ງານ ໄທແລນມໍເຕີເອັກໂປ 2019 ຍອດຈອງລົດຫຼຸດເປົ້າ

121

ບັນຍາກາດການຈັດງານ ໄທແລນ ມໍເຕີເອັກໂປ 2019 ( Thailand International Motor expo 2019 ) ທີ່ປະເທດໄທ ໄດ້ປິດສາກລົງຢ່າງເປັນທາງການແລ້ວ ຕະຫຼອດໄລຍະຈັດງານ 14 ວັນ ປາກົດວ່າມີຍອດຈອງລົດໃນງານທັງໝົດ 37.489 ຄັນ ລົດຈັກ 7.251 ຄັນ ເຊິ່ງເປັນຕົວເລກທີ່ຕໍ່າກວ່າເປົ້າໝາຍທີ່ປະທານຈັດງານຕັ້ງເປົ້າໄວ້ ຄື: ລົດໃຫຍ່ 50 ພັນຄັນ ແລະ ລົດຈັກ 9 ພັນຄັນ.

ໃນສ່ວນຂອງຍອດຈອງເຫັນວ່າຮອນດ້າຢູ່ໃນອັນດັບຜູ້ນໍາຢ່າງຕໍ່ເນື່ອງ ແຕ່ໃນໄລຍະໂຄ້ງສຸດທ້າຍແມ່ນຄ້າຍໂຕໂຢຕ້າແຊງໜ້າຄວ້າແຊັມໄປຄອງດ້ວຍຍອດຈອງລວມທີ່ 6.243 ຄັນ, ສ່ວນຮອນດ້າ 5.766, ມາດສະດ້າ 3.998 ຄັນ ແລະ ອີຊູຊຸ 3.761 ຄັນ, ມິດຊູບີຊິ 2.959 ຄັນ.

ສ່ວນລົດຈັກເປັນໄປຕາມຄາດໝາຍ ເອພີຮອນດ້າມີຍອດຈອງລວມ 1.440 ຄັນ, ຢາມາຮ້າ 1.167 ຄັນ, ເວສປ້າ 612 ຄັນ, ຄາວາຊາກິ 502 ຄັນ ແລະ ຣິວກ້າ 369 ຄັນ.

ທ່ານ ຂວັນໄຊ ປະພັດພົງ ປະທານຈັດງານໄດ້ກ່າວວ່າ: ງານປີນີ້ປະສົບຄວາມສໍາເລັດເປັນຢ່າງດີ ດ້ວຍແຮງສະໜັບສະໜູນຈາກຜູ້ກ່ຽວຂ້ອງທຸກຝ່າຍ ຕະຫຼອດຈົນຜູ້ເຂົ້າຮ່ວມງານ ແລະ ສື່ມວນຊົນທຸກຂະແໜງ.

ສໍາລັບຍອດຈອງລົດໃຫຍ່ ແລະ ລົດຈັກພາຍໃນງານ ລວມ 44.740 ຄັນ ຫຼຸດລົງຈາກປີກ່ອນ 16,2% ມີສາເຫດຈາກປັດໄຈທັງພາຍນອກປະເທດ ເຊັ່ນ: ສະພາບເສດຖະກິດຕົກຕໍ່າ, ສົງຄາມການຄ້າ ແລະ ປັດໄຈພາຍໃນປະເທດ ເຊັ່ນການປັບຂຶ້ນອັດຕາພາສີທີ່ດິນ ລວມເຖິງພາສີລົດຈັກອັດຕາໃໝ່ຄິດຕາມຄ່າການປ່ອຍຄາບອນໄດອອກຊາຍ ເຊິ່ງຈະເລີ່ມວັນທີ 1 ມັງກອນ 2020 ສົ່ງຜົນໃຫ້ປະຊາຊົນໃຊ້ຈ່າຍຢ່າງລະມັດລະວັງ ສ່ວນຍອດຜູ້ຊົມງານເປັນໄປຕາມເປົ້າໝາຍທີ່ວາງໄວ້.

ທີ່ມາ https://www.prachachat.net/motoring/news-400142