ໝາກໄມ້ທີ່ມີຄຸນຄ່າຊ່ວຍໃຫ້ຜິວພັນສົດໃສ

156

ການກິນໝາກໄມ້ເປັນປະຈຳຈະຊ່ວຍໃຫ້ຮ່າງກາຍ ແລະ ຜິວພັນໄດ້ຮັບສານອາຫານ ພ້ອມວິຕາມິນທີ່ເປັນປະໂຫຍດ ເຊິ່ງໝາກໄມ້ແຕ່ລະຊະນິດຈະມີສັບພະຄຸນທີ່ແຕກຕ່າງກັນ ແຕ່ກໍສາມາດນຳມາພອກເພື່ອຊ່ວຍບໍາລຸງໄດ້ທັງຜິວໜ້າ ແລະ ຜິວກາຍ.

ໝາກກ້ວຍ: ອຸດົມໄປດ້ວຍວິຕາມິນ A ແລະ C ຊ່ວຍໃຫ້ຜິວສົດໃສ, ກະຊັບ, ເຕັ່ງຕຶງ.

ໝາກສີດາ: ວິຕາມິນ C ໃນໝາກສີດາຈະຊ່ວຍໃຫ້ໃບໜ້າທີ່ໝອງຄ້ຳກັບມາສົດໃສໄດ້.

ໝາກມ່ວງສຸກ: ມີວິຕາມິນ A ແລະ C ຊ່ວຍກຳຈັດເຊລຜິວທີ່ຕາຍແລ້ວເຮັກໃຫ້ໃບໜ້າກ້ຽງຂຶ້ນ.

ໝາກຫຸ່ງສຸກ: ຊ່ວຍປ້ອງກັນການອັກເສບ, ກຳຈັດສິ່ງສົກກະປົກຈາກຜິວ ແລະ ຊ່ວຍຫຼຸດຈຸດດ່າງດຳພ້ອມເຜີຍຄວາມກະຈ່າງໃສ.

ໝາກໂມ: ເຮັດໃຫ້ຜິວສົດຊື່ນ ແລະ ຊຸ່ມຊື່ນ.

ໝາກກ້ຽງ: ມີວິຕາມິນ C ສູງ ພ້ອມຊ່ວຍໃຫ້ຜິວຊຸ່ມຊື່ນ, ກະຊັບຜິວ ແລະ ຂ້າເຊື້ອແບັກທີເຣຍໄດ້ນຳ.

ຂໍ້ມູນຈາກ: Woman.com, ຮຽບຮຽງ: ນຸ້ມນິ້ມ