ສຸກັນ ຫວັງປ້ອງແຊັມ ຫຼັງຄວ້າຫຼຽນຄໍາໜຶ່ງດຽວ ໃຫ້ທັບນັກກີລາລາວໃນຊີເກມ 2019

181

ສຸກັນ ໄຕປັນຍາວົງ ນັກກີລາຄິກບ໊ອກຊິ້ງ ເຈົ້າຂອງຫຼຽນຄໍາ ໜຶ່ງດຽວຂອບທັບນັກກີລາລາວ ໃນງານມະຫະກໍາກີລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ເດີນທາງກັບຮອດ ສປປ ລາວ ໃນຄໍ່າຄືນຂອງວັນທີ 12 ທັນວາ 2019 ກ່ອນຈະຄັ້ງຄວາມຫວັງປ້ອງກັນແຊັມໃນ ຊີເກມ ຄັ້ງຕໍ່ໄປ ທີ່ ສສ ຫວຽດນາມ ໃນປີ 2021.

ທ່ານ ວັນນະເດດ ແກ້ວວຽງຄຳ ປະທານສະຫະພັນກີລາຄິກບ໊ອກຊິ້ງ ໃຫ້ສໍາພາດຕໍ່ຜົນສໍາເລັດດັ່ງກ່າວວ່າ: ກ່ອນອື່ນ ສະຫະພັນຄິກບ໊ອກຊິ້ງ ຂອງພວກເຮົາເອງກໍຂໍຂອບໃຈ ການນໍາພັກ-ລັດ ແລະ ພໍ່ແມ່ປະຊາຊົນລາວ ທີ່ໃຫ້ໂອກາດ ແລະ ໃຫ້ການຊ່ວຍເຫຼືອ ລວມເຖິງການໃຫ້ກໍາລັງໃຈຊ່ວຍຊົມຊ່ວຍເຊີຍຈົນເຖິງວິນາທີສຸດທ້າຍ ໃນການເຂົ້າຮ່ວມແຂ່ງຂັນໃນຊີເກມ 2019 ສາມາດຍາດໄດ້ 1 ຫຼຽນຄໍາ ແລະ 3 ຫຼຽນທອງ, ເຊິ່ງທາງສະຫະພັນຂອງພວກເຮົາມີຄວາມພາກພູມໃຈ, ນັກກີລາມີຄວາມສາມັກຄີແບບຄອບຄົວ ແລະ ພໍໃຈໃນຜົນງານທີ່ສຸດ, ແນ່ນອນການພັດທະນາເປັນກີລາຄິກບ໊ອກຊິ້ງ ເປັນກີລາໃໝ່ສໍາລັບ ສປປ ລາວ ຈະເປັນວຽກໜັກທີ່ພວກເຮົາຈະຕ້ອງໄດ້ເຮັດ ແລະ ເປັນໜ້າທີ່ຂອງພວກເຮົາ ໂດຍໃນໄວໆນີ້ ຈະມີການພິຈາລະນາບັນຈຸກີລານີ້ເຂົ້າໃນກີລາແຫ່ງຊາດ ທີ່ແຂວງຊຽງຂວາງ ໃນປີ 2020 ເປັນກີລາສາທິດ ເພື່ອເຜີຍແຜ່ຕໍ່ໄປ.

ສຸກັນ ໃຫ້ສໍາພາດຫຼັງກັບມາຮອດບ້ານວ່າ: ມີຄວາມຮູ້ສຶກດີໃຈຫຼາຍທີ່ ເປັນທີ່ສຸດທີ່ສາມາດຍາດໄດ້ 1 ຫຼຽນຄໍາໃຫ້ກັບທັບນັກກີລາລາວ ໃນງານມະຫະກໍາກີລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ, ເຊິ່ງຕ້ອງຂໍຂອບໃຈທາງການນໍາ ພັກ-ລັດ ແລະ ສະຫະພັນຄິກບ໊ອກຊິ້ງແຫ່ງຊາດລາວ ລວມເຖິງກອງເຊຍຊາວລາວ ທຸກຄົນ ທີ່ໄດ້ໃຫ້ໂອກາດ ແລະ ໃຫ້ກໍາລັງໃຈມາໂດຍຕະຫຼອດ, ແນ່ນອນນ້ອງຈະສືບຕໍ່ສືບຝຶກຊ້ອມຢ່າງຕໍ່ເນື່ອງ ແລະ ຫວັງປ້ອງກັນແຊັມໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ.

