ຮອງປະທານປະເທດ ຮຽກຮ້ອງຊາວໜຸ່ມພັດທະນາຕົນເອງໃຫ້ສູງຂຶ້ນ

156

ໃນໂອກາດທີ່ ທ່ານຮອງປະທານປະເທດ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກີລາ ຈັດພິທີພົບປະຊາວໜຸ່ມ, ພະນັກງານ ແລະ ນັກຮຽນ – ນັກສຶກສາ ໃນຫົວຂໍ້ “ ເພີ່ມທະວີການພັດທະນາຊາວໜຸ່ມ, ນັກຮຽນ – ນັກສຶກສາ ໄລຍະແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນ ” ທ່ານໄດ້ເນັ້ນໜັກໃຫ້ກະຊວງສຶກສາທິການ ແລະ ກີລາ ເອົາໃຈໃສ່ປັບປຸງວຽກງານກີລາ – ກາຍະກຳ ໂດຍສະເພາະແມ່ນເນັ້ນໜັກໃຫ້ໄວໜຸ່ມໃຫ້ສຸມກຳລັງພັດທະນາຕົນເອົງ ພ້ອມທັງແລກປ່ຽນບົດຮຽນໃຫ້ນັບມື້ ກວ້າງຂວາງຂຶ້ນ.

ກອງປະຊຸມດັ່ງກ່າວໄດ້ມີຂຶ້ນໃນວັນທີ 11 ທັນວາ 2019 ທີ່ສະໂມສອນມະຫາວິທະຍາແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ( ສສກ ), ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິການງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມດ້ວຍບັນດາຄະນະນຳກະຊວງສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ: ໄລຍະຜ່ານມາ ກະຊວງ ສສກ ໄດ້ສຸມໃສ່ການພັດທະນາຕາມຂະແໜງການຍ່ອຍຂອງການສຶກສາ ກໍຄືການຍົກລະດັບຄວາມຮູ້ – ຄວາມສາມາດຂອງໄວໜຸ່ມນັກສຶກສາໃນແຕ່ລະຂັ້ນ ໃຫ້ເຂົ້າເຖິງຂະແໜງການສຶກສາ ແລະ ກີລາ, ເຮັດໃຫ້ປີ 2019 ສາມາດຂະຫຍາຍໂຮງຮຽນລ້ຽງເດັກ ແລະ ອະນຸບານໃນຂອບເຂດທົ່ວປະເທດທັງໝົດ 3.432 ແຫ່ງ, ມີຄູ 7.955 ຄົນ ແລະ ມີນັກຮຽນ 240.384 ຄົນ; ໂຮງຮຽນປະຖົມ 8.854 ແຫ່ງ, ຄູ 33.533 ຄົນ, ນັກຮຽນ 770.659 ຄົນ; ໂຮງຮຽນມັດທະຍົມ ເພີ່ມຂຶ້ນເປັນ 1.792 ແຫ່ງ, ມີຄູ – ອາຈານ 32.334 ຄົນ ແລະ ມີນັກຮຽນ 659.850 ຄົນ ເຊິ່ງປັດຈຸບັນທົ່ວປະເທດມີພະນັກງານໃນຂະແໜງການສຶກສາ 85.812 ຄົນ ຍິງ 44.455 ຄົນ.

ເອົາໃຈໃສ່ສະໜອງການສຶກສາໃຫ້ແກ່ຜູ້ດ້ອຍໂອກາດໄດ້ເຂົ້າເຖິງການສຶກສາຫຼາຍຂຶ້ນ, ສາມາດປະກາດຈົບຊັ້ນບໍາລຸງມ.ຕົ້ນ ໄດ້ 133 ເມືອງ, ໄດ້ສົ່ງເສີມການສຶກສາອາຊີວະສຶກສາ ແລະ ອົບຮົມວິຊາຊີບ ໂດຍມີໂຮງຮຽນອາຊີວະທັງພາກລັດ ແລະ ເອກະຊົນ 112 ແຫ່ງ ແລະ ມີມະຫາວິທະຍາໄລ 4 ແຫ່ງ, ມີນັກສຶກສາທັງໝົດ 44.802 ຄົນ, ຖ້າລວມນັກຮຽນ – ນັກສຶກສາທີ່ຂຶ້ນກັບກະຊວງສຶກສາທຶການ ແລະ ກີລາ ມີ 1.715.695 ຄົນ ຫຼາຍກວ່າ 25% ຂອງຈຳນວນພົນລະເມືອງ.

