ທະນາຄານຈະເຍື້ອນການຊຳລະໜີ້ແກ່ລູກຄ້າທີ່ຮັບຜົນກະທົບຈາກນ້ຳຖ້ວມ

221

ຜົນເສຍຫາຍຂອງລູກຄ້າເງິນກູ້ທະນາຄານຢູ່ 4 ແຂວງພາກໃຕ້ ປະມານ 112,90 ຕື້ກີບ ກວມເອົາ 1,75% ຂອງສິນເຊື່ອທັງໝົດ, ດ້ານຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ ເຜີຍ: ສະເໜີຂັ້ນເທິງພິຈາລະນາປັບປຸງໂຄງສ້າງໜີ້, ເຍື້ອນການຊຳລະໜີ້, ຫາກລູກຄ້າຜູ້ໃດທີ່ມີເງື່ອນໄຂກໍອາດປ່ອຍສິນເຊື່ອໃຫ້ດຳເນີນທຸລະກິດຕື່ມອີກ.

ທ່ານ ນວນຕາ ແກ້ວມະນີ ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກໃຕ້ ( ທຫລ ) ແຂວງຈຳປາສັກ ໄດ້ແຈ້ງຕໍ່ຜູ້ສື່ຂ່າວວ່າ: ພາຍຫຼັງສະພາບນ້ຳໄດ້ບົກແຫ້ງເຂົ້າສູ່ສະພາບປົກກະຕິແລ້ວ ທຫລ ສາຂາພາກໃຕ້ກໍໄດ້ຮີບຮ້ອນແຈ້ງໃຫ້ບັນດາສາຂາທະນາຄານທຸລະກິດ ລົງຕິດຕາມປະເມີນຜົນເສຍຫາຍຂອງລູກຄ້າເງິນກູ້ຂອງຕົນ.

ຜ່ານການຕິດຕາມສັງລວມປະເມີນເບື້ອງຕົ້ນ, ຜົນເສຍຫາຍຂອງລູກຄ້າເງິນກູ້ທະນາຄານທົ່ວ 4 ແຂວງພາກໃຕ້ ມີທະນາຄານທຸລະກິດຖືກຜົນກະທົບ 23 ສາຂາ ແລະ 5 ໜ່ວຍບໍລິການເອກະລາດ, ລວມມູນຄ່າເສຍຫາຍ 112,90 ຕື້ກີບ ກວມເອົາ 1,75% ຂອງສິນເຊື່ອທັງໝົດ.

ໃນນີ້, ແຂວງຈຳປາສັກ ຜົນກະທົບ 12 ສາຂາ ແລະ 1 ໜ່ວຍບໍລິການເອກະລາດ ເສຍຫາຍຈຳນວນ 74,96 ຕື້ກີບ; ແຂວງອັດຕະປື ມີຜົນກະທົບ 5 ສາຂາ ແລະ 1 ໜ່ວຍບໍລິການເອກະລາດຈຳນວນເສຍຫາຍ 18,03 ຕື້ກີບ; ແຂວງສາລະວັນກະທົບ 5 ສາຂາ, 2 ໜ່ວຍບໍລິການເອກະລາດ, 1 ໜ່ວຍຕົວແທນຜົນເສຍຫາຍ 11,86 ຕື້ກີບ ແລະ ແຂວງເຊກອງ ກະທົບ 4 ສາຂາ ແລະ 1 ໜ່ວຍບໍລິການເອກະລາດ ແລະ 1 ໜ່ວຍຕົວແທນ ຜົນເສຍຫາຍ 8,06 ຕື້ກີບ.

ສະເພາະລູກຄ້າທະນາຄານຢູ່ແຂວງຈຳປາສັກ ທີ່ຖືກຜົນກະທົບໃນຈຳນວນ 12 ສາຂາ ແລະ 1 ໜ່ວຍເອກະລາດ ປະເມີນຜົນເສຍຫາຍ ຈຳນວນ 74,96 ຕື້ກີບ ເຊິ່ງນອນໃນ 8 ຕົວເມືອງ ແລະ 1 ນະຄອນ. ໃນນັ້ນ, ນະຄອນປາກເຊ ເສຍຫາຍຫຼາຍກ່ວາໝູ່ ມູນຄ່າເສຍຫາຍ 63,14 ຕື້ກີບ ກວມເອົາ 84,22% ຂອງມູນຄ່າເສຍຫາຍໃນແຂວງ, ຮອງລົງມາແມ່ນເມືອງບາຈຽງຈະເລີນສຸກ ມູນຄ່າ 3,28 ຕື້ກີບ ເທົ່າ 4,37%, ເມືອງປະທຸມພອນ ຈຳນວນເສຍຫາຍ 2,35 ຕື້ກີບ ກວມເອົາ 3,13% ແລະ ເມືອງສຸຂຸມາ ຈຳນວນເສຍຫາຍ 2,13 ຕື້ກີບ ກວມເອົາ 2,84%.

ທະນາຄານທີ່ຖືກຜົນກະທົບ ແມ່ນທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິກຳ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານໄຊງ່ອນ – ເທື່ອງຕິນ ( scombank ), ທະນາຄານພາບບຣິກ; ສະເພາະຂະແໜງການເສດຖະກິດ ທີ່ຖືກຜົນເສຍຫາຍສ່ວນໃຫຍ່ແມ່ນຂະແໜງກະສິກຳ, ການຄ້າ, ບໍລິການ ແລະ ກໍ່ສ້າງ.

ທ່ານ ນວນຕາ ແກ້ວມະນີ ວ່າການຫົວໜ້າສາຂາ ທຫລ ພາກໃຕ້ ແຂວງຈຳປາສັກ ໄດ້ຢືນຢັນວ່າ: ບັນດາທະນາຄານ ຈະໄດ້ພ້ອມກັນກວດກາຄືນໜີ້ສິນທີ່ປ່ອຍໄປວ່າມີຜົນກະທົບໜ້ອຍຫຼາຍປານໃດ ເພື່ອສະເໜີຂັ້ນເທິງພິຈາລະນາແກ້ໄຂ ເປັນຕົ້ນ: ປັບປຸງໂຄງສ້າງໜີ້, ເຍື້ອນການຊຳລະໜີ້, ຫາກລູກຄ້າຜູ້ໃດທີ່ມີເງື່ອນໄຂ ພວກເຮົາກໍອາດປ່ອຍສິນເຊື່ອໃຫ້ເຂົາເຈົ້າດຳເນີນທຸລະກິດຕື່ມອີກ ແນໃສ່ເຮັດໃຫ້ການເກັບກູ້ໜີ້ສິນໃນການດຳເນີນທຸລະກິດໃຫ້ໄດ້ຕາມແຜນ ແລະ ສາມາດຂັບເຄື່ອນໄປດ້ວຍດີ ແລະ ມີຜົນກຳໄລໃນຕໍ່ໜ້າ.

ຂ່າວ – ຮູບ: ຣັດສະໝີ ດວງສັດຈະ