ເມືອງຫີນບູນ ຈະສູ້ຊົນຜະລິດເຂົ້ານາແຊງໃຫ້ໄດ້ 1 ພັນເຮັກຕາ

141

ເມືອງຫີນບູນ ແຂວງຄຳມ່ວນ ວາງຄາດໝາຍສູ້ຊົນໃນການຜະລິດເຂົ້ານາແຊງ ໃຫ້ໄດ້ 1 ພັນເຮັກຕາ, ມາຮອດປັດຈຸບັນຊາວກະສິກອນໄດ້ລົງມືຕົກກ້າແລ້ວ 40%. ສ່ວນການຜະລິດພືດລະດູແລ້ງຈະສູ້ຊົນໃຫ້ໄດ້ 1.730 ເຮັກຕາ ຮອດປັດຈຸບັນປະຕິບັດໄດ້ແລ້ວ 30% ຂອງເນື້ອທີ່.

ທ່ານ ໂຮມມາ ສີບຸນເຮືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ລາຍງານສະພາບການຜະລິດລະດູແລ້ງຂອງເມືອງຫີນບູນ ສົກປີ 2019 – 2020 ວ່າ: ເມືອງຫີນບູນ ຜະລິດເຂົ້ານາປີ ແລະ ນາແຊງ ສະເລ່ຍໃສ່ປະຊາກອນໃນທົ່ວເມືອງ ຢູ່ທີ່ 665 ກິໂລຕໍ່ຄົນຕໍ່ປີ. ໄປພ້ອມດຽວກັນນັ້ນ, ອໍານາດການປົກຄອງເມືອງ ໄດ້ເອົາໃຈໃສ່ຊຸກຍູ້ການຜະລິດຂອງປະຊາຊົນບັນດາເຜົ່າໃຫ້ເປັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ເຊິ່ງເຫັນວ່າເນື້ອທີ່ທຳການຜະລິດແມ່ນມີການເພີ່ມຂຶ້ນໃນແຕ່ລະປີຢ່າງຕໍ່ເນື່ອງ.

ສຳລັບການຜະລິດເຂົ້ານາແຊງປີນີ້ແມ່ນຈະສູ້ຊົນຜະລິດໃນເນື້ອທີ່ 1 ພັນເຮັກຕາ ເຊິ່ງຂະແໜງການທີ່ກ່ຽວຂ້ອງ ກໍໄດ້ລະດົມໃຫ້ປະຊາຊົນ ແລະ ອົງການຈັດຕັ້ງທຸກພາກສ່ວນໄດ້ມີສ່ວນຮ່ວມໃນການປັບປຸງ, ສ້ອມແປງລະບົບຊົນລະປະທານ, ຄອງເໝືອງ ແລະ ລະບົບຫົວງານຕ່າງໆ ເພື່ອເຮັດໃຫ້ການຜະລິດຂອງພໍ່ແມ່ປະຊາຊົນໄດ້ທັນກັບລະດູການ ແລະ ຮັບປະກັນສະໜອງນໍ້າໄດ້ພຽງພໍກັບຄວາມຕ້ອງການໃນເນື້ອທີ່ຄາດຄະເນໄວ້.

ໃນທົ່ວເມືອງແມ່ນມີໂຊົນລະປະທານທັງໝົດ 25 ໂຄງການ. ໃນນັ້ນ, ໂຄງການຊົນລະປະທານແບບນໍ້າໄຫຼເຂົ້າເອງ 3 ໂຄງການ ອັນເປັນເງື່ອນໄຂເຮັດໃຫ້ການຜະລິດໃນທົ່ວເມືອງຫີນບູນໄດ້ມີຜົນສຳເລັດ.

ມາຮອດປັດຈຸບັນຊາວກະສິກອນລົງມືຕົກກ້າໄດ້ແລ້ວ 40% ແລະ ຄາດວ່າຈະໃຫ້ສຳເລັດການຕົກກ້າໃນຕົ້ນເດືອນທັນວານີ້. ສະເພາະການປູກພືດລະດູແລ້ງໃນເນື້ອທີ່ແຜນການ 1.730 ເຮັກຕາ ມາຮອດປັດຈຸບັນແມ່ນປະຕິບັດໄດ້ແລ້ວ 30% ຂອງເນື້ອທີ່ແຜນການ; ໃນນັ້ນ, ເດັ່ນກວ່າໝູ່ແມ່ນການປູກມັນຕົ້ນ ໂດຍໄດ້ຮັບການສະໜັບສະໜູນທຶນຈຳນວນໜຶ່ງຈາກໂຮງງານແປ້ງມັນຕົ້ນຄຳມ່ວນພັດທະນາ ທີ່ໄດ້ສົ່ງເສີມປະຊາຊົນ ຄາດວ່າໃນປີ 2019 ນີ້ ຈະຜະລິດໃຫ້ໄດ້ 150 ເຮັກຕາຂຶ້ນໄປ ສະເພາະເນື້ອທີ່ທີ່ນອນຢູ່ໃນໂຄງການດັ່ງກ່າວ ແລະ ໃນທົ່ວເມືອງແມ່ນຄາດວ່າຈະມີເນື້ອທີ່ຜະລິດເຖິງ 500 ເຮັກຕາຂຶ້ນໄປ.