ຫຼາຍແຂວງເຝົ້າລະວັງ ຫ່ວງອາກາດໜາວກະທົບການຜະລິດຂອງປະຊາຊົນ

119

ລະດູໜາວປີນີ້ມາຊ້າກວ່າທຸກປີ ໂດຍເລີ່ມໜາວໃນໄລຍະຕົ້ນເດືອນທັນວາທີ່ຜ່ານມາ ເຖິງຈະມາຊ້າແຕ່ກໍເປັນອາກາດທີ່ໜາວແຮງຢູ່ຫຼາຍຂົງເຂດ ໂດຍສະເພາະພາກເໜືອຂອງລາວ ເຊັ່ນ: ແຂວງຊຽງຂວາງ, ຜົ້ງສາລີ ແລະ ໄຊສົມບູນ ເຊິ່ງອາດກະທົບຕໍ່ການຜະລິດຂອງປະຊາຊົນ, ຂະນະດຽວກັນພະແນກກະສິກໍາ ແລະ ປ່າໄມ້ຂອງບັນດາແຂວງດັ່ງກ່າວກໍກຽມພ້ອມຫາວິທີປ້ອງກັນ ເພື່ອຮັບມືກັບໄພໜາວທີ່ອາດເກີດຂຶ້ນຕໍ່ພືດ ແລະ ສັດລ້ຽງໄດ້, ດ້ານອຸຕຸນິຍົມຄາດວ່າວັນທີ    12 – 15 ທັນວາ ອາກາດຈະອຸ່ນຂຶ້ນ.

ທ່ານ ສຸກໄຊ ຈະເລີນສຸກ ຫົວໜ້າຂະແໜງປູກຝັງ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ອາກາດໜາວປີນີ້ມາຊ້າກວ່າທຸກໆປີ ສະເລ່ຍອຸນຫະພູມຢູ່ທີ່ 5 – 6 ອົງສາ, ຍັງບໍ່ມີປາກົດການນໍ້າໝອກກ້າມ ຫຼື ຝົນຝອຍ ເຊິ່ງຄວາມໜາວດັ່ງກ່າວຍັງບໍ່ມີຜົນກະທົບຫຍັງຕໍ່ການປູກພືດ, ການລ້ຽງສັດຂອງປະຊາຊົນ ແຕ່ຖ້າທຽບໃສ່ປີຜ່ານມາໃນໄລຍະດຽວກັນຖືວ່າສວນກ້ວຍ, ຕົ້ນກາເຟແມ່ນເລີ່ມຕາຍແລ້ວ ແຕ່ປີນີ້ຍັງບໍ່ທັນມີປາກົດການດັ່ງກ່າວເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນໃນບາງເຂດ ທາງຂະແໜງກະສິກໍາກໍໄດ້ລົງໄປແນະນໍາຊາວສວນປູກຜັກໃຫ້ເລີ່ມນໍາໃຊ້ແພຢາງມາມຸງກັນນໍ້າໝອກໄປກ່ອນ ພ້ອມຕິດຕາມສະພາບອາກາດຕໍ່ໄປ.

ທ່ານ ນາງ ຄໍາເພົາ ໄຊຍະຈິດ ຫົວໜ້າຂະແໜງປູກຝັງ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນທັນວາເປັນຕົ້ນມາ ອາກາດພາຍໃນແຂວງຊຽງຂວາງ ເລີ່ມໜາວເຢັນຢູ່ທີ່ 1 – 2 ອົງສາ ເຮັດໃຫ້ມີນໍ້າໝອກກ້າມ ເຊິ່ງປີນີ້ຖືໄດ້ວ່າອາກາດໜາວເຢັນກວ່າປີຜ່ານມາ ແຕ່ຖ້າທຽບໃສ່ປີ 2017 ແມ່ນຍັງໜາວໜ້ອຍກວ່າ ເນື່ອງຈາກໃນປີດັ່ງກ່າວເຖິງຂັ້ນອຸນຫະພູມຕິດລົບເຮັດໃຫ້ມີປາຕາຍ, ຕົ້ນໄມ້ໃຫຍ່, ພືດຜັກຕາຍເປັນຈໍານວນຫຼາຍ. ສະເພາະປີນີ້ແມ່ນຍັງບໍ່ທັນມີລາຍງານລະອຽດຜົນກະທົບຈາກອາກາດໜາວນີ້ ມີພຽງການລາຍງານປາກເປົ່າເຖິງສວນຫຍ້າລ້ຽງງົວຂອງປະຊາຊົນເລີ່ມຕາຍຈໍານວນໜຶ່ງ, ສ່ວນຜົນເສຍຫາຍອື່ນໆຍັງບໍ່ມີການລາຍງານຈາກພາກສ່ວນກ່ຽວຂ້ອງ ແຕ່ເຊື່ອວ່າມັນຈະກະທົບແນ່ນອນ. ດັ່ງນັ້ນ, ໃນໄລຍະນີ້ປະຊາຊົນກໍໄດ້ນໍາໃຊ້ວິທີປະຖົມປະຖານໃນການເບິ່ງແຍງສັດລ້ຽງຂອງຕົນເອງດ້ວຍການນໍາເຂົ້າຄອກ ພ້ອມກໍ່ກອງໄຟອ້ອມໃຫ້ຄວາມອົບອຸ່ນ, ສ່ວນພືດຜັກທີ່ບໍ່ມີເຮືອນຮົ່ມກໍຕ້ອງໄດ້ປ່ອຍໄວ້ຕາມທໍາມະຊາດກ່ອນ ແຕ່ໃນໄລຍະນີ້ເຂົາເຈົ້າກໍຈະເນັ້ນປູກພືດໄລຍະສັ້ນເທົ່ານັ້ນ.

