ເປີດໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດ

122

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ເປີດໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ເພື່ອຍົກສູງຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ.

ພິທີເປີດໂຄງການມີຂຶ້ນໃນວັນທີ 12 ທັນວາ 2019 ທີ່ໂຮງແຮມຄຣາວພລາຊາເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ແລະ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ເນັ້ນວ່າ: ຂ້າພະເຈົ້າສະໜັບສະໜູນຢ່າງໜັກແໜ້ນຕໍ່ຈຸດປະສົງຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ເຊິ່ງເນັ້ນສ້າງຄວາມເຂັ້ມແຂງໃນການອຳນວຍ ຄວາມສະດວກ ແລະ ການປັບປຸງທີ່ຕໍ່ເນື່ອງ ສຳລັບສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ໂດຍການປະສົມປະສານລະ ຫວ່າງ ການສ້າງຂີດຄວາມສາມາດ ແລະ ການໃຫ້ຄຳປຶກສາ. ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານທີ່ເປັນສ່ວນໜຶ່ງຂອງກິດຈະກຳທີ່ໜ້າຕື່ນເຕັ້ນນີ້ ແລະ ພວກຂ້າພະເຈົ້າຫວັງວ່າເຮົາຈະໄດ້ຮັບການຮ່ວມມືທີ່ມີປະສິດທິພາບ ແລະ ປະສົບຜົນສຳເລັດຮ່ວມກັບບັນດາທ່ານທັງໝົດ ໂດຍສະເພາະທີມງານຂອງໂຄງການທີ່ຈັດຕັ້ງປະຕິບັດໂດຍ ບໍລິສັດ ພັດທະນາທຸລະກິດສາກົນ ( IBI ).

ທ່ານ ນາງ ຣີນາ ບິດເຕີ ກ່າວວ່າ: ໂຄງການດັ່ງກ່າວເປັນອີກໂຄງການໜຶ່ງຕົວຢ່າງຂອງການຮ່ວມມືທີ່ດີເລີດ ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ໃນຂົງເຂດການຄ້າ ແລະ ການລົງທຶນ, ພວກຂ້າພະເຈົ້າຮູ້ສຶກພາກພູມໃຈຕໍ່ ຄວາມພະຍາຍາມຮ່ວມກັນໃນການປັບປຸງສະພາບແວດລ້ອມໃຫ້ແກ່ທຸລະກິດຂອງ ສປປ ລາວ ໂດຍມີການເຕີບໂຕດ້ານເສດຖະກິດທີ່ຍືນຍົງ, ແບບກວມລວມ ແລະ ກວ້າງຂວາງ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຈະສະໜັບສະໜູນການສ້າງຂີດຄວາມສາມາດ ແລະ ການໃຫ້ຄຳປຶກສາ ແນໃສ່ຍົກສູງຄວາມອາດສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ( SMEs ) ຂອງ ສປປ ລາວ ໄປຄຽງຄູ່ກັບການປັບປຸງວຽກງານຈັດຕັ້ງປະຕິບັດນະໂຍບາຍການຄ້າ, ກົດໝາຍ ແລະ ລະບຽບການຄ້າ SMEs ກວມເອົາອັດຕາສ່ວນສູງສຸດຂອງວິສາຫະກິດທັງໝົດ ແລະ ສາມາດສ້າງວຽກເຮັດງານທຳຈຳນວນຫຼາຍຢູ່ ສປປ ລາວ ໂຄງການດັ່ງກ່າວຈະເນັ້ນໃສ່ຂະແໜງອຸດສາຫະກຳ ແລະ ການບໍລິການທີ່ມີທ່າແຮງດ້ານການເຕີບໂຕ ແລະ ສ້າງວຽກເຮັດງານທຳສູງ.

ສະຫະລັດອາເມຣິກາ ໄດ້ຮ່ວມມືກັບ ສປປ ລາວ ຫຼາຍໂຄງການແນໃສ່ພັດທະນາເສດຖະກິດຂອງປະເທດ ລວມທັງການຊ່ວຍເຫຼືອສອງໂຄງການທີ່ຜ່ານມາຂອງ ( LUNA LAO ) ແລະUSAID LUNA II ໃນຊຸມປີຜ່ານມາ ສະຫະລັດໄດ້ໃຫ້ການສະໜັບສະໜູນໃນມູນຄ່າທັງໝົດຫຼາຍກວ່າ 22 ລ້ານໂດລາສະຫະລັດ ແນໃສ່ສ້າງ ຄວາມເຂັ້ມແຂງດ້ານການພັດທະນາເສດຖະກິດຂອງ ສປປ ລາວ ແລະ ອຳນວຍ ຄວາມສະດວກດ້ານການຄ້າໃນພາກພື້ນ ແລະ ສາກົນ.

ທ່ານ ນາງ ຣີນາ ບິດເຕີ ກ່າວຕື່ມວ່າ: ສະຫະລັດອາເມຣິກາ ໄດ້ສະໜັບສະໜູນ ສປປ ລາວ ທຸກບາດກ້າວຂອງເສັ້ນທາງ ນັບແຕ່ການເຂົ້າເປັນສະມາຊິກອົງການຄ້າໂລກ ( WTO ) ໃນປີ 2013 ຈົນຮອດການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍຂອບການຄ້າ ແລະ ການລົງທຶນລະຫວ່າງ ສປປ ລາວ ແລະ ສະຫະລັດ ໃນປີ 2017.

ນອກຈາກການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແລະ ການຂະຫຍາຍການຄ້າແລ້ວ ສະຫະລັດອາເມຣິກາ ຍັງຮ່ວມມືກັບລັດຖະບານ ແລະ ປະຊາຊົນລາວໃນການປັບປຸງຄວາມອາດສາມາດຂອງຈຸນລະວິສາຫະກິດກະສິກຳ, ສ້າງຄວາມເຂັ້ມແຂງດ້ານຫຼັກນິຕິທຳ, ສົ່ງເສີມສຸຂະພາບ ແລະ ໂພຊະນາການຊ່ວຍເຫຼືອຄົນພິການ ແລະ ພັດທະນາການສຶກສາ.

ຂ່າວ: ພຸດຕີ້, ຮູບ: ສຸກສະຫວັນ