ນາງ ເມລີ ແລະ ທ້າວໃຈກ້າ ເພຍຫຼວງ ຄວ້າລາງວັນຊະນະເລີດການປະກວດເດີນແບບອາພອນເຜົ່າມົ້ງ ຮຸ່ນອາຍຸ 13 – 20 ປີ

270

ສວນວັດທະນະທຳມົ້ງກຸ (ສວນອາຫານທະວີໂຊກ) ເມືອງໄຊທານີ ນະຄອນຫຼວງວຽງຈັນໄດ້ຈັດງານປະກວດເດີນແບບ ອາພອນເຜົ່າມົ້ງ ເພື່ອປະກອບສ່ວນໃນການອະນຸຮັກຮີດຄອງປະເພນີອັນດີງາມຂອງເຜົ່າມົ້ງ ຂຶ້ນໃນວັນທີ14-15 ທັນວາ 2019 .

ໂດຍແບ່ງອອກເປັນ 3 ຮຸ່ນຄື: ຮູ່ນອາຍຸ 5 – 12 ປີ, ຮຸ່ນອາຍຸ13 – 20 ປີ ແລະ  ຮູ່ນອາຍຸ 21 ປີ ຂຶ້ນໄປ ເພື່ອຊິງລາງວັນລວມມູນຄ່າຫຼາຍກວ່າ10 ລ້ານກີບ ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນ50 ຄົນ. ການໃຫ້ຄະແນນແມ່ນ ມີ4 ເກນຄື: ຊຸດອາພອນ, ລີລາການຍ່າງ, ການສະແດງທ່າທາງ ແລະ ອຸປະກອນປະກອບ.

ຜ່ານການໃຫ້ຄະແນນຂອງຄະນະກຳມະການ ເຊິ່ງມີນາງ ຈັນມະລີ ທໍ່ ນາງສາວເຜົ່າມົ້ງລາວ 2019ຮ່ວມໃຫ້ຄະແນນຜົນປະກົດວ່າດັ່ງນີ້

ອາຍຸ 5 – 12 ປີ: ຝ່າຍຍິງ ອັນດັບ 1 ໝາຍເລກ 10 ນາງ ຢາຢົວເຕັງ,ອັນດັບ 2 ໝາຍເລກ 9 ນາງ ມີລີເຕັງ,ອັນດັບ 3 ໝາຍເລກ 8 ນາງ ລັດສະໝີ;

ຝ່າຍຊາຍ ອັນດັບ 1 ໝາຍເລກ 6 ທ້າວ ເສລີພາບ, ອັນດັບ 2 ໝາຍເລກ 2 ທ້າວ ສູ້ເຮີ, ອັນດັບ 3 ໝາຍເລກ 5 ທ້າວ ມິດຕະພາບ.

ອາຍຸ 13 – 20 ປີ: ຝ່າຍຍິງ ອັນດັບ 1 ໝາຍເລກ 24 ນາງ ເມລີ

ອັນດັບ 2 ໝາຍເລກ 22 ນາງ ນູລີ ຊາວນູ

ອັນດັບ 3 ໝາຍເລກ 18 ນາງ ເຢີລໍ່ ຕົງເຊັ້ງ

ຝ່າຍຊາຍ ອັນດັບ 1 ໝາຍເລກ 21 ທ້າວ ໃຈກ້າ ເພຍ ຫຼວງ

ອັນດັບ 2 ໝາຍເລກ 17 ທ້າວ ຄືລໍ່

ອາຍຸ 21 ປີ ຂຶ້ນໄປ: ຝ່າຍຍິງ ອັນດັບ 1 ໝາຍເລກ 37 ນາງ ປ່າຈີເອ້ຍ ເນັ່ງມົ້ງວ່າງ, ອັນດັບ 2 ໝາຍເລກ 29 ນາງ ໄມເນັ້ງ ມົວ
ອັນດັບ 3 ໝາຍເລກ 35 ນາງ ນູ່ຫວ່າງ ແລະ ໝາຍເລກ 38 ນາງ ປ່າຊົວ.

ຝ່າຍຊາຍ ອັນດັບ 1 ໝາຍເລກ 28 ທ້າວ ເຍ່ຍມົວ, ອັນດັບ 2 ໝາຍເລກ 39 ທ້າວ ວິໄລຢ່າງ ແລະ ອັນດັບ 3 ໝາຍເລກ 32 ທ້າວ ຝ່າລໍ່ ຫວາລີລົງ.

ທ່ານທັດສະນາຈອນ ບຸນທັນ ປະທານສວນອາຫານທະວີໂຊກ  ກ່າວໃນມື້ເປີດງານວ່າ: ການຈັດກິດຈະກຳຄັ້ງນີ້ຂຶ້ນ ກໍເພື່ອເປັນການສົ່ງເສີມຮີດຄອງປະເພນີອັນດີງາມຂອງເຜົ່າມົ້ງ ໂດຍສະເພາະະແມ່ນການນຸ່ງຖືແຕ່ງກາຍທີ່ງົດງາມ ແລະ ມີເອກະລັກຂອງເຜົ່າມົ້ງ. ໄປພ້ອມກັນນັ້ນກໍເພື່ອພັດທະນາສວນອາຫານທະວີໂຊກ ໃຫ້ກາຍເປັນສວນວັດທະນະທຳເຜົ່າມົ້ງ.

ສວນວັດທະນະທຳມົ້ງກຸ (ສວນອາຫານທະວີໂຊກ) ຕັ້ງຢູ່ທາງໄປປາກຊາບ ຫລັກ24 ບ້ານ ທ່ານາກ ເມືອງໄຊທານີ ນະຄອນຫຼວງວຽງຈັນ.