ສໍາລັບ ສຸກັນ ເອົາຊະນະນັກກີລາຈາກ ອິນໂດເນເຊຍ ໃນຮອບຊີງຫຼຽນຄໍາໄປແບບສະບາຍໆ ຈາກຈັງຫວະເຕະເຂົ້າທ້ອງຄູ່ແຂ່ງ ຈົນນອນກັບພື້ນ ເຮັດໃຫ້ຕ້ອງໃຫ້ແພດສະໜາມເຂົ້າມາປະຖົມພະຍາບານ ກ່ອນຫາມອອກຈາກສະໜາມ ແລະ ກໍາມະການຊູມືໃຫ້ກັບ ສຸກັນ ເອົາຊະນະໄປພຽງໄລຍະເວລາບໍ່ຮອດຍົກ ຄວ້າຫຼຽນຄໍາຫຼຽນທໍາອິດ ແລະ ເປັນຫຼຽນຄໍາໜຶ່ງດຽວ ໃຫ້ກັບທັບນັກກີລາລາວໃນຊີເກມດັ່ງກ່າວ.

ສໍາລັບ ສປປ ລາວ ກໍານົດສົ່ງຄະນະນຳ, ກຳມະການຕັດສິນ, ຄູຝຶກ ແລະ ທັບນັກກີລາ ຈຳນວນ 370 ຄົນ ພ້ອມຕັ້ງເປົ້າໝາຍ 2 ຫຼຽນຄຳ ແລະ ກຳນົດເອົາ 25 ປະເພດກີລາເຂົ້າຮ່ວມແຂ່ງຂັນ ປາກົດວ່າ: ຄວ້າ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 28 ຫຼຽນທອງ ຢູ່ອັນດັບທີ 10 ຂອງຕາຕະລາງຈາກ 11 ປະເທດເຂົ້າຮ່ວມ ຫຼຸດເປົ້າໝາຍໄປຫວຸດຫວິດ ແລະ ສ້າງຜົນງານຕົກຕໍ່າກວ່າ ຊີເກມ 2017 ຍາດມາໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 21 ຫຼຽນທອງ ຈັດຢູ່ອັນດັບທີ 9.

ໂດຍຊີເກມ 2019 ທັບນັກກີລາລາວ ໄດ້ 1 ຫຼຽນຄໍາຈາກ ທ້າວ ສຸກັນ ໄຕປັນຍາວົງ ນັກກິລາຄິກບ໊ອກຊິ້ງ ຮຸ່ນນໍ້າໜັກບໍ່ເກີນ -60 ກິໂລ, ສ່ວນ 5 ຫຼຽນເງິນໄດ້ຈາກ ມວຍລາວ 1 ຫຼຽນ, ລົດຖີບ 1 ຫຼຽນ, ເປຕັງ 1 ຫຼຽນ ແລະ ຢູໂດ 2 ຫຼຽນ. ຂະນະທີ 28 ຫຼຽນທອງໄດ້ຈາກ ຢູໂດ 1 ຫຼຽນ, ມວຍປໍ້າ 3 ຫຼຽນ, ຄິກບ໊ອກຊິ້ງ 3 ຫຼຽນ, ສະນຸກເກີ 1 ຫຼຽນ, ແລ່ນ-ລານ 1 ຫຼຽນ, ຄາຣາເຕໂດ 2 ຫຼຽນ, ເທຄວັນໂດ 2 ຫຼຽນ, ມວຍ 2 ຫຼຽນ, ຊອຟເທັນນິສ 1 ຫຼຽນ, ເປຕັງ 3 ຫຼຽນ, ກີລາຜ່ານສິ່ງກີດຂວາງ 1 ຫຼຽນ, ປັນຈັກສີລັດ 3 ຫຼຽນ, ວູຊູ 3 ຫຼຽນ ແລະ ກະຕໍ້ 2 ຫຼຽນ.
(ຂ່າວ: ຄໍາສອນ; ຮູບຈາກ: Lao su su ລາວ ສູ້ ສູ້)