ທຳລາຍເຄື່ອງບໍລິໂພກເສື່ອມຄຸນນະພາບ ແລະ ຢາຕ້ອງຫ້າມ

84

ອາທິດຜ່ານມາ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີທຳລາຍເຄື່ອງບໍລິໂພກທີ່ເສື່ອມຄຸນ ແລະ ຢາຕ້ອງຫ້າມ ມູນຄ່າ 15 ລ້ານກວ່າກີບ ທີ່ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຢຶດໄດ້ຈາກການລົງເຄື່ອນໄຫວກວດກາໃນລະຫວ່າງວັນທີ 18 – 27 ພະຈິກ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ໂຄສະຈານ ແສນທະວີໄຊ ຮອງເຈົ້າເມືອງ, ມີຄະນະນຳຂັ້ນເມືອງ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການຈັດຕັ້ງເຄື່ອນໄຫວກວດກາອາຫານ ແລະ ຢາ ໄດ້ກວດຮ້ານຂາຍເຄື່ອງຍ່ອຍ ແລະ ຮ້ານຂາຍເຄື່ອງສົ່ງຈຳນວນ 78 ຮ້ານ, ກວດພົບເຄື່ອງບໍລິໂພກເສື່ອມຄຸນ ແລະ ຢາຕ້ອງຫ້າມຢູ່ 38 ຮ້ານ. ໃນນັ້ນ, ມີເຄື່ອງບໍລິໂພກທີ່ເສື່ອມຄຸນ ຈຳນວນ 79 ລາຍການ ມີປະເພດເຂົ້າໜົມ, ເຄື່ອງດື່ມ, ໝີ່ສຳເລັດຮູບ, ເຄື່ອງບໍລິໂພກໃນຄົວເຮືອນ, ຢາສະຜົມ ແລະ ນ້ຳມັນທາຜິວ ມູນຄ່າ 9.133.000 ກີບ; ກວດພົບຢາປົວພະຍາດທີ່ລັກຂາຍຕາມຮ້ານຂາຍເຄື່ອງຍ່ອຍ ເຊິ່ງຜິດຕໍ່ກົດໝາຍຄຸ້ມຄອງຢາ ແລະ ອຸປະກອນການແພດ ມີຈຳນວນ 40 ລາຍການ ມູນຄ່າ 6 ລ້ານກີບ ລວມມູນຄ່າທັງໝົດ 15,13 ລ້ານກີບ.

ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຈຶ່ງໄດ້ເຮັດບົດບັນທຶກ ແລະ ສຶກສາອົບຮົມໃຫ້ຜູ້ປະກອບການຮັບຮູ້ – ເຂົ້າໃຈເຖິງແນວທາງນະໂຍບາຍ ແລະ ແຜນຍຸດທະສາດການຄຸ້ມຄອງຄວາມປອດໄພຂອງອາຫານ ແລະ ຢາໃນແຕ່ລະໄລຍະ ແລະ ໄດ້ອາຍັດສິນຄ້າ – ເຄື່ອງບໍລິໂພກທີ່ເສື່ອມຄຸນ – ສິນຄ້າຕ້ອງຫ້າມໄວ້ ແລະ ໄດ້ຈັດພິທີທຳລາຍຢ່າງເປັນ    ທາງ ການໃນຕອນເຊົ້າວັນທີ 6 ທັນວາ 2019 ທີ່ສະໜາມຂີ້ເຫຍື້ອດ້ວຍການຈູດຖິ້ມ.