ບໍລິສັດ ທີ່ປຶກສາດ້ານການພັດທະນາ ແລະ ວິສາຫະກິດ ຈໍາກັດ ສະຫຼອງຄົບຮອບ 20 ປີ

97

ບໍລິສັດ ທີ່ປຶກສາດ້ານການພັດທະນາ ແລະ ວິສາຫະກິດ ຈໍາກັດ ( Enterprise and Development Consultants Co., Ltd ຫຼື EDC ) ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງການສ້າງຕັ້ງ ເພື່ອເປັນການຂອບໃຈບັນດາລູກຄ້າທີ່ໃຫ້ການສະໜັບສະໜູນມາໂດຍຕະຫຼອດ.

ງານສະເຫຼີມສະຫຼອງໄດ້ຈັດຂຶ້ນທ້າຍອາທິດຜ່ານມາ ທີ່ໂຮງແຮມເສດຖາປາລາສ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ທິພາພອນ ເພັດມະນີ ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການໃຫຍ່ EDC, ທ່ານ ສົມດີ ອິນມີໄຊ ອະດີດຫົວໜ້າກົມສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາຫົວໜ້າໂຄງການຈາກພາກລັດ, ອົງການຈັດຕັ້ງທາງສັງຄົມ ແລະ ບໍລິສັດເອກະຊົນພາຍໃນເຂົ້າຮ່ວມ.

ທ່ານ ນາງ ທິພາພອນ ເພັດມະນີ ໄດ້ກ່າວວ່າ: ບໍລິສັດ EDC ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນທັນວາ 1999 ໂດຍວາງວິໄສທັດຂອງຕົນໃນການກ້າວຂຶ້ນເປັນຜູ້ໃຫ້ບໍລິການດ້ານການຝຶກອົບຮົມເສີມສ້າງ ຄວາມອາດສາມາດ ແລະ ໃຫ້ຄໍາປຶກສາດ້ານການດໍາເນີນທຸລະກິດລະດັບແຖວໜ້າໃນ ສປປ ລາວ ແລະ ໃນຂົງເຂດພາກພື້ນ ເພື່ອຮອງຮັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໂດຍການປະກອບສ່ວນເຂົ້າໃນການເຕີບໃຫຍ່ຂອງການພັດທະນາເສດຖະກິດ – ສັງຄົມ ສປປ ລາວ ເພື່ອຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ.

ຕະຫຼອດໄລຍະເວລາ 20 ປີ ບໍລິສັດ EDC ເປັນຫົວໜ່ວຍທຸລະກິດທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການໃຫ້ບໍລິການສັງຄົມຕາມບົດບາດຂອງຕົນ ເຊັ່ນ: ການເສີມສ້າງຄວາມອາດສາມາດ ( ຝຶກອົບຮົມດ້ານຕ່າງໆ ), ການຈັດການສຶກສາສໍາຫຼວດ – ຄົ້ນຄວ້າ, ວິເຄາະຂໍ້ມູນ, ການສົ່ງເສີມ ແລະ ກະຕຸ້ນພາກທຸລະກິດຂະໜາດນ້ອຍ – ກາງ ແລະ ໃຫ້ບໍລິການອໍານວຍຄວາມສະດວກທົ່ວໄປໃຫ້ແກ່ທັງພາກລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດ.

ບໍລິສັດ EDC ຍັງສືບຕໍ່ຝຶກຝົນຫຼໍ່ຫຼອມທີມງານຂອງຕົນໃຫ້ມີຄວາມສາມາດ, ຮັກສາມາດຕະຖານໃນການເຮັດວຽກຢ່າງເປັນທີມງານ ແລະ ເປັນມືອາຊີບຂອງຕົນ ພ້ອມທັງມີການປັບປຸງປ່ຽນແປງໃຫ້ທັນຕາມຍຸກສະໄໝ ເພື່ອໃຫ້ສາມາດເຮັດວຽກຮ່ວມກັບທຸກພາກສ່ວນ ແລະ ເປັນຄູ່ຮ່ວມໃນການບັນລຸຜົນສໍາເລັດພາຍໃຕ້ຄໍາຂວັນ: Your Partner for Success.

ຂ່າວ: ທິບອຸສາ; ຮູບ: ສຸກສະຫວັນ