ພ້ອມແລ້ວ 90% ຈັດງານວາງສະແດງ ຜະລິດຕະພັນເຟີນີເຈີໄມ້ລາວ

112

ງານວາງສະແດງຜະລິດຕະພັນສິນຄ້າເຟີນີເຈີໄມ້ລາວ ຄັ້ງທີ 6 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 11 – 19 ມັງກອນ 2020 ທີ່ສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ ພາຍຫຼັງທີ່ໄດ້ມີການຫ້າງຫາກະກຽມມາໄດ້ຫຼາຍເດືອນ ຮອດເວລານີ້ພ້ອມແລ້ວ 90% ໃນດ້ານຕ່າງໆ. ຄະນະຈັດງານໄດ້ເຊີນຊວນບັນດາຫົວໜ່ວຍທຸລະກິດດ້ານເຟີນີເຈີ ທັງພາຍໃນ ແລະ ຕ່າງປະເທດເຂົ້າຈັບຈອງຫ້ອງວາງສະແດງ ໂດຍຄາດວ່າງານຄັ້ງນີ້ຈະບໍ່ໃຫ້ຫຼຸດ 80 ຫົວໜ່ວຍ ເຂົ້າຮ່ວມວາງສະແດງ.

ທ່ານ ບຸນກອງ ຫຼວງໂຄດ ຄະນະບໍລິຫານງານສະມາຄົມເຟີນີເຈີລາວ ( ສຟລ ) ເຈົ້າຂອງຮ້ານຮຸ່ງຈະເລີນຫັດຖະກຳ ເປີດເຜີຍໃຫ້ຮູ້ບໍ່ດົນມານີ້ວ່າ: ການຈັດງານວາງສະແດງຜະລິດຕະພັນສິນຄ້າເຟີນີເຈີໄມ້ລາວ ຄັ້ງທີ 6 ນີ້ ກໍເພື່ອປະຕິບັດຕາມນະໂຍບາຍໃນການສົ່ງເສີມການຜະລິດເຄື່ອງເຟີນີເຈີໄມ້ລາວ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະ ຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດກ້າວເຂົ້າສູ່ການສ້າງຕານ່າງການວາງສະແດງ – ຂາຍສິນຄ້າເຟີນີເຈີກັບພາກພື້ນ ແລະ ສາກົນໃນອະນາຄົດ.

ພ້ອມດຽວກັນນັ້ນ, ເພື່ອຜັນຂະຫຍາຍຕາມເນື້ອໃນຂອງຄໍາສັ່ງ ເລກທີ 15/ນຍ ເປັນການອະນຸຮັກປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບຈາກໄມ້, ໃຫ້ມີຫຼາກຫຼາຍຜະລິດຕະພັນຕາມທີ່ສັງຄົມປັດຈຸບັນຕ້ອງການ ໂດຍງານຄັ້ງນີ້ຄາດຄະເນວ່າຈະມີຫົວໜ່ວຍທຸລະກິດດ້ານເຟີນີເຈີທັງພາຍໃນ ແລະ ຕ່າງປະເທດນຳສິນຄ້າເຂົ້າຮ່ວມວາງສະແດງບໍ່ຫຼຸດ 80 ຫົວໜ່ວຍ ມີມູນຄ່າສິນຄ້າປະມານ 12 ຕື້ກວ່າກີບ ແລະ ຄາດວ່າຈະສາມາດດຶງດູດຜູ້ຄົນໃຫ້ເຂົ້າມາທ່ຽວຊົມເລືອກຊື້ສິນຄ້າໄດ້ປະມານ 1,5 ແສນຄົນ ໂດຍມາຮອດປັດຈຸບັນການກະກຽມຈັດງານໃນດ້ານຕ່າງໆຄືບໜ້າ 90% ແລ້ວ.