ງົດງາມຫຼາຍ ງານເດີນແບບອາພອນເຜົ່າມົ້ງ ທີ່ສວນວັດທະນະທຳມົ້ງກຸ

0
289

ສວນວັດທະນະທຳມົ້ງກຸ (ສວນອາຫານທະວີໂຊກ) ເມືອງໄຊທານີ ນະຄອນຫຼວງວຽງຈັນໄດ້ຈັດງານ ເດີນແບບ ອາພອນເຜົ່າມົ້ງ ເພື່ອປະກອບສ່ວນໃນການອະນຸຮັກຮີດຄອງປະເພນີອັນດີງາມຂອງເຜົ່າມົ້ງ.


ງານຄັ້ງນິ້ຈັດຂຶ້ນເປັນເວລາ 2 ວັນ ລະຫວ່າງ ວັນທີ 14-15 ທັນວາ 2019 ໃນງານມີການຈັດກິດຈະກະເດີນແບບອາພອນເຜົ່າມົ້ງ ເຊິ່ງມີຜູ້ເຂົ້າຮ່ວມເດີນແບບເພື່ອຊິງລາງວັນລວມມູນຄ່າຫຼາຍກວ່າ10 ລ້ານກີບ ຈຳນວນ50 ຄົນ ທັງລຸ້ນນ້ອຍ, ລຸ້ນຊາວໜຸ່ມ ແລລະ ລຸ້ນທົ່ວໄປ.

ພິເສດໃນງານຍັງມີນາງສາວມົ້ງລາວປີ2019 ເຂົ້າຮ່ວມ ພ້ອມທັງເປັນກຳມະການໃຫ້ຄະແນນນຳອີກ.

ນາງ ຈັນມະລີ ທໍ່ ນາງສາວເຜົ່າມົ້ງລາວ 2019

ທ່ານທັດສະນາຈອນ ບຸນທັນ ປະທານສວນອາຫານທະວີໂຊກ  ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ຂຶ້ນ ກໍເພື່ອເປັນການສົ່ງເສີມຮີດຄອງປະເພນີອັນດີງາມຂອງເຜົ່າມົ້ງ ໂດຍສະເພາະະແມ່ນການນຸ່ງຖືແຕ່ງກາຍທີ່ງົດງາມ ແລະ ມີເອກະລັກຂອງເຜົ່າມົ້ງ. ໄປພ້ອມກັນນັ້ນກໍເພື່ອພັດທະນາສວນອາຫານທະວີໂຊກ ໃຫ້ກາຍເປັນສວນວັດທະນະທຳເຜົ່າມົ້ງ.

ທ່ານບົວລີ ແກ້ວມະນີວັນ ຫົວໜ້າການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດກິດຈະກຳເດີນແບບອາພອນເຜົ່າມົ້ງ ເປັນໜຶ່ງໃນກິດຈະກະທີ່ດີງາມເພື່ອອະນຸຮັກຮັກສາ ຮີດຄອງປະເພນີອັນດີງາມຂອງເຜົ່າມົ້ງ. ດັ່ງນັ້ນເນື່ອງໃນໂອກາດບຸນປີໃໝ່ເຜົ່າມົ້ງປີນີ້  ຂໍອວຍພອນໃຫ້ທຸກໆທ່ານຈົ່ງມີແຕ່ຄວາມສຸກສົມຫວັງ.

ໃນກິດຈະກິດ ນອກຈາກມີການເດີນແບບແລ້ວ ຍັງມີກອງສິລະປະທີ່ມາແຕ່ແຂວງຊຽງຂວາງ ແລະ ນັກຮ້ອງທີ່ມີຊື່ສຽງມາຮ່ວມສ້າງຄວາມເບີກບານມ່ວນຊື່ນນຳອີກ.


ສວນວັດທະນະທຳມົ້ງກຸ (ສວນອາຫານທະວີໂຊກ) ຕັ້ງຢູ່ທາງໄປປາກຊາບ ຫລັກ24 ບ້ານ ທ່ານາກ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຮູບໂດຍ: noy images

LEAVE A REPLY

Please enter your comment!
Please enter your name here