ເປີດສູນຝາກຂາຍຜະລິດຕະພັນໂອດ໊ອບລາວ ຊ່ວຍກະຕຸ້ນຍອດຂາຍ

246

ຜູ້ປະກອບການຜະລິດສິນຄ້າໂອດ໊ອບລາວ ໝົດກັງວົນເລື່ອງຫ້ອງຂາຍສິນຄ້າຢູ່ໃຈກາງເມືອງອີກຕໍ່ໄປ ຫຼັງສູນຝາກຂາຍສິນຄ້າໂອດ໊ອບລາວແຫ່ງທໍາອິດເກີດຂຶ້ນໃນສູນການຄ້າໃຈກາງນະຄອນຫຼວງວຽງຈັນ ຜູ້ພັດທະນາຫວັງເປັນສ່ວນໜຶ່ງໃນການຈໍາໜ່າຍສິນຄ້າໃຫ້ກວ້າງຂວາງ.

ພິທີເປີດສູນຝາກຂາຍໂອດ໊ອບລາວ ມີຂຶ້ນໃນວັນທີ 10 ທັນວາຜ່ານມາ ທີ່ສູນການຄ້າວຽງຈັນເຊັນເຕີ ເປັນກຽດເຂົ້າຮ່ວມຕັດແຖບຜ້າ ໂດຍ ທ່ານ ນາງ ທອງວັນ ສີພັນດອນ ປະທານກິດຕິມະສັກ ສູນຝາກຂາຍໂອດ໊ອບລາວ N&N/12 ພ້ອມດ້ວຍພາກສ່ວນທີ່ກຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ທອງວັນ ສີພັນດອນ ມີຄຳເຫັນວ່າ: ສູນຝາກຂາຍສິນຄ້າໄດ້ເຕົ້າໂຮມເອົາສິນຄ້າໂອດ໊ອບຕ່າງໆທົ່ວປະເທດ ເຊັ່ນ: ຫັດຖະກຳ, ຕ່ຳແຜ່ນ, ຜ້າໄໝ, ສິ້ນ, ເສື້ອ, ຜ້າບ່ຽງໄໝລາວແທ້ໆ ທີ່ເປັນເອກະລັກສືບສານມູນເຊື້ອມາແຕ່ບູຮານນະການໄດ້ຕົກທອດມາຮອດທຸກມື້ນີ້.

ທ່ານ ວຽງວິໄລ ສິວິໄຊ ປະທານ ບໍລິສັດ ມິສທີນກ້າວໜ້າລາວ ກ່າວວ່າ: ສູນຝາກຂາຍໂອດ໊ອບ ຕັ້ງຢູ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 1 ແມ່ນໄດ້ດຳເນີນມາຕັ້ງແຕ່ທ້າຍປີ 2017 ເພື່ອເປັນບ່ອນໃຫ້ຝາກຂາຍເຄື່ອງຜະລິດຕະພັນຈາກສີມືແຮງງານພາຍໃນຂອງພໍ່ແມ່ປະຊາຊົນຊາວບ້ານໃນຂອບເຂດທົ່ວປະເທດ ເພື່ອໃຫ້ຄົນລາວໄດ້ຊົມໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນລາວ ແລະ ບັນດານັກທ່ອງທ່ຽວແຂກຕ່າງດ້າວທ້າວຕ່າງແດນທີ່ເຂົ້າມາທ່ຽວໃນລາວໄດ້ຊື້ກັບເມືອຊົມໃຊ້ຢູ່ບ້ານເມືອງຂອງເພິ່ນ. ພ້ອມນັ້ນ, ກໍຍັງເປັນການສົ່ງເສີມໃຫ້ຊາວບ້ານປະດິດສ້າງອອກແບບເຮັດຜະລິດຕະພັນໃໝ່ໆອອກມາຮັບໃຊ້ສັງຄົມລາວ.

ໃນງານດັ່ງກ່າວຍັງໄດ້ມອບໂລໂກ້, ໃບຍ້ອງຍໍ ແລະ ເງິນລາງວັນ ຈຳນວນ 5 ລ້ານກີບ ໃຫ້ແກ່ຜູ້ທີ່ຊະນະເລີດຈາກການແຂ່ງຂັນໂຄງການ ໂອດ໊ອບລາວ ປັ້ນເຈົ້າໃຫ້ເປັນດາວ ມິສທີນ ທັງ 3 ທ່ານ. ພ້ອມນັ້ນ, ຍັງໄດ້ມອບໂລໂກ້, ໃບຍ້ອງຍໍ ແລະ ເງິນລາງວັນ 1 ລ້ານກີບ ໃຫ້ກັບນັກຂ່າວດີເດັ່ນ 1 ທ່ານ ຈາກໜັງສືພິມປະຊາຊົນ ທີ່ໄດ້ເຜີຍແຜ່ຂໍ້ມູນຂ່າວສານຂອງງານດັ່ງກ່າວໃຫ້ສັງຄົມໄດ້ຮັັບຮູ້ ແລະ ມອບໂລໂກ້ກຽດຕິຄຸນ ພ້ອມໃບຍ້ອງຍໍໃຫ້ກັບຜູ້ສະໜັບສະໜູນຫຼັກໃນງານຄັ້ງນີ້ນຳອີກ.

ຂ່າວ: ແກ້ວ; ຮູບ: ສຸກສະຫວັນ