັກ 100 ກິໂລ.

ແນວໃດກໍຕາມ ເຮົາຄວນສົ່ງເສີມການຜະລິດພາຍໃນຂອງເຮົາເອງເພື່ອເຮັດໃຫ້ຊາວກະສິກໍາມີກໍາລັງໃຈໃນການຜະລິດທີ່ດີ ແລະ ຫຼາຍຂຶ້ນ ອັນເຮັດໃຫ້ເສດຖະກິດ ການເປັນຢູ່ຂອງລາວເຮົາເອງດີຂຶ້ນ ຂໍຝາກເຖິງບັນດາຜູ້ປະກອບການ, ພໍ່ຄ້າແມ່ຄ້າ ທີ່ຈະນຳສິນຄ້າປະເພດດັ່ງກ່າວເຂົ້າມາ ສປປ ລາວ ແມ່ນໃຫ້ນຳເຂົ້າແບບຖືກຕ້ອງຕາມກົດໝາຍຄັກແນ່ ແລະ ຖ້ານຳເຂົ້າບໍ່ຖືກຕ້ອງ ເຈົ້າໜ້າພວກເຮົາກວດພົບເຫັນກໍ່ຈະດຳເນີນມາດຕະການເຊັ່ນນີ້.