ທ່ານນາຍົກ ຮຽກຮ້ອງໃຫ້ພ້ອມກັນປົກປັກຮັກສາ ໃຫ້ແຄນລາວ-ສຽງແຄນລາວ ຍືນຍົງຄົງຕົວຄູ່ຄົນລາວຕະຫຼອດໄປ

219

​​ເນື່ອງໃນໂອກາດ ວັນສ້າງຕັ້ງສະໂມສອນສິລະປະແຄນລາວ (ສະມາຄົມສິລະປະແຄນລາວ ໃນປະຈຸບັນ) ຄົບຮອບ 14 ປີ (13 ທັນວາ 2015 ຫາ 13 ທັນວາ 2019), ວັນສຽງແຄນລາວ ໄດ້ເຂົ້າເປັນມໍລະດົກໂລກ ທາງດ້ານນາມມະທຳ ຄົບຮອບ 2 ປີ (7 ທັນວາ 2017 ຫາ 7 ທັນວາ 2019), ວັນເກີດປະທານ ໄກສອນພົມວິຫານ ຄົບຮອບ 99 ປີ ແລະ ໃນໂອກາດສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ 2020 ທີ່ຈະມາເຖິງ ໃນບໍ່ເທົ່າໃນວັນຂ້າງໜ້າ.

ດັ່ງນັ້ນ, ​​​​​ໃນຕອນແລງ ຂອງວັນທີ 13 ທັນວາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ສະມາຄົມສິລະປະແຄນລາວ, ຊຶ່ງນຳໂດຍທ່ານ ຈະເລີນ ເຍຍປາວເຮີ, ລັດຖະມົນຕີປະຈຳສຳນັກງານນາຍົກ, ປະທານຂົນຂວາຍ ການສ້າງຕັ້ງສະມາຄົມສິລະປະແຄນລາວ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ.

​​​​ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງສະມາຄົມສິລະປະແຄນລາວ ຕໍ່ການຊຸກຍູ້ສົ່ງເສີມ ແລະ ປົກປັກຮັກສາແຄນລາວ, ເຮັດໃຫ້ແຄນລາວມີຊື່ສຽງຢູ່ໃນເວທີສາກົນ ໂດຍສະເພາະ ສຽງແຄນລາວ ໄດ້ເຂົ້າເປັນມໍລະດົກໂລກ ທາງດ້ານນາມມະທຳ.

ພ້ອມກັນນັ້ນ ກໍ່ໄດ້ເນັ້ນໜັກ ໃຫ້ສະມາຄົມສິລະປະແຄນລາວ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນໄວ້ໃຫ້ດີ, ສືບຕໍ່ໂຄສະນາເຜີຍແຜ່ແຄນລາວໃຫ້ກວ້າງຂວາງ, ເຮັດໃຫ້ທຸກພາກສ່ວນໃນສັງຄົມ ທັງພາກໃນ ແລະ ຕ່າງປະເທດ ໄດ້ມີສ່ວນຮ່ວມນຳກັນຫຼາຍຂຶ້ນ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ແລະ ປົກປັກຮັກສາ ໃຫ້ແຄນລາວ-ສຽງແຄນລາວ ຍືນຍົງຄົງຕົວຄູ່ຄົນລາວຕະຫຼອດໄປ.

ພ້ອມກັນນັ້ນ ກໍ່ປຸກລະດົມຂົນຂວາຍ ໃຫ້ຄົນລຸ່ນໜຸ່ມນ້ອຍ, ຜູ້ທີ່ມີຄວາມສົນໃຈ ແລະ ມີພອນສະຫວັນ ກ່ຽວກັບການນຳໃຊ້ແຄນລາວ ໃຫ້ເຂົ້າມາມີສ່ວນຮ່ວມ ​ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງເປັນກ້າວໆ.​

ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