ປູກໝາກກະທັນຂາຍ ສ້າງລາຍຮັບ 100 ລ້ານກວ່າກີບຕໍ່ປີ

207

ໝາກກະທັນ ຖືເປັນພືດເສດຖະກິດຊະນິດໜຶ່ງ ທີ່ສ້າງລາຍຮັບໃຫ້ກັບຊາວກະສິກອນເມືອງຫາດຊາຍຟອງໄດ້ເປັນຢ່າງດີ ໂດຍສະເພາະ ທ່ານ ປະສິດ ພິມປາໂມດ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຄອບຄົວຕົວແບບດ້ານການເຮັດກະສິກໍາປູກຝັງສ້າງ ເຊິ່ງໄດ້ຢຶດຖືອາຊີບຊາວສວນມາແຕ່ດົນນານ, ເລີ່ມຕົ້ນຈາກປູກຕົ້ນກະທັນພຽງ 20 ກວ່າຕົ້ນ ຈົນຮອດປັດຈຸບັນມີເນື້ອທີ່ປູກໄມ້ໃຫ້ໝາກທັງໝົດ 8 ເຮັກຕາ, ສະເພາະຕົ້ນໝາກກະທັນ 1 ພັນກວ່າຕົ້ນ ສ້າງລາຍຮັບເຂົ້າຄອບຄົວ 100 ລ້ານກວ່າກີບຕໍ່ປີ.

ທ່ານ ປະສິດ ພິມປາໂມດ ໃຫ້ຮູ້ວ່າ: ຕົນເອງເລີ່ມຕົ້ນເຮັດອາຊີບຊາວສວນມາແຕ່ອາຍຸ 10 ກວ່າປີ ໂດຍເລີ່ມຈາກສວນອ້ອຍ, ສວນຢາ, ປູກພືດສວນຄົວທົ່ວໄປຈົນມາຮອດປີ 1985 ໄດ້ເຂົ້າຝຶກອົບຮົມກ່ຽວກັບການເຮັດກະສິກໍາການຂະຫຍາຍພັນໄມ້ໃຫ້ໝາກຢູ່ສະຖານີກະສິກໍາຫາດດອກແກ້ວ, ຈາກນັ້ນຈຶ່ງເລີ່ມທົດລອງດ້ວຍຕົນເອງ ໂດຍການນໍາເອົາໝາກກະທັນມາທົດລອງວິຊາທີ່ໄດ້ຮຽນມາ ເຊິ່ງເຫັນວ່າໄດ້ຮັບຜົນດີຈຶ່ງເລີ່ມຂະຫຍາຍເນື້ອທີ່ການປູກຂຶ້ນເລື້ອຍໆ ຈົນມາຮອດປັດຈຸບັນເປັນເວລາ 30 ກວ່າປີ, ມີເນື້ອທີ່ປູກໄມ້ໃຫ້ໝາກທັງໝົດ 8 ເຮັກຕາ, ມີຕົ້ນໝາກກະທັນ 1 ພັນກວ່າຕົ້ນ, ສ້າງລາຍຮັບ 100 ກວ່າລ້ານກີບຕໍ່ປີ.

ສໍາລັບການຂາຍແມ່ນມີແມ່ຄ້າເຂົ້າມາຮັບຮອດສວນ ລາຄາເລີ່ມຕົ້ນຢູ່ທີ່ 30.000 ກີບຕໍ່ 1 ໝື່ນ, ສະເລ່ຍການເກັບສົ່ງໃຫ້ແມ່ຄ້າ 100 ກວ່າໂຕນຕໍ່ເດືອນ.

ການເກັບໝາກຂາຍທີ່ໄດ້ປະສິດທິຜົນດີສຸດ ແມ່ນເກັບໄດ້ໃນໄລຍະເວລາ 2 ເດືອນ, ສ່ວນອາຍຸຕົ້ນກະທັນທີ່ສາມາດເກັບຜົນຜະລິດໄດ້ໂດຍສະເລ່ຍເກັບໄດ້ດົນເຖິງ 70 ປີ.

