ສຸດາວອນ ຮອງອັນດັບ 2 ນາງສາວລາວ 2019

187

ນາງ ສຸດາວອນ ປັດສາພັນ ຮອງອັນດັບ 2 ນາງສາວລາວ 2019 ອາຍຸ 21 ປີ ຕົວແທນ ແຂວງຈໍາປາສັກ ໃຫ້ສໍາພາດວ່າ: ນ້ອງເອງຮູ້ສຶກດີໃຈ ແລະ ພູມໃຈບໍ່ຄິດມາກ່ອນວ່າຈະມາຮອດຈຸດນີ້ໄດ້ ເລີ່ມນັບແຕ່ເກັບຕົວ ນ້ອງເອງກໍໄດ້ຮັບສິ່ງດີໆຫຼາຍຢ່າງບໍ່ວ່າຮຽນການວາງຕົວ, ການຍ່າງ ຫຼື ການນັ່ງ ນ້ອງເອງກໍໄດ້ເກັບກ່ຽວປະສົບການຢູ່ໃນເວທີນີ້ ແລະ ນໍາມາພັດທະນາໃຫ້ດີຂຶ້ນ. ນອກຈາກນີ້, ກໍຍັງໄດ້ໝູ່ເພື່ອນຈາກເວທີນີ້ທັງ 39 ຄົນທົ່ວປະເທດ ພ້ອມທັງໄດ້ມິດຕະພາບດີໆທີ່ມີຄວາມຮັກແພງເປັນຫ່ວງເຊິ່ງກັນ ແລະ ກັນ.

ການທີ່ນ້ອງໄດ້ຮັບຕຳແໜ່ງອັນມີກຽດນີ້ ກໍຕ້ອງເປັນແບບຢ່າງໃຫ້ແກ່ນ້ອງໆເຍົາວະຊົນ ແລະ ຊາວໜຸ່ມໃນການເຜີຍແຜ່ວັດທະນະທຳໃຫ້ຊາວຕ່າງຊາດໄດ້ຮັບຮູ້. ນ້ອງໄດ້ເກັບກ່ຽວເອົາປະສົບການມາທັງໝົດນີ້ຄິດວ່າຈະເອົາຄວາມຮູ້ທີ່ໄດ້ຮຽນມາສອນນ້ອງໆຄືໃຫ້ນ້ອງໆຕັ້ງໃຈສຶກສາຮ່ຳຮຽນໃຫ້ເປັນຄົນມີ ຄວາມຮູ້ ແລະ ຄວາມສາມາດຕໍ່ໄປ ລວມທັງການພັດທະນາ, ການຮຽນປັບບຸກຄະລິກ, ການຮຽນຮູ້ຄວາມງາມຈາກພາຍໃນສູ່ພາຍນອກ, ໃຫ້ເປັນຄົນດີໃນສັງຄົມ ແລະ ຮູ້ໜ້າທີ່ຮັບຜິດຊອບຂອງຕົນເອງ.

ໃນນາມທີ່ນ້ອງເອງເປັນທູດທາງດ້ານວັດທະນະທຳ ນ້ອງຈະເປັນຕົວຢ່າງໃຫ້ແມ່ຍິງລາວຄືນ້ອງຈະເປັນແບບຢ່າງທີ່ດີ, ຮັກສາຮີດຄອງປະເພນີລາວເຮົາ ແລະ ຮັກສາກຽດສັກສີຂອງແມ່ຍິງລາວເຮົາຢ່າງພາກພູມໃຈ. ສາມາດຕິດຕາມຂໍ້ມູນ – ຂ່າວສານ ນ້ອງ ສຸດາວອນ ໄດ້ທາງ Facebook ສ່ວນຕົວ: Jenny patsaphanh ແລະ IG jensouda06.

ຂ່າວ: ນຸ້ມນິ້ມ; ຮູບ: Jenny patsaphanh