ຄຳມ່ວນ ຮັບຮອງເອົາ 8 ບ້ານຢູ່ທ່າແຂກ ເປັນບ້ານວັດທະນະທຳ

110

ເມື່ອອາທິດທີ່ຜ່ານມາ ແຂວງ ຄຳມ່ວນ ໄດ້ຈັດພິທີປະກາດ-ຮັບຮອງເອົາ 8 ບ້ານ ຂອງເຂດນາມ່ວງ-ນາແງວ ເມືອງທ່າແຂກຄື: ບ້ານກົກຕ້ອງ, ນາມ່ວງ, ສະໂງມ, ນາກອກ, ໂພນຄູນ, ນາໄກ່ເຂ່ຍ, ໂພນງາມ ແລະ ໂນນສະຫວາງ ເປັນບ້ານວັດທະນະທຳ ເປັນບ້ານທີ 83, 84, 85, 86, 87, 88, 89, 90 ຂອງເມືອງທ່າແຂກ ແລະ ເປັນບ້ານທີ 516, 517, 518, 519, 520, 521, 522, 523 ຂອງແຂວງຄຳມ່ວນ.

ໂດຍການເຂົ້າຮ່ວມຂອງ ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງໆທ່າແຂກ, ທ່ານ ນາງ ບັງອອນ ໄຊຍະສິດ  ປະທານສະຫະພັນແມ່ຍິງແຂວງຄຳມ່ວນ, ທ່ານ ແສງເພັດ ຄຳສຸກຖາວົງ  ຮອງເຈົ້າເມືອງໆທ່າແຂກ ຜູ້ຊີ້ນຳເຂດນາມ່ວງ-ນາແງວ, ທ່ານ ໄຊສົມບູນ ສຸວັນດາລາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ, ມີບັນດາຄະນະບໍລິຫານງານພັກເມືອງ, ບັນດາຫ້ອງການອ້ອມຂ້າງເມືອງ, ຄະນະພັກຮາກຖານກຸ່ມບ້ານ, ຄູ-ອາຈານ-ນັກຮຽນ, ບັນດາອຳນາດການປົກຄອງ-ການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນພາຍໃນ 08 ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ພັຕ ຄູນມາ ເດດສັກດາ ຫົວໜ້າການທະຫານກອງບັນຊາການທະຫານເມືອງ ເຂດນາມ່ວງ-ນາແງວ ຂຶ້ນຜ່ານບົດປະເມີນຜົນການສ້າງຄອບຄົວ ແລະ ບ້ານວັດທະນະທໍາໃນໄລຍະຜ່ານມາ ເຊິ່ງທັງ 8 ບ້ານ ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບເຮັດນາເປັນຕົ້ນຕໍ ແລະ ເອົາການປູກຝັງ-ລ້ຽງສັດເປັນອາຊີບເສີມ ປະກອບມີ 1.065 ຫຼັງຄາເຮືອນ, ມີ 1.114 ຄອບຄົວ, ມີພົນລະເມືອງທັງໝົດ 6.012 ຄົນ,ຍິງ 2.606 ຄົນ. ນັບແຕ່ປີ 2017 ເປັນຕົ້ນມາ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ລົງເຜີຍແຜ່ບັນດາເອກະສານມາດຖານເງື່ອນໄຂຄອບຄົວ, ມາດຖານບ້ານວັດທະນະທຳໃຫ້ອຳນາດການປົກຄອງ ແລະພໍ່ແມ່ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມກ່ຽວກັບເອກະສານດັ່ງກ່າວຢ່າງລະອຽດ. ພ້ອມນັ້ນ, ຄະນະກໍາມະການແຕ່ລະພາກສ່ວນຍັງໄດ້ລົງຕິດຕາມຊຸກຍູ້ຢ່າງໃກ້ສິດໃນບັນດາວຽກງານຕ່າງໆພາຍໃນບ້ານເຊັ່ນ: ວຽກງານສຶກສາ, ວຽກງານຍຸຕິທຳ, ວຽກງານສາທາລະນະສຸກ, ວຽກງານກະສິກຳ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ແລະ ວຽກງານສະຫະພັນແມ່ຍິງ ຈົນສາມາດບັນລຸຜົນສຳເລັດ.

ສະແດງອອກຄື: ລຶບລ້າງການກືກໜັງສືໃນເກນອາຍຸ 15-45 ປີໄດ້ 100% ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພໍ່ແມ່ປະຊາຊົນສາມາດຮັບຮູ້ຂ່າວສານໄດ້ຢ່າງກ້ວາງຂວາງ ແລະ ໄດ້ລົງເຄື່ອນໄຫວມອບໃບຢັ້ງຢືນຄອບຄົວວັດທະນະທຳໃຫ້ 8 ບ້ານໄດ້ແລ້ວ 1.028 ຄອບຄົວ ກວມເອົາ 96,52% .

ພ້ອມກັນນັ້ນ ໃນພິທີຄັ້ງນີ້ ຍັງໄດ້ມີພິທີມອບ-ຮັບໃບຢັ້ງຢືນ ຄອບຄົວ ແລະ ບ້ານສາທາລະນະສຸກແບບຢ່າງ, ມອບ-ຮັບໃບຢັ້ງຢືນຄອບຄົວ-ບ້ານສະຫະພັນແມ່ຍິງ 03 ດີນຳອີກ ໂດຍເປັນກຽດມອບໃບຢັ້ງຢືນຄອບຄົວສາທາລະນະສຸກແບບຢ່າງຂອງທ່ານ ແສງເພັດ ຄຳສຸກຖາວົງ ຮອງເຈົ້າເມືອງໆທ່າແຂກ, ເປັນມອບໃບຢັ້ງຢືນບ້ານສາທາລະນະສຸກແບບຢ່າງຂອງ ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງໆທ່າແຂກ, ມອບໃບຢັ້ງຢືນຄອບຄົວສະຫະພັນແມ່ຍິງ 3 ດີຂອງທ່ານ ພັທ ພົມມະລາ ບົວລະພາ ຫົວໜ້າກອງບັນາການ ປກສ ເມືອງ, ມອບໃບຢັ້ງຢືນບ້ານສະຫະພັນແມ່ຍິງ 3 ດີຂອງທ່ານ ນາງ ບັງອອນ ໄຊຍະສິດ ປະທານສະຫະພັນແມ່ຍິງແຂວງຄຳມ່ວນ ແລະ ເປັນກຽດຂຶ້ນມອບໃບຢັ້ງຢືນບ້ານວັດທະນະທຳຂອງທ່ານ ໄຊສົມບູນ ສຸວັນດາລາ ຮອງຫົວໜ້າພະແນກ ຖວທ ແຂວງຄຳມ່ວນ.

ທີ່ມາ: ສຳນັກງານປົກຄອງແຂວງຄຳມ່ວນ