ກະຊວງການເງິນ ເຜີຍແຜ່ກົດໝາຍກ່ຽວກັບອາກອນ ໃຫ້ຫົວໜ່ວຍທຸລະກິດ 8 ແຂວງພາກເໜືອ

90

ທ້າຍອາທິດຜ່ານມາ ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບ ທະນາຄານໂລກ ໄດ້ສືບຕໍ່ເຜີຍແຜ່ກົດໝາຍ 4 ສະບັບ ຂອງສ່ວຍສາອາກອນ ປະກອບມີ: ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ ໃຫ້ຂະແໜງສ່ວຍສາອາກອນປະຈໍາແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງຫົວພັນ, ສ່ວຍສາອາກອນປະຈໍາເມືອງ ແລະ ບັນດານັກທຸລະກິດຈາກ 8 ແຂວງພາກເໜືອ.

ໂອກາດນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງກົດໝາຍດັ່ງກ່າວ ໃນການຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ສາມາດລະດົມແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດຢ່າງຕໍ່ເນື່ອງ ເພື່ອສະໜອງດ້ານທຶນຮອນໃຫ້ແກ່ແຜນພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ ພ້ອມທັງເປັນການສົ່ງເສີມການຜະລິດ, ການດຳເນີນທຸລະກິດໃຫ້ມີປະສິດທິຜົນ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໃຫ້ນັບມື້ດີຂຶ້ນ.

ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາຫົວໜ່ວຍທຸລະກິດ ຈົ່ງມີຄວາມຕື່ນຕົວໃນການນຳໃຊ້ລະບົບບັນຊີທີ່ຖືກຕ້ອງຕາມກົດໝາຍບັນຊີ, ນຳໃຊ້ໃບເກັບເງິນໃຫ້ຖືກຕ້ອງ ແລະ ປະຕິບັດການແຈ້ງເສຍພັນທະອາກອນໃຫ້ທັນເວລາ, ຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ; ຮຽກຮ້ອງໃຫ້ນຳໃຊ້ລະບົບເອເລັກໂຕຣນິກໃນການແຈ້ງ ແລະ ຊຳລະອາກອນ, ນຳໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການຢູ່ຈຸດຂາຍ ( POS ) ແລະ ຈິງໃຈແຈ້ງຂໍ້ມູນການເຄື່ອນໄຫວໃຫ້ເຈົ້າໜ້າທີ່ອາກອນຢ່າງເປັນປົກກະຕິ ແລະ ໃຫ້ບັນດາຫົວໜ່ວຍທຸລະກິດທີ່ມີລາຍຮັບປະຈຳປີເກີນ 400 ລ້ານກີບ, ແຕ່ຍັງຢູ່ໃນລະບົບອາກອນແບບມອບເໝົາໃຫ້ນຳໃຊ້ລະບົບບັນຊີທີ່ຖືກຕ້ອງ ແລະ ນຳໃຊ້ໃບເກັບເງິນໃຫ້ຖືກຕ້ອງ ເພື່ອກ້າວໄປສູ່ການເຂົ້າລະບົບອາກອນມູນຄ່າເພີ່ມໃຫ້ຖືກຕ້ອງຕາມກົດໝາຍທີ່ວາງໄວ້.

ຂ່າວ: ສົມສະຫວິນ, ຮູບ: ສຸວັນໄຊ