ນ້ຳໝາກຜັກໄສ່ຊ່ວຍບຳລຸງຮ່າງກາຍ

107

ໝາກຜັກໄສ່ມີຄຸນຄ່າທາງອາຫານຫຼາຍຢ່າງ ເຊັ່ນ: ມີວິຕາມິນ A ໃນປະລິມານຫຼາຍທີ່ຊ່ວຍບຳລຸງສາຍຕາ ເຊິ່ງເປັນຜັກຕາມລະດູການ ແລະ ຈະມີຍອດອ່ອນ ຫຼື ໝາກອ່ອນຫຼາຍໃນລະດູຝົນ ໂດຍຈະໃຊ້ເປັນຜັກກັບອາຫານຕ່າງໆ ແລະ ຍັງສາມາດນຳມາປຸງແຕ່ງອາຫານໄດ້ ນຳ.

ສ່ວນປະສົມ: ໝາກຜັກໄສ່ 30 ກຣາມ ( ຈະໃຊ້ເປັນໝາກຜັກໄສ່ ໃຫຍ່ ຫຼື ນ້ອຍກໍໄດ້ ), ໃບເຕີຍ 1 ໃບ, ນ້ຳສະອາດ 3 ຈອກ, ເກືອໜ້ອຍໜຶ່ງ, ນ້ຳໝາກນາວ 15 ກຣາມ ຫຼື ປະມານເຄິ່ງໜ່ວຍ, ນ້ຳເຊື່ອມ 3 ບ່ວງແກງ ຫຼື ຈະບໍ່ໃສ່ກໍໄດ້, ນ້ຳກ້ອນ 1 ຈອກ.

ວິທີປຸງແຕ່ງ:

ເອົາໝາກຜັກໄສ່ມາຜ່າເຄິ່ງແລ້ວໃຊ້ບ່ວງຄວັດເອົາແກ່ນອອກ ແລ້ວກຽມເອົານ້ຳໃສ່ໝໍ້ພ້ອມກັບໃບເຕີຍຕົ້ມພໍໃຫ້ໃບເຕີຍມີກິ່ນອອກ ແລະ ປົງລົງປະໄວ້ໃຫ້ເຢັນ. ຈາກນັ້ນ, ເອົາໝາກຜັກໄສ່ຊອຍເປັນຕ່ອນນ້ອຍໆລົງເຄື່ອງປັ່ນພ້ອມກັບຕອງເອົານ້ຳໃບເຕີຍ, ນ້ຳກ້ອນ, ນ້ຳເຊື່ອມ, ເກືອ ແລະ ນ້ຳໝາກນາວປັ່ນໃຫ້ເຂົ້າກັນດີຖອກໃສ່ຈອກພ້ອມດື່ມໄດ້ເລີຍ.

ເຄັດລັບ: ສຳລັບໝາກຜັກໄສ່ດີແທ້ແມ່ນໃຊ້ເປັນໝາກຜັກໄສ່ນ້ອຍ ເພາະບໍ່ມີສານເຄມີປົນເປື້ອນຈາກການປູກຝັງມາຄືກັບໝາກຜັກໄສ່   ໃຫຍ່ ແລະ ເພື່ອໃຫ້ດື່ມໄດ້ງ່າຍຂຶ້ນຄວນໃສ່ນ້ຳໝາກນາວທຸກຄັ້ງ ຫຼື ຖ້າບໍ່ມັກສົ້ມກໍບໍ່ໃສ່ນ້ຳໝາກນາວ ເພາະການໃສ່ນ້ຳໝາກນາວບໍ່ໄດ້ເຮັດໃຫ້ສານອາຫານຈາກໝາກຜັກໄສ່ຫຼຸດລົງ.

ຂໍ້ມູນຈາກ: Cooking.com, ຮຽບຮຽງ: ນຸ້ມນິ້ມ