ຕ້ອນຮັບເອກອັກຄະລັດຖະທູດຣາຊະອານາຈັກໄທ ຄົນໃໝ່ປະຈຳ ສປປ ລາວ

104

ໃນວັນທີ 11 ທັນວາ 2019 ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນກະຊວງແຮງງານແລະ ສະຫວັດດີການສັງຄົມ (ຮສສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ດຳຣົງ ໃຄ່ຄວນ ເອກອັກຄະລັດຖະທູດ ແຫ່ງຣາຊະອານາຈັກ ໄທ ປະຈຳ ສປປ ລາວ.


ໂອກາດດັ່ງກ່າວ, ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຍິນດີກັບທ່ານ ດຳຣົງ ໃຄ່ຄວນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດໄທ ຄົນໃໝ່ ປະຈຳ ສປປ ລາວ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານທູດຄົນໃໝ່ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ທັງນີ້, ກໍ່ເພື່ອຜົນປະໂຫຍດຂອງປະຊາຊົນ 2 ຊາດ ກໍຄື ບ້ານພີ່ເມືອງນ້ອງ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ, ເວົ້າລວມ, ເວົ້າສະເພາະ ກໍຄືການຮວ່ມມືດ້ານແຮງງານຂອງສອງລັດຖະບານ ທີໄດ້ຮວ່ມມືກັນໃນປີ 2016 ໄດ້ມີບົດບັນທຶກຮວ່ມມືກັນດ້ານການຈັດສົ່ງແຮງງານລາວໄປເຮັດວຽກແບບຖືກກົດໝາຍໃນຂອບ MOU, ພ້ອມທັງປັບສະຖານະພາບແຮງງານລາວໃຫ້ຖືກຕ້ອງ ແລະ ໄດ້ຈັດຕັ້ງຜັນຂະຫຍາຍໃນປີ 2017 ເປັນຕົ້ນມາ, ພ້ອມນີ້ ລັດຖະບານໄທ ຍັງໃຫ້ການຊ່ວຍເຫຼືອດ້ານໄພພິບັດນຳອີກ.

ຂໍ້ມູນ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