ຄວາມຄິດອາຊີບເສີມເພີ່ມລາຍໄດ້ໄລຍະປີໃໝ່

222

ໃກ້ປີໃໝ່ສາກົນເຂົ້າມາແລ້ວ ໃຜບໍ່ມີແຜນໄປທ່ຽວທາງໃດກໍມາລອງຫາອາຊີບເສີມເພີ່ມລາຍໄດ້ໄລຍະປີໃໝ່ເບິ່ງ ເພາະວ່າໄລຍະທ້າຍປີກໍມີຄົນອອກມາຈັບຈ່າຍຊື້ເຄື່ອງຂອງກັນເປັນຈຳນວນຫຼາຍ ເຊິ່ງເປັນຊ່ອງທາງການຫາລາຍໄດ້ ແລະ ຍັງຖືໂອກາດນີ້ເປັນຈຸດເລີ່ມຕົ້ນເຮັດສິ່ງໃໝ່ໆໄດ້ນຳອີກ. ສະນັ້ນ, ຄໍລໍາຕະຫຼາດວັນນີ້ ໄດ້ຄັດເອົາອາຊີບເສີມໃນໄລຍະປີໃໝ່ມາຝາກວ່າມີຫຍັງທີ່ໜ້າສົນໃຈດັ່ງລຸ່ມນີ້:

1 ຮັບຫໍ່ຂອງຂວັນ: ປີໃໝ່ສາກົນກັບຂອງຂວັນກໍເປັນຂອງຄູ່ກັນທີ່ມາແຕ່ດົນ ເພາະທຸກຄົນຕ່າງຊອກຫາຂອງຂວັນມອບໃຫ້ຄົນຮັກ, ຄອບຄົວ, ໝູ່ເພື່ອນສະໜິດ ແຕ່ໜ້ອຍຄົນທີ່ຈະຫໍ່ຂອງຂວັນດ້ວຍຕົວເອງ ເພາະສະນັ້ນຈຶ່ງບໍ່ແປກເລີຍທີ່ຮ້ານຮັບຫໍ່ຂອງຂວັນຈະໄດ້ຮັບ ຄວາມນິຍົມຍິ່ງໃຜມີສີມືດີ ສາມາດຫໍ່ຂອງຂວັນໃຫ້ມີມູນຄ່າແພງຂຶ້ນໄດ້.

2 ຂາຍເຄື່ອງທີ່ລະນຶກ: ໄລຍະປີໃໝ່ບໍ່ວ່າໃຜກໍຕ່າງໄປເລືອກຊື້ຂອງຂວັນ ຈຶ່ງເໝາະທີ່ຈະຊອກຫາທີ່ຕັ້ງດີໆຂາຍເຄື່ອງທີ່ລະນຶກ, ຂອງຂວັນຕາມຕະຫຼາດ, ຈຸດແຫຼ່ງທ່ອງທ່ຽວຕ່າງໆ ຫຼື ໃຜຈະຮັບມາຂາຍທາງອອນລາຍກໍໄດ້ເຊັ່ນກັນ ຍິ່ງຖ້າເປັນເຄື່ອງກິບຊັອບທີ່ນິຍົມ, ລາຄາບໍ່ແພງ ເຊັ່ນ: ຕຸກກະຕາ, ພວງກຸນແຈ ຍິ່ງໄດ້ຂາຍງ່າຍເພາະໃຜໆກໍຢາກມີຂອງຂວັນເລັກໆໜ້ອຍໆຕິດໄມ້ຕິດມືໄປຝາກຄົນສຳຄັນຢູ່ແລ້ວ.

3 ຂາຍຂອງກິນຫຼິ້ນ: ບໍ່ວ່າຈະເທດສະການໃດໆຂອງກິນກິນຫຼິ້ນກໍຍັງຄົງຂາຍດີຢູ່ສະເໝີ ຍິ່ງເປັນໄລຍະປີໃໝ່ທີ່ມີລູກຄ້າອອກມາຊື້ຈັບຈ່າຍກັນຫຼາຍ ຮ້ານອາຫານຕ່າງໆກໍໄດ້ຂາຍດີ ແລະ ແນະນໍາວ່າອາຫານທີ່ກິນງ່າຍໆຈະຂາຍດີ ເຊັ່ນ: ຈືນໄກ່, ຈືນລູກຊີ້ນ, ຊາລະເປົ໋າ, ໝາກໄມ້ ເປັນຕົ້ນ.

4 ບໍລິການຮັບສົ່ງອາຫານ: ໄລຍະປີໃໝ່ທຸລະກິດນີ້ກໍເປັນໂອກາດດີຂອງບໍລິການເດລີເວີລີ ຮັບ – ສົ່ງອາຫານໃຫ້ເຖິງທີ່, ຕອບໂຈດຄົນທີ່ເນັ້ນຄວາມສະດວກສະບາຍ, ຢາກສະຫຼອງເບົາໆຢູ່ບ້ານເຮືອນ.

5 ຮັບຈັດດອກໄມ້: ຫຼາຍຄົນເລືອກທີ່ຈະຊື້ດອກໄມ້ໃຫ້ກັບຄົນພິເສດໃນໄລຍະປີໃໝ່ ເພື່ອແທນຄວາມຮູ້ສຶກດີໆ ເຮັດໃຫ້ທຸລະກິດຮ້ານດອກໄມ້ຮັບຈັດຊໍ່ດອກໄມ້ໄດ້ຮັບຄວາມນິຍົມກັນຫຼາຍ ໃຜມີສີມືດ້ານນີ້ຢູ່ກໍລອງຊອກຫາຊ່ອງທາງສ້າງລາຍໄດ້ກັນເບິ່ງ ເພາະເປັນອາຊີບທີ່ສ້າງເງິນໄດ້ດີ.

6 ຮັບຈັດກະຕ່າຂອງຂວັນ: ກະຕ່າຂອງຂວັນເປັນສິ່ງທີ່ຂາດບໍ່ໄດ້ກັບເທດສະການປີໃໝ່ ເພື່ອມອບໃຫ້ກັບຍາດຜູ້ໃຫຍ່ ແລະ ອົງກອນທຸລະກິດຕ່າງໆກໍມັກເລືອກຊື້ກະຕ່າຂອງຂວັນມອບໃຫ້ກັບລູກຄ້າຢູ່ສະເໝີ ເຖິງແມ່ນຈະມີກະຕ່າຂອງຂວັນສຳເລັດຮູບວາງຂາຍໃນທ້ອງຕະຫຼາດຢ່າງຫຼວງຫຼາຍ ແຕ່ສ່ວນໃຫຍ່ມັກມີໜ້າຕາຄ້າຍກັນ. ດັ່ງນັ້ນ, ຫາກໃຜມີຄວາມຄິດສ້າງສັນກະຕ່າຂອງຂວັນແນວໃໝ່ໆທີ່ແຕກຕ່າງຈາກທ້ອງຕະຫຼາດ ກໍອາດເປັນທາງເລືອກໃໝ່ທີ່ຊ່ວຍດຶງດູດລູກຄ້າໄດ້.

ຮຽບຮຽງຈາກ: money.kapook.com