ວຽກງານກາຍະກຳ ກໍໄດ້ຫຼຸດຜ່ອນການກໍ່ສ້າງພື້ນຖານໂຄງລ່າງທີ່ໃຫຍ່ໂຕ ມາເປັນການກໍ່ສ້າງທີ່ຈຳເປັນ ແລະ ສຸມໃສ່ການແຂ່ງຂັນຢູ່ພາຍໃນ ແລະ ຕ່າງປະເທດເປັນຕົ້ນຕໍ. ມາຮອດປັດຈຸບັນໄດ້ຮັບຫຼຽນຄໍາທັງໝົດ 16 ຫຼຽນ ສະເພາະການເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທີ 30 ຢູ່ປະເທດຟີລິບປິນ ໄດ້ສົ່ງນັກກີລາເຂົ້າຮ່ວມໃນຫຼາຍປະເພດກີລາ ແລະ ສາມາດຍາດໄດ້ຫຼຽນໃນການແຂ່ງຂັນ 34 ຫຼຽນ. ໃນນັ້ນ, ມີຫຼຽນຄໍາ 1 ຫຼຽນ ເງິນ 5 ຫຼຽນ ແລະ ຫຼຽນທອງ 28 ຫຼຽນ.

ໂອກາດດັ່ງກ່າວ ທ່ານ ພັນຄຳ ວິພາວັນ ໄດ້ເນັ້ນໜັກໃຫ້ ກະຊວງ ສສກ ຕ້ອງເອົາໃຈໃສ່ຕື່ມປັບປຸງວຽກງານກາຍະກຳ ແລະ ກີລາ ແຕ່ສູນກາງລົງຮອດທ້ອງຖິ່ນ, ສະໜອງພື້ນຖານໂຄງລ່າງ, ອຸປະກອນກີລາໃຫ້ໄດ້ຕາມເງື່ອນໄຂທີ່ເໝາະສົມຕົວຈິງ ພ້ອມທັງຍາດແຍ່ງການຊ່ວຍເຫຼືອຈາກສັງຄົມ, ຊຸມຊົນ ແລະ ອົງການຈັດຕັ້ງພາຍໃນ – ຕ່າງປະເທດ, ໄວໜຸ່ມຕ້ອງຄຽງຄູ່ກັບການພັດທະນາກີລາ – ກາຍະກຳໃຫ້ມີການຂະຫຍາຍຕົວນັບທັງຊົນນະບົດ ແລະ ຕົວເມືອງ ໃຫ້ມີລັກສະນະວິທະຍາສາດກວ້າງໄກ, ສາມາດເຂົ້າຮ່ວມແຂ່ງຂັນກີລາປະເພດຕ່າງໆໃນລະດັບພາກພື້ນ ແລະ ສາກົນໄດ້ ເພື່ອເຮັດໃຫ້ບົດບາດກີລາລາວເຮົາສູງເດັ່ນຂຶ້ນໃນເວພາກພື້ນ ແລະ ສາກົນຢ່າງຕໍ່ເນື່ອງ.

ຄຽງຄູ່ກັນນັ້ນ, ຊາວໜຸ່ມຕ້ອງຮັບຮູ້ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຂອງຊາວໜຸ່ມ, ຂອງກອງທັບກຳລັງປະກອບອາວຸດ, ການອະນຸຮັກຮັກສາ ແລະ ສົ່ງເສີມວັດທະນະທຳອັນດີງາມຂອງບັນດາເຜົ່າ ເພື່ອສະແດງເຖິງຄວາມມີນໍ້າໃຈຮັກຊາດອັນແທ້ຈິງ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຍົກລະດັບຄວາມຮູ້ – ຄວາມສາມາດທາງດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານ, ພາສາຕ່າງປະເທດ, ສ້າງມາດຕະຖານຍົກລະດັບສີມືແຮງງານ, ນັກວິຊາການມືອາຊີບ, ສ້າງສາຍພົວພັນຮ່ວມມືກັບຊາວໜຸ່ມປະເທດເພື່ອນມິດຍຸດທະສາດພາກພື້ນ ແລະ ສາກົນຕາມຄວາມສາມາດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນໃນການພັດທະນາຊາວໜຸ່ມໃຫ້ນັບມື້ກວ້າງຂວາງ.

ຂ່າວ: ກາວຊົ່ງ