ຂາຍເກັ່ງຍັງບໍ່ແມ່ນນັກຂາຍທີ່ດີ ຕົວຊີ້ວັດຄືການບໍລິການຫຼັງການຂາຍຕ່າງຫາກ

231

ສໍາລັບການຄ້າຂາຍບໍ່ວ່າສິ່ງໃດກໍ່ຕາມ ເມື່ອລູກຄ້າຕ້ອງການ ຜູ້ເປັນແມ່ຄ້າພໍ່ຄ້າຍ່ອມສະໜອງໃຫ້ ພ້ອມທັງໂນ້ມນ້າວໃຫ້ເລືອກ ແລະ ຊື້ສິນຄ້າຂອງຕົນ ເພື່ອໃຫ້ຕົນເອງນັ້ນປິດຍອດໄດ້ ແລະ ຫຼັງຈາກນັ້ນອາດຈະບໍ່ໄດ້ຄໍານຶງ ແລະ ສົນໃຈວ່າລູກຄ້າຈະມີຄວາມພໍໃຈໃນສິນຄ້າເຮົາຫຼາຍນ້ອຍພຽງໃດ.

ພາບປະກອບຂ່າວ

ແລະ ກໍເຄີຍໄດ້ຍິນຫຼາຍໆທ່ານທີ່ເປັນລູກຄ້າ ກໍຄືຜູ້ຊື້ຈົ່ມວ່າກ່ຽວກັບການບໍລິການຫຼັງການຂາຍ ອາດບໍ່ຄືຕອນຂາຍ ຈົນບາງຄັ້ງກໍບໍ່ກັບໄປຮ້ານນັ້ນເພື່ອຈັບຈ່າຍຊື້ນໍາອີກເລີຍ ສະນັ້ນນັກຂາຍທີ່ດີຈິ່ງບໍ່ໄດ້ຈົບພຽງການປິດຍອດ ແລະ ຮັບເງິນຈາກລູກຄ້າເທົ່ານັ້ນ ແຕ່ຕ້ອງເຮັດໃຫ້ລູກຄ້າຄິດຮອດ ແລະ ຢາກກັບມາອີກໃນຄັ້ງໜ້າ.

ພາບປະກອບຂ່າວ

ແມ່ຄ້າ ພໍ່ຄ້າຄວນນຶກເຖິງຈຸດນີ້ໄວ້ວ່າ ການດູແລຫຼັງການຂາຍນັ້ນມີຄວາມສຳຄັນຫຼາຍ ແລະ ສຳຄັນທີ່ສຸດ, ເພາະຄົນທີ່ຊື້ສິນຄ້າ ແລະ ບໍລິການຂອງເຈົ້າໄປແລ້ວ ຖ້າເຈົ້າບໍ່ດູແລເຂົາ-ບໍ່ສ້າງຄວາມປະທັບໃຈໃຫ້ແກ່ເຂົາ ເຂົາກໍ່ຊື້ເຈົ້າພຽງຄັ້ງດຽວ ເພາະມັນເປັນສິດຂອງເຂົາຈະຊື້ ຫຼື ບໍ່ຊື້ເຈົ້າຕໍ່! ແຕ່ຖ້າເຈົ້າດູແລເຂົາດີ ກໍ່ມີໂອກາດສູງທີ່ເຂົາຈະກັບມາຊື້ເຈົ້າຊ້ຳໆອີກ ຍິ່ງໄປກວ່ານັ້ນເຂົາກໍ່ອາດຈະແນະນຳໃຫ້ຄົນອື່ນໆໃຫ້ມາຊື້ສິນຄ້າ ແລະ ບໍລິການຂອງເຈົ້າອີກ.

ພາບປະກອບຂ່າວ

ດັ່ງນັ້ນ, ທ່ານຜູ້ປະກອບການທັງຫຼາຍກໍຢ່າຫວັງພຽງແຕ່ພັດທະນາທີມຂາຍຢ່າງດຽວ ຢ່າຄິດວ່າຮັບພະນັກງານຂາຍເກັ່ງໆມາແລ້ວຈະຂາຍໄດ້ດີ…
ແຕ່…ການບໍລິການຫຼັງການຂາຍຕ່າງຫາກທີ່ຈະເຮັດໃຫ້ທ່ານສ້າງລາຍໄດ້ ໄດ້ຫຼາຍກວ່າ ແລະ ບໍ່ຈຳກັດ ສາມາດຕໍ່ຍອດໄດ້ໄປຍາວນານ.

ພາບປະກອບຂ່າວ

ທ່ານພັດທະນາພະນັກງານຂາຍໃຫ້ເກັ່ງແລ້ວ ຢ່າລືມພັດທະນາລະບົບດູແລຫຼັງການຂາຍພ້ອມ ເຊັ່ນ: ການພັດທະນາການດູແລລູກຄ້າ, ການປະສານພົວພັນກັບລູກຄ້າ ຕ້ອງເຮັດໃຫ້ດີ ເພາະສິ່ງນີ້ຈະປຽບເໝືອນເຄື່ອງຈັກຜະລິດເງິນໃຫ້ແກ່ທຸລະກິດຂອງທ່ານ

ພາບປະກອບຂ່າວ

ແລະ ສິ່ງນີ້ແຫຼະຈະສ້າງຄວາມປະທັບໃຈໃຫ້ລູກຄ້າເໝືອນດັ່ງເຂົາເປັນຄົນສໍາຄັນ ເມື່ອເຂົາມາຊື້ ແລະ ໃຊ້ບໍລິການເຈົ້າແລ້ວ ເຂົາກໍຈະກັບມາໃຊ້ບໍລິການເຈົ້າຊໍ້າໆ ແຖມບອກຕໍ່ໆກັນອີກ ບອກເລີຍທຸລະກິດຂອງທ່ານມີແຕ່ໄປໜ້າຕະຫຼອດ…

ພາບປະກອບຂ່າວ

ຄຳເວົ້າຂອງ: Konosuke Matsushita