ວິທີເຮັດນໍ້າຢາກຳຈັດແມງໄມ້ແບບງ່າຍໆ ພຽງໃຊ້ວັດຖຸດິບໃນຄົວເຮືອນ

199

ເຊື່ອວ່າຫຼາຍໆຄອບຄົວ ອາດເຄີຍປະສົບກັບໄມ້ແມງຕ່າງໆ ທີ່ມັກເຂົ້າມາອາໄສຢູ່ພາຍໃນເຮືອນ ສ້າງຄວາມລຳບາກໃຫ້ເຈົ້າຂອງເຮືອນຢ່າງແນ່ນອນ ໂດຍສະເພາະ ມົດ, ປວກ, ເພ້ຍ ແລະ ອື່ນໆ. ເມື່ອສິ່ງເຫຼົ່ານີ້ເຂົ້າອາໄສຢູ່ໃນບ້ານເຮືອນ ຫຼາຍໆທ່ານ ກໍ່ມີວິທີກຳຈັດມັນໃນແບບຂອງໃຜລາວ ເຊິ່ງບາງຄົນ ກໍ່ໄປຊື້ຢາສີດໄລ່ແມງຈາກຮ້ານຕ່າງໆ ແຕ່ທ່ານຮູ້ບໍວ່າສານສີດຂ້າໄມ້ດັ່ງກ່າວ ມັນອາດມີສານຕົກຄ້າງ ອາດສົ່ງຜົນຕໍ່ສຸຂະພາບ ແລະ ສິ່ງແວດລ້ອມຂ້າງນຳອີກ. ຖ້າທ່ານໃດປະສົບກັບບັນຫານີ້ ບໍ່ຕ້ອງກົງວົນອີກຕໍ່ໄປແລ້ວ ເພາະມື້ນີ້ ແອັດມິນ ມີວິທີກຳຈັດແມງໄມ້ ທີ່ສາມາດເຮັດໄວ້ໃຊ້ໄດ້ເອງ ບໍ່ມີສານເຄມີຕົກຄ້າງ ແລະ ທີ່ສຳຄັນເປັນມິດກັບສິ່ງແວດລ້ອມ ແລະ ບໍ່ເປັນໂທດຕໍ່ຮ່າງກາຍອີກ.

ສິ່ງທີ່ຕ້ອງກຽມ:

-ນໍ້າສົ້ມສາຍຊູ 2 ບ່ວງ.

-ເກືອ 2 ບ່ວງ.

-ຢາເສັ້ນ (ຢາສູບລາວ ທີ່ເປັນເສັ້ນ) 2 ກຳມື.

-ຂ່າແກ່ 1 ກຳມື.

-ນໍ້າສະອາດ.

ຂັ້ນຕອນການເຮັດ: ຂັ້ນຕອນທຳອິດ ໃຫ້ນຳເອົາຂ່າແກ່ທີ່ກຽມໄວ້ ມາຊອຍເປັນແວ່ນໆ ໃສ່ລົງໃນໝໍ້. ຈາກນັ້ນ. ຖອກນໍ້າສະອາດລົງໄປ ໃຫ້ພໍຖ້ວມຂ່າກໍ່ພໍ ແລ້ວໃສ່ຢາເສັ້ນລົງໄປ ໂດຍກົດຟາເສັ້ນໃຫ້ຈົມລົງໃຫ້ນໍ້າຖ້ວມຈົນໝົດ. ຫຼັງຈາກນັ້ນ, ນໍາໄປຕົ້ມຈົນຟົດ ຄ້ຽວຈົນສ່ວນປະສົມທັງໝົດກາຍເປັນສີນໍ້າຕານ ໂດຍໃຊ້ເວລາປະມານ 10-15 ນາທີ. ເມື່ອຕົ້ມສຳເລັດແລ້ວ ປະໄວ້ໃຫ້ເຢັນ. ຈາກນັ້ນ ກໍ່ຕອງເອົາແຕ່ນໍ້າມາໃຊ້.

ນຳເອົາທີ່ຕອງໄວ້ໃສ່ໃນຕຸກສະເປ ຫຼື ພາຊະນະທີ່ຕ້ອງການສີດພົ່ນໄດ້ປະມານ 7 ບ່ວງ. ຈາກນັ້ນ, ໃສ່ເກືອ,ນໍ້າສົ້ມສາຍຊູ ແລະ ນໍ້າສະອາດປະມານ 200 ມິນລີລິດ ປະສົມລົງໄປໃນກວດສະເປ. ຫຼັງຈາກນັ້ນ, ສັ່ນຕຸກສະເປເພື່ອໃຫ້ສ່ວນປະສົມທັງໝົດເຂົ້າກັນ ແລ້ວນຳໄປພົ່ນໄປຕາມບໍລິເວນທີ່ມີແມງໄມ້, ມົດຈະໝົດໄປ ບໍ່ກັບມາສ້າງຄວາມລຳຄານອີກ.