ຂ່າວດີ! ແຈ້ງປັບລົງຄານໍ້າມັນ ເລີ່ມ 16 ທັນວາເປັນຕົ້ນໄປ

155

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການສະບັບເລກທີ 1810/ອຄ. ກຄພນ ລົງວັນທີ 13 ທັນວາ 2019 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.


ເຊິ່ງການປັບລົງລາຄາໃນຄັ້ງນີ້ ແມ່ນໄດ້ປັບລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບລົງ 180 ກີບ/ລິດ (ຂາກ 10.860 ກີບ/ລິດ ເປັນ 10.680 ກີບ/ລິດ); ແອັດຊັງທຳມະດາ ປັບລົງ 30 ກີບ/ລິດ (ຈາກ 9.500 ກີບ/ລິດ ເປັນ 9.470 ກີບ/ລິດ) ແລະ ກາຊວນປັບຂຶ້ນ 110 ກີບ/ລິດ (ຈາກ 8.550 ກີບ/ລິດ ເປັນ 8.660 ກີບ/ລິດ). ລາຄານີ້ ແມ່ນໃຫ້ປະຕິບັດເລີ່ມແຕ່ວັນທີ 16 ທັນວາ 2019 ເວລາ 6:00 ໂມງ ເປັນຕົ້ນໄປ.

(ລາຍລະອຽດຕາມແຈ້ງການລຸ່ມນີ້)

*