ວິນະດາ ນາງສາວລາວ 2019 ຈະເຮັດໜ້າທີ່ໃຫ້ດີທີ່ສຸດໃນນາມທູດວັດທະນະທໍາ

0
211

ຫຼັງຈາກການປະກວດ ນາງສາວລາວ 2019 ສໍາເລັດເປັນທີ່ຮຽບຮ້ອຍ ໂດຍຜູ້ທີ່ ຄວ້າມົງກຸດອັນຊົງກຽດ ແລະ ສະຫງ່າງາມໄປຄອງແມ່ນ ນາງ ວິນະດາ ພິສາລາດ ສາວງາມຈາກເມືອງມໍລະດົກໂລກຫຼວງພະບາງ.

ນາງ ວິນະດາ ພິສາລາດ ຫຼື ມິມີ່ ໃຫ້ສໍາພາດກັບທີມຂ່າວເສດຖະກິດ – ການຄ້າ ວ່າ: ນັບແຕ່ມື້ທຳອິດທີ່ຕົນເອງໄດ້ຂຽນໃບສະໝັກ ແລະ ຮູ້ວ່າໄດ້ຜ່ານເຂົ້າຮອບ 40 ຄົນ ກໍຮູ້ສຶກດີໃຈຫຼາຍ ແລະ ໃນວັນທີ 7 ທັນວາ ເຊິ່ງເປັນມື້ຕັດສິນໃນການປະກວດ ນາງສາວລາວ 2019 ສຽງທີ່ພິທີກອນປະກາດວ່າ ML20 ຄືຜູ້ທີ່ໄດ້ຮັບຕຳແໜ່ງນາງສາວລາວ 2019 ກໍຮູ້ສຶກຕື່ນເຕັ້ນ ແລະ ດີໃຈທີ່ສຸດໃນວິນາທີນັ້ນ.

ເວທີນີ້ໄດ້ໃຫ້ຫຼາຍສິ່ງຫຼາຍຢ່າງແກ່ຕົວນ້ອງ ເຊັ່ນວ່າ: ການຮຽນຮູ້ສິ່ງໃໝ່ໆຈາກທີມງານກອງປະກວດ ແລະ ມິດຕະພາບທີ່ດີຈາກໝູ່ເພື່ອນນາງສາວທັງ 39 ຄົນ ທີ່ເປັນຕົວແທນມາຈາກທົ່ວປະເທດ. ສ່ວນປະສົບການທີ່ນ້ອງໄດ້ຮັບມາກໍຄືການກ້າສະແດງອອກ ແລະ ເຮັດໃຫ້ຕົນເອງມີຄວາມໝັ້ນໃຈຫຼາຍຂຶ້ນທີ່ຈະເຮັດໃນສິ່ງທີ່ບໍ່ເຄີຍເຮັດມາກ່ອນ.

ຫຼັງຈາກທີ່ໄດ້ຮັບຕຳແໜ່ງ ນາງສາວລາວ 2019 ນ້ອງຂໍປະຕິຍານວ່າ: ຈະປະຕິບັດໜ້າທີ່ໃຫ້ດີທີ່ສຸດ ແລະ ຈະເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມໃນນາມ ນາງສາວລາວ 2019 ກໍຄືທູດທາງດ້ານວັດທະນະທໍາ, ນ້ອງຈະປະຕິບັດຕົນເອງໃຫ້ເປັນແບບຢ່າງທີ່ດີແກ່ແມ່ຍິງລາວ ໂດຍການນຸ່ງຖືໃຫ້ຖືກຕາມຮີດຄອງປະເພນີ, ການສະແດງກິລິຍາມາລະຍາດ, ການວາງຕົວຢູ່ໃນສັງຄົມ ແລະ ຈະເຜີຍແຜ່ຮີດຄອງປະເພນີອັນດີງາມຂອງລາວເຮົາໃຫ້ແກ່ຊາວຕ່າງຊາດໄດ້ຮັບຮູ້ຫຼາຍຂຶ້ນ.

ຂອບໃຈທຸກໆຄົນທີ່ເປັນກໍາລັງ ແລະ ຮ່ວມເຊຍນ້ອງມາຕະຫຼອດຈົນມາຮອດມື້ນີ້, ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງ ມິມີ່ ໄດ້ທາງເພຈ໌ Miss Laos ນາງສາວລາວ 2019 ຫຼື ເຟສບຸ໊ກສ່ວນຕົວ: Vinada phisalath.

ຂ່າວ: ນຸ້ມນິ້ມ,ຮູບ: ສຸກສະຫວັນ ແລະ Vinada phisalath

LEAVE A REPLY

Please enter your comment!
Please enter your name here