ຖ້າເວົ້າເຖິງບັນຫາ ຫຼື ຂໍ້ຫຍຸ້ງຍາກທີ່ພົບພໍ້ໃນໄລຍະຜ່ານມາກ່ຽວກັບການປູກໝາກກະທັນ ທ່ານ ປະສິດ ພິມປາໂມດ ກ່າວວ່າ: ການປູກໝາກໄມ້ຊະນິດນີ້ຂໍ້ດີຂອງມັນແມ່ນບໍ່ຕ້ອງດູແລຮັກສາຫຍັງຫຼາຍ, ມີພຽງບາງປີທີ່ໂຊກຮ້າຍກໍຈະມີເພ້ຍລົງ, ແມງໄມ້ເຂົ້າ ເຖິງຈະມີການສີດຢາຂ້າແມງໄມ້ບາງຄັ້ງກໍບໍ່ສາມາດຄວບຄຸມໄດ້. ອີກຢ່າງໜຶ່ງແມ່ນເລື່ອງລາຄາ ໂດຍສະເພາະໄລຍະ 10 ປີມານີ້ລາຄາເລີ່ມລົງຫຼາຍ ໂດຍລົງຕໍ່າສຸດເຖິງ 15.000 ກີບຕໍ່ໝື່ນ ແຕ່ສໍາລັບປີນີ້ຖືວ່າລາຄາດີຂຶ້ນຫຼາຍ; ເວົ້າເຖິງເລື່ອງຕະຫຼາດສໍາລັບຕົນເອງຖືວ່າມີຕະຫຼາດຮອງຮັບທີ່ດີ ແລະ ຄົງທີ່. ນອກຈາກໝາກກະທັນແລ້ວ ກໍມີໝາກໄມ້ຊະນິດອື່ນທີ່ຕົນເອງປູກເປັນຕົ້ນ: ລະມຸດ, ໝາກມີ້, ໝາກຂາມ, ໝາກກອກນໍ້າ ກໍມີຕະຫຼາດຮອງຮັບເຊັ່ນດຽວກັນ.

ເຖິງຢ່າງໃດກໍຕາມ, ໃນການປູກຕົ້ນໝາກກະທັນຜູ້ຂຽນກໍບໍ່ພາດທີ່ຈະສອບຖາມເອົາວິທີການປູກ ແລະ ດູແລຮັກສາ ຈາກຜູ້ມີປະສົບການ 30 ກວ່າປີ ແບບນີ້ມາໃຫ້ທ່ານຜູ້ອ່ານໄດ້ທົດລອງນໍາໄປໃຊ້ນໍາກັນ ເຊິ່ງມີຂັ້ນຕອນດັ່ງນີ້:

ການກ້າເບ້ຍ: ນໍາເອົາແກ່ນໝາກກະທັນທີ່ພົບເຫັນຕາມທົ່ວໄປມາກ້າ ໂດຍເຮັດແບບການກ້າແກ່ນໄມ້ໃຫ້ໝາກທົ່ວໄປບໍ່ມີສູດພິເສດຫຍັງ ພ້ອມຫົດນໍ້າຈົນກວ່າເບ້ຍກະທັນຈະສູງປະມານ 1 ຄືບ ນັ້ນຄືມັນໃຫຍ່ພໍທີ່ຈະນໍາລົງປູກໄດ້.

ການປູກ: ແນະນໍາໃຫ້ປູກໃນໄລຍະເລີ່ມຕົ້ນລະດູຝົນ ເພາະມັນຈະເຮັດໃຫ້ດິນມີຄວາມຊຸ່ມ, ຊ່ວຍໃຫ້ເຮົາບໍ່ຕ້ອງເບິ່ງແຍງດູແລຫຍັງຫຼາຍ ໂດຍກຽມດິນ, ໄຖ, ຄາດ ພ້ອມວາງແຖວກະໄລຍະຫ່າງປະມານ 4,5×4 ແມັດ ຫຼື 4,5×5 ແມັດກໍໄດ້. ຫຼັງຈາກນັ້ນຂຸດຂຸມໃຫ້ພໍດີຫຼົມເບົ້າໝາກກະທັນແລ້ວນໍາເບ້ຍລົງປູກ, ຕໍ່ມາໃຫ້ໝັ່ນພວນດິນ, ກໍາຈັດຫຍ້າບໍ່ໃຫ້ຫຍ້າຫຸ້ມ, ສ່ວນການໃຫ້ນໍ້າແມ່ນບໍ່ຈໍາເປັນເນື່ອງຈາກປູກລະດູຝົນ.

ໄລຍະເວລາໃຫ້ໝາກ ແລະ ເກັບກ່ຽວໄດ້: ຫຼັງຈາກປູກປະມານ 3 ຫາ 4 ເດືອນກໍສາມາດເລີ່ມຕິດຕາໄດ້. ຫຼັງຈາກນັ້ນ, ອີກປະມານ 3 ເດືອນສາມາດເກັບໝາກໄດ້ ໂດຍສະເລ່ຍໃຊ້ເວລາປູກປະມານ 7 ຫາ 8 ເດືອນ, ສ່ວນອາຍຸການເກັບກ່ຽວໄດ້ສູງສຸດເຖິງ 70 ປີ. ສຸດທ້າຍເມື່ອເກັບໝາກໝົດແລ້ວກໍຈະຕັດຖິ້ມ ໂດຍຈົ່ງຕໍໄວ້ສູງປະມານ 1 ແມັດ ແລ້ວມັນກໍຈະແຕກງ່າຂຶ້ນມາໃໝ່. ຫຼັງຈາກນັ້ນ, ໃຫ້ກໍາຈັດຫຍ້າ ແລະ ລໍຖ້າເກັບໝາກອີກເທົ່ານັ້ນ.

ໂດຍ: ເອຢິບ, ຮູບ: ສຸກສະຫວັນ