ທ່າແຕງ ຝຶກອົບຮົມພື້ນຖານອາຊີບໃຫ້ພາກທຸລະກິດ

55

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ ຈັດຝຶກອົບຮົມໃນຫົວຂໍ້ ” ພື້ນຖານແຫ່ງອາຊີບ ” ໃຫ້ຫົວໜ່ວຍທຸລະກິດໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານພາຍໃນເມືອງທ່າແຕງ ຂຶ້ນໃນວັນທີ 12 ທັນວາ 2019 ນີ້ ທີ່ຫ້ອງປະຊຸມເຮືອນພັກແຖວຄໍາ ເມືອງທ່າແຕງ ແຂວງເຊກອງ ໂດຍການເປັນປະທານຂອງ ທ່ານ ອຸໄທ ນິນດາສັກ ຕາງໜ້າຄະນະພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີທ່ານ ສະຫຍາມ ຈັນທະສອນ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງທ່າແຕງ, ມີສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .

ການຈັດຝຶກອົບຮົມໃຫ້ສໍາມະນາກອນພາກທຸລະກິດບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານກິນດື່ມໃນຄັ້ງນີ້ ເພື່ອເປັນການສືບຕໍ່ຄວາມຕ້ອງການຝຶກອົບຮົມໃຫ້ແກ່ພະນັກງານທີ່ເຮັດວຽກຢູ່ໃນທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານກິນດື່ມ ທີ່ມີຄວາມຕ້ອງການຮຽນຮູ້ການບໍລິການ ເຊິ່ງສໍາມະນາກອນຈະໄດ້ຝຶກອົບຮົມໃນພາກທິດສະດີ ແລະ ປະຕິບັດຕົວຈິງ ໂດຍໄດ້ແຍກອອກເປັນ 3 ທີມ ຄື: ທີມປຸງແຕ່ງອາຫານສາກົນ, ທີມການບໍລິການອາຫານ ແລະ ເຄື່ອງດື່ມ ແລະ ທີມການອະນາໄມຫ້ອງພັກໃຫ້ຖືກຕ້ອງສອດຄ່ອງຕາມຫຼັກສູດພື້ນຖານແຫ່ງອາຊີບ, ການຝຶກອົບຮົມຄັ້ງນີ້ແມ່ນເລີ່ມແຕ່ວັນທີ 12 – 13 ທັນວາ ຈຶ່ງຈະສໍາເລັດ.

ໃນໂອກາດທີ່ເຂົ້າຮ່ວມເປັນປະທານໃນກອງປະຊຸມຝຶກອົບຮົມຄັ້ງນີ້ ທ່ານ ອຸໄທ ນິນດາສັກ ຕາງໜ້າຄະນະພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ ກໍໄດ້ມີຄໍາເຫັນວ່າ: ການຝຶກອົບຮົມຄັ້ງນີ້ເປັນຄັ້ງທີ 2 ໂດຍແນໃສ່ຍົກລະດັບທັກສະດ້ານການບໍລິການຂອງບັນດາພະນັກງານທີ່ເຮັດວຽກທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານກິນດື່ມ, ທັງເປັນການປັບປຸງວຽກງານການທ່ອງທ່ຽວພາຍໃນເມືອງທ່າແຕງ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ ເພື່ອດຶງດູດເອົານັກທ່ອງທ່ຽວໃຫ້ເຂົ້າມາທ່ຽວພາຍໃນເມືອງນັບມື້ຫຼາຍຂຶ້ນ.

ໂດຍ: ພອນ ບຸນອຸທິດ