ຂະນະທີ່ ທ່ານ ຄໍາຂອດ   ໝື່ນຫຼວງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງປາກຊ່ອງ ໃຫ້ຮູ້ວ່າ: ປັດຈຸບັນເຂດເມືອງປາກຊ່ອງ ແຂວງຈຳປາສັກ ໜາວເຢັນໃນລະດັບ 3 ອົງສາ ຫາ 4 ອົງສາ ເຖິງແມ່ນວ່າອຸນຫະພູມຄວາມເຢັນດັ່ງກ່າວຍັງບໍ່ທັນມີຜົນກະທົບຕໍ່ການປູກຝັງ ແລະ ລ້ຽງສັດຂອງປະຊາຊົນແຕ່ພາກສ່ວນກ່ຽວຂ້ອງກໍບໍ່ໄດ້ໄວ້ວາງໃຈມີການເຝົ້າລະວັງຢູ່ຕະຫຼອດ ເພື່ອປ້ອງກັນຜົນເສຍຫາຍທີ່ອາດເກີດຂຶ້ນ ໂດຍສະເພາະໄລຍະນີ້ເປັນໄລຍະເກັບກ່ຽວກາເຟ ເຊິ່ງປີຜ່ານມາກາເຟໄດ້ຮັບຜົນເສຍຫາຍຈາກອາກາດໜາວທີ່ເຮັດໃຫ້ນໍ້າໝອກກ້າມ ສົ່ງຜົນໃຫ້ຕົ້ນກາເຟຕາຍ ປະມານ 600 ເຮັກຕາ. ເຖິງຢ່າງໃດກໍຕາມ, ປັດຈຸບັນໄດ້ເຝົ້າລະວັງພ້ອມລະດົມປະຊາຊົນກະກຽມຢາງລົດ, ໄມ້ຟືນເພື່ອກຽມພ້ອມຫາກອາກາດເຢັນລົງກວ່ານີ້ກໍຈະຕ້ອງກໍ່ກອງໄຟເພື່ອໃຫ້ ຄວາມອົບອຸ່ນແກ່ພືດ ແລະ ສັດ ໂດຍສະເພາະແມ່ນກາເຟ.

ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະແຕ່ວັນທີ 9 ຫາ 15 ທັນວາ 2019 ມວນອາກາດເຢັນທີ່ປະເທດຈີນ ຍັງຈະສືບຕໍ່ມີກຳລັງປານກາງຫາແຮງ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ສະພາບອຸນຫະພູມໜາວເຢັນຫຼາຍໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ, ເຂດພູສູງ, ຮ່ອມພູ ແລະ ເຂດພູພຽງບໍລະເວນ ອຸນຫະພູມອາກາດຈະໜາວເຢັນຫາໜາວເຢັນຫຼາຍ ຈົນເຖິງຂັ້ນນໍ້າກ້າມຢູ່ບາງທ້ອງຖິ່ນ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ຈາກນັ້ນ, ໃນໄລຍະວັນທີ 12 ຫາ 15 ທັນວາ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະອ່ອນກຳລັງລົງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ສະພາບອຸນຫະພູມຈະຄ່ອຍໆອຸ່ນຂຶ້ນໃນຕອນບ່າຍຂອງແຕ່ລະພາກ.

ຂ່າວ: ເອຢິບ