ເຮັດວຽກແນວໃດໃຫ້ທຸກຄົນມີສ່ວນຮ່ວມ ເພື່ອອົງກອນເຕີບໃຫຍ່ເຂັ້ມແຂງ

92

ຜູ້ບໍລິຫານອົງກອນ ຫຼື ເຈົ້າຂອງບໍລິສັດເຂົາຈະຮູ້ດີວ່າພະນັກງານຄົນໃດເຮັດວຽກແບບເຕັມໃຈເພື່ອອົງກອນແທ້ໆ ຫຼື ຍ້ອນການຖືກບັງຄັບ? ຫຼື ເຮັດເພື່ອລໍຖ້າຊອກວຽກໃໝ່? ຖ້າຫາກທ່ານເປັນຄົນໜຶ່ງທີ່ອຸທິດຕົນເພື່ອ ຄວາມຕ້ອງການຂອງອົງກອນໂດຍບໍ່ມີເງື່ອນໄຂໃດໆທັງສິ້ນ ແລ້ວອົງກອນກໍຈະຕອບແທນທ່ານຢ່າງເຕັມທີ່ເຊັ່ນກັນ ອາດຈະເປັນຜົນຕອບແທນ ເຊັ່ນ: ໂບນັສທ້າຍປີ, ການຍ້ອງຍໍ – ຊົມເຊີຍ, ການໃຫ້ສິດທິພິເສດ, ການເຊົ່າ – ຜ່ອນສິນຄ້າອື່ນໆ.

ທ່ານ ວຽງສະຫວັນ ບຸດຕະວົງ ຜູ້ຈັດການທົ່ວໄປຂອງ ບໍລິສັດ ແສງຈະເລີນ ຂົນສົ່ງຜູ້ໂດຍສານ ຈໍາກັດ ໃຫ້ທັດສະນະວ່າ: ບໍ່ວ່າຈະເປັນທຸລະກິດຫຍັງກໍຕາມ ຜູ້ທີ່ເປັນຫົວໜ້າເຂົາຈະມີວິທີສັງເກດເບິ່ງລູກນ້ອງທີ່ເຮັດວຽກພາຍໃນອົງກອນດຽວກັນໃນຫຼາຍໆຮູບແບບ, ສິ່ງສໍາຄັນແມ່ນຜົນປະໂຫຍດລວມຂອງອົງກອນເປັນຫຼັກ ເພື່ອເຮັດແນວໃດໃຫ້ທຸລະກິດຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ແຕ່ການຈະໄປເຖິງຈຸດນັ້ນກໍຕ້ອງໄດ້ສ້າງບັນຍາກາດການເຮັດວຽກພາຍໃນທີມງານໃຫ້ມີຄວາມເປັນມືອາຊີບ ແລະ ຊໍານານງານໃນໜ້າວຽກນັ້ນໆສາກ່ອນ ລວມໄປເຖິງການສ້າງສະພາບແວດລ້ອມທີ່ດີໃນບ່ອນເຮັດວຽກ, ເຮັດໃຫ້ທີມງານຮູ້ສຶກມີຄວາມສຸກໃນທຸກໆມື້ກັບໜ້າວຽກທີ່ຖືກມອບໝາຍ, ແຕ່ບໍ່ແມ່ນບັງຄັບໃຫ້ເຮັດໂດຍບໍ່ເຕັມໃຈທີ່ຈະເຮັດ.

ສະນັ້ນ, ຜູ້ນໍາທີ່ດີຕ້ອງມີທັດສະນະທີ່ຖືກຕ້ອງເພື່ອເຂົ້າຮ່ວມ ແລະ ສະໜັບສະໜູນທີມງານ ເຊິ່ງຈະຂໍຍົກຕົວຢ່າງ 6 ຂັ້ນຕອນໃນການສົ່ງເສີມການເຮັດວຽກ ແລະ ການມີສ່ວນຮ່ວມໃນອົງກອນທີ່ເຮົາຄວນປະຕິບັດ ເພື່ອສ້າງການພົວພັນ ແລະ ແຮງຈູງໃຈໃຫ້ວຽກງານໄດ້ຮັບຜົນສຳເລັດ ປະກອບມີ:

1 ການສື່ສານຢ່າງລະອຽດກ່ຽວກັບການເຊື່ອມໂຍງລະຫວ່າງການປະຕິບັດ ແລະ ຜົນຕອບແທນຂອງພະນັກງານ.

2 ຮັບປະກັນການປະເມີນຜົນໃນການປະຕິບັດໜ້າທີ່ ແລະ ສາມາດໄຈ້ແຍກໄດ້ຢ່າງລະອຽດຖີ່ຖ້ວນ.

3 ພະຍາຍາມບໍ່ໃຫ້ມີອຸປະສັກການເຮັດວຽກເປັນອັນຂາດ ຫາກສາມາດແກ້ໄຂທັນທີໄດ້ແມ່ນໃຫ້ລົງມືປະຕິບັດເລີຍ ໂດຍບໍ່ຈໍາເປັນຕ້ອງເຖິງມືຫົວໜ້າ ແລະ ສຸດທ້າຍຫຼີກລຽງທັດສະນະຄະຕິທາງລົບທີ່ມີຜົນຕໍ່ການເຮັດວຽກຂອງພະນັກງານ.

4 ເລືອກຄົນທີ່ເໝາະສົມສໍາລັບວຽກງານ, ພິຈາລະນາຄຸນລັກສະນະຂອງວຽກ ແລະ ຄວາມສາມາດຂອງຜູ້ທີ່ຈະຖືກມອບໝາຍວຽກ.

5 ການຕິດຕາມ ແລະ ພັດທະນາສະພາບແວດລ້ອມການເຮັດວຽກ ເຊິ່ງຜູ້ນໍາຕ້ອງມີຄວາມສາມາດ ແລະ ແບບການຄຸ້ມຄອງທີ່ເໝາະສົມ ເພື່ອຊຸກຍູ້ໃຫ້ກໍາລັງໃຈພະນັກງານຢູ່ຕະຫຼອດເວລາ.

6 ສຸມໃສ່ຜົນຕອບແທນທີ່ບໍ່ພຽງແຕ່ໃນຮູບແບບຂອງເງິນ ເຊັ່ນ: ໃຫ້ໂອກາດຮັບໜ້າວຽກເພີ່ມ, ຍົກລະດັບ ຄວາມຮູ້, ການໄປຝຶກອົບຮົມໃນຂົງເຂດຕ່າງໆ ແລະ ຍ້ອງຍໍສັນລະເສີນຜົນງານ. ຄຽງຄູ່ກັນນັ້ນ, ຍັງຕ້ອງມີການພົວພັນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງສະໝໍ່າສະເໝີ.

ໂດຍ: ສົມສະຫວິນ