ຄາດຈະສຳເລັດຕົ້ນປີໜ້າ ການກໍ່ສ້າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວຖ້ຳຈອມອອງ

171

ການພັດທະນາລະບົບພື້ນໂຄງລ່າງ ຖືເປັນສິ່ງທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ຈະສັງເກດເຫັນວ່າຫຼາຍໆແຂວງໄດ້ສຸມໃສ່ພັດທະນາຂະແໜງການດັ່ງກ່າວ. ເຊັ່ນດຽວກັບແຂວງ ອຸດົມໄຊ ກໍ່ໄດ້ມີການພັດທະນາລະບົບພື້ນຖານໂຄ່ງລ່າງເສັ້ນທາງພາຍໃນແຂວງ ເພື່ອເອື້ອອຳນວຍຄວາມສະດວກ ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງເຂົ້າມາທ່ຽວຊົມແຂວງ ອຸດົມໄຊ ກໍ່ຄືການເດີນທາງໄປທ່ຽວຊົມແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງ ໂດຍສະເພາະຖໍ້າຈອມອອງ ເຫັນວ່າໄດ້ຮັບຄວາມສົນໃຈຫຼາຍຈາກນັກທ່ອງທ່ຽວ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ໂຄງການກໍ່ສ້າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວຖ້ຳຈອມອອງ ເປັນໂຄງການທີ່ມີຄວາມສໍາຄັນໃນການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີ່ມການທ່ອງທ່ຽວພາຍໃນແຂວງອຸດົມໄຊ ມີຄວາມຍາວທັງໝົດ 40 ກິໂລແມັດ, ກ້ວາງ 5 ແມັດ. ປູຢາງ 2 ຊັ້ນ ມີແລວທາງຜ່ານ 11 ບ້ານ ແລະ ມີອີກຫຼາຍບ້ານໄດ້ຮັບຜົນປະໂຫຍດໃນການຊົມໃຊ້ ສັນຈອນໄປມາແລກປ່ຽນຊື້ຂາຍສິນຄ້າ.

ຜ່ານການລົງຕິດຕາມກວດການຈັດຕັ້ງປະຕິບັດໂຄງການໃນກຳນົດສັນຍາແມ່ນ 2 ປີ 3 ເດືອນ ເດືອນ ນັບຕັ້ງແຕ່ເລີ່ມກໍ່ສ້າງມາແຕ່ເດືອນ ທັນວາ 2017 ຮອດ ເດືອນ ພະຈິກ ປີ 2019 ແມ່ນສຳເລັດແລ້ວ 89,31% ຂອງໜ້າວຽກທັງໝົດ ຄິດເປັນເງິນມູນຄ່າ 8 ລ້ານກ່ວາໂດລາສະຫະລັດ ຖ້າທຽບໃສ່ແຜນກຳນົດການກໍ່ສ້າງແມ່ນຊັກຊ້າກວ່າແຜນດັດແກ້ໃໝ່ 7,96% ຫຼື 2 ເດືອນປາຍ.

ສ່ວນໜ້າວຽກທີ່ສຳເລັດແລ້ວມີຄື: ປູຢາງເສັ້ນທາງແລ້ວບາງຈຸດ, ກໍ່ຮ່ອງລະບາຍນ້ຳ, ຝັງຫຼັກກັນຕົກໃສ່ເຂດທີ່ມີຄວາມສ່ຽງ, ສຳເລັດການດຶງສາຍໄຟແຮງກາງເຂົ້າຫາສະຖານທີ່ທ່ອງທ່ຽງ, ສຳເລັດການກໍ່ສ້າງຮ້ານຂາຍເຄື່ອງທີ່ລະນຶກ, ຫ້ອງຂາຍປີ້ເຂົ້າຊົມ, ຫ້ອງນ້ຳ, ທາງຍ່າງຂຶ້ນຫາຖ້ຳ, ເດີ່ນຈອດລົດຂອງນັກທ່ອງທ່ຽວ.

ປັດຈຸບັນ ພາກສ່ວນຮັບຜິດຊອບ ກໍ່ຄືບໍລິສັດທີ່ຮັບເໝົາກໍ່ສ້າງ ພວມເລັ່ງແກ້ໄຂວຽກທີ່ຍັງຄ້າງ ເປັນຕົ້ນເສັ້ນທາງຕັດໃໝ່, ຮ່ອງລະບາຍນ້ຳບາງຈຸດ, ເສັ້ນທາງຍ່າງພາຍໃນຖ້ຳ ແລະ ສິ່ງອໍານວຍຄວາມສະດວກຕ່າງໆພາຍໃນຖ້ຳ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ເຂົ້າຮ່ວມກວດກາໂຄງການຄັ້ງນີ້ມີ ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ທັງເປັນຫົວໜ້າໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີ່ມການທ່ອງທ່ຽວຂັ້ນແຂວງ ພ້ອມດ້ວຍຜູ້ຕາງໜ້າບໍລິສັດຈິດຈະເລີນກໍ່ສ້າງ ຜູ້ຮັບເໝົາກໍ່ສ້າງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຂໍ້ມູນ: lao national radio