ກອງປະຊຸມເປີດກວ້າງຂອງອົງຄະນະພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ

285

ໃນຕອນເຊົ້າຂອງວັນທີ 10 ທັນວາ 2019 ທີ່ຫ້ອງປະຊຸມສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ( ສຊປລ ) ໄດ້ໄຂກອງປະຊຸມເປີດກວ້າງຂອງອົງຄະນະພັກ ສຊປລ ແລະ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019 ຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເຂົ້າຮ່ວມໂດຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ເລຂາ, ຮອງເລຂາໜ່ວຍພັກອ້ອມຂ້າງ ພ້ອມດ້ວຍສະຫາຍສະມາຊິກພັກອ້ອມຂ້າງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ຈຸດປະສົງຂອງການເປີດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການທົບທວນການຈັດຕັ້ງປະຕິບັດມະຕິ IV ຂອງຄະນະບໍລິຫານງານພັກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ວາງທິດທາງໃນການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.ກອງປະຊຸມຈະໄດ້ດຳເນີນເປັນເວລາ 3 ວັນ ເພື່ອຕີລາຄາການຈັດຕັ້ງປະຕິບັດມະຕິຂອງໜ່ວຍພັກອ້ອມຂ້າງ ພ້ອມທັງເປີດບັ້ນດຳເນີນຊີວິດການເມືອງຂອງໜ່ວຍພັກ.

ພ້ອມນັ້ນ, ຍັງໄດ້ຄົ້ນຄວ້າປະກອບຄຳຄິດເຫັນໃສ່ທິດທາງແຜນການຂອງຄະນະພັກໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ ຍັງໄດ້ຕີລາຄາຄືນການນຳພາຂອງຄະນະພັກ, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ X, ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ, ເຊື່ອມຊຶມຄຳສັ່ງແນະນຳການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ຄຳສັ່ງແນະນຳກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ X ແລະ ປະກອບຄຳເຫັນໃສ່ຮ່າງກົດລະບຽບ.

ໂອກາດນີ້, ຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຊິ່ງທ່ານໄດ້ຍ້ອງຍໍຕໍ່ຜົນສຳເລັດທີ່ຄະນະພັກຍາດມາໄດ້ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະຫາຍສະມາຊິກພັກ ຈຶ່ງເຮັດໃຫ້ຄະນະບໍລິຫານງານພັກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ບັນລຸຈຸດປະສົງຄາດໝາຍ; ອັນທີ່ພົ້ນເດັ່ນແມ່ນເຮັດໃຫ້ຄະນະພັກມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງ, ການນຳພາ ໂດຍຜ່ານຂະບວນການ ເຊິ່ງສະແດງອອກຜົນງານທີ່ຄະນະພັກພູມໃຈແມ່ນບັນດາສະຫາຍສະມາຊິກພັກໄດ້ມີຜົນງານດີເດັ່ນໄດ້ຮັບຫຼຽນໄຊ, ຫຼຽນກາ, ການຍ້ອງຍໍຈາກລັດຖະບານຢ່າງສົມກຽດ.

ຂ່າວ – ຮູບ: ສຊປລ