ໄຟປ່າ ໃນປະເທດອົດສະຕຣາລີ ພາກຊີວິດ ປະຊາກອນ ໂຄອາລາ ກວ່າ 2 ພັນໂຕ

251

ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນຊິດນີ ປະເທດອົດສະຕຣາລີ ເມື່ອວັນ ອັງຄານ ທີ 10 ທັນວາ ຜ່ານມາ ວ່າ ລັດຖະບານອົດສະຕຣາລີ ຄາດການວ່າ ໄຟປ່າຮຸນແຮງຄັ້ງປະຫວັດສາດຂອງປະເທດອົດສະຕຣາລີ ໃນປີນີ້ ໄດ້ໄໝ້ທຳລາຍເນື້ອທີ່ປ່າແລ້ວ ຫຼາຍກວ່າ 1,92 ລ້ານເຮັກຕ້າ ແລະ ໄດ້ພາກຊີວິດໝີໂຄອາລາ ໄປແລ້ວກວ່າ 2 ພັນໂຕ.

ທ່ານມາກ ເກຣແຮມ (Mark Graham) ນັກວິຊາການດ້ານນິເວດວິທະຍາຂອງສະພາອະນຸລັກທຳມະຊາດ (Nature Conservation Council) ກ່າວເຖິງຂໍ້ມູນການກວດກາກ່ຽວກັບການອະນຸລັກໝີໂຄອາລາ ວ່າ ບໍ່ສາມາດລະບຸຈຳນວນທີ່ຊັດເຈນຂອງໝີໂຄອາລາທີ່ຕາຍໄດ້ ເນື່ອງຈາກວ່າ ໄຟປ່າໄດ້ພາກຊີວິດໂຄອາລາ ເປັນເນື້ອທີ່ກວ້າງ ແຕ່ຄາດວ່າ ໄຟປ່າໃນຄັ້ງນີ້ ຈະສົ່ງຜົນກະທົບຢ່າງຮ້າຍແຮງ ແລະ ຍາວນານຕໍ່ໂຄອາລາ.


“ໄຟປ່າທີ່ລຸກລາມຢ່າງໄວວາ ດ້ວຍອຸນຫະພູມທີ່ສູງຫຼາຍ ຈຶ່ງມີສັດຈຳນວນຫຼາຍຖືກໄໝ້ຕາຍເທິງຕົ້ນໄມ້ ແຕ່ເນື່ອງຈາກປັດຈຸບັນ ໄໝ້ປ່າຄວບຄຸມເນື້ອທີ່ເປັນບໍລິເວນກວ້າງຫຼາຍ ແລະ ລຸກໄໝ້ຢ່າງຕໍ່ເນື່ອງ ຈຶ່ງບໍ່ມີຄວາມເປັນໄປໄດ້ທີ່ພວກເຮົາຈະຊອກຫາຊາກຂອງໂຄອາລາໄດ້ເລີຍ” ທ່ານເກຣແຮມ ກ່າວ ແລະ ເສີມອີກວ່າ “ພວກເຮົາໄດ້ສູນເສຍບ່ອນຢູ່ອາໄສຂອງໂຄອາລາເປັນເນື້ອທີ່ກວ້າງ ແລະ ຄິດວ່າ ຈຳນວນປະຊາກອນຂອງ ໂຄອາລາ ຈະຫຼຸດລົງຢ່າງຕໍ່ເນື່ອງແນ່ນອນ”.


ສື່ອົສຕາລີ (AAP) ລະບຸວ່າ ທ່ານໄດແລັນ ພັກ (Dailan Pugh) ນັກຊ່ຽວຊານດ້ານນິເວດວິທະຍາ ຜູ້ເປັນປະທານສະຫະພັນປ່າໄມ້ ຕາເວັນອອກສຽງເໜືອ (NEFA: North East Forest Alliance) ຄາດວ່າ ໃນປັດຈຸບັນ ໂຄອາລາ ຕາຍແລ້ວ ຫຼາຍກ່ວາ 2 ພັນໂຕ ແລະ ບໍລິເວນທີ່ຢູ່ອາໄສ ໃນເຂດແຄມທາງພາກເໜືອຂອງລັດນິວ ເຊົາ ເວລສ໌ ຖືກເຜົາທຳລາຍປະມານ 1 ໃນ 3.

ເມື່ອວັນຈັນ ທີ 9 ທັນວາ ກຸ່ມນັກດັບເພີງໄດ້ວາງແຜນກຽມຮັບມືກັບສະຖານະການໄຟປ່າທີ່ຈະຮ້າຍແຮງອີກຄັ້ງ ເນື່ອງຈາກມີການຄາດການວ່າ ອຸນຫະພູມຈະເພີ່ມຂຶ້ນສູງຕະຫຼອດອາທິດ.
ສະຖິຕິ ເມື່ອບ່າຍວັນຈັນ ຊີ້ໃຫ້ເຫັນວ່າ ໄຟທີ່ກຳລັງໄໝ້ປ່າ ມີທັງໝົດ 86 ຈຸດ ທົ່ວລັດນິວ ເຊົາ ເວລສ໌ ໂດຍມີ 41 ຈຸດ ຍັງບໍ່ສາມາດຄວບຄຸມໄດ້.

ທ່ານ ເຊນ ຟິດຊິມມອນສ໌ (Shane Fitzsimmons) ກຳມາທິການໜ່ວຍງານດັບເພີງໃນເນື້ອທີ່ຊົນນະບົດ ກ່າວວ່າ ເຖິງວ່າ ສະພາບອາກາດໃນວັນອັງຄານຍັງບໍ່ເຖິງຂັ້ນ “ຮ້າຍແຮງ” ທີ່ອາດຈະເຮັດໃຫ້ໄຟລຸກລາມເປັນເນື້ອທີ່ກວ້າງຄືກັບເມື່ອເດືອນພະຈິກ ຜ່ານມາ. ແຕ່ສະຖານະການໄຟປ່າໃນປັດຈຸບັນ ຍັງຢູ່ໃນລະດັບທີ່ໜ້າເປັນຫ່ວງຫຼາຍ.

ມີຄວາມເປັນໄປໄດ້ທີ່ຈະເກີດພາຍຸຝົນ ໃນທ້າຍອາທິດ ເຊິ່ງອາດຈະມີຟ້າຜ່າກໍ່ໃຫ້ເກີດໄຟປ່າແຫ່ງໃໝ່ເພີ່ມຂຶ້ນອີກ ໃນເນື້ອທີ່ຫ່າງໄກ ທີ່ຢູ່ເໜືອຄວາມຄາດໝາຍ.
“ເຫດການເມື່ອຫຼາຍອາທິດ ຜ່ານມາ ເຮັດໃຫ້ພວກເຮົາສະເທືອນໃຈຫຼາຍ ເນື່ອງຈາກເກີດຟ້າຜ່າແລ້ວກໍ່ໃຫ້ເກີດໄຟປ່າເພີ່ມຂຶ້ນອີກຫຼາຍຈຸດ ທີ່ຢູ່ນອກເໜືອຈຸດທີ່ພວກເຮົາສາມາດຄວບຄຸມໄຟປ່າໄດ້ແລ້ວ” ທ່ານຟິດຊິມມອນສ໌ ກ່າວ.