ເຊັນບົດບັນທຶກຄວາມເຂົ້າໃຈ ຊອກຄົ້ນແຮ່ທາດຢູ່ແຂວງໄຊສົມບູນ

224

ບໍລິສັດ ສີສະເກດ ສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຈໍາກັດ ຜູ້ດຽວ ເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ໃນການຊອກຄົ້ນ, ສໍາຫຼວດ ແລະ ສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ ຈຸດປາກົດແຮ່ທາດ, ແຮ່ຄໍາ, ແຮ່ທອງແດງ ແລະ ແຮ່ຕິດພັນອື່ນໆຢູ່ເຂດຜາຂາວຫາພູກອງເຂົ້າ, ຍອດນ້ຳຜາໃຫຍ່ເມືອງອານຸວົງ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ມີຂຶ້ນໃນວັນທີ 9 ທັນວາ 2019 ໂດຍເປັນການເຊັນສັນຍາລະຫວ່າງ ທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ ກັບ ທ່ານ ເພັດ ສີສະເກດ ຜູ້ອໍານວຍການ ບໍລິສັດ ສີສະເກດ ສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຈໍາກັດຜູ້ດຽວ ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,  ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີພະແນກການທີ່ກ່ຽວຂ້ອງ ແລະ ເຈົ້າເມືອງອານຸວົງ ເຈົ້າເມືອງລ້ອງແຈ້ງ, ຫົວໜ້າພະແນກແຜນການ ແລະ ການລົງທຶນເຂົ້າຮ່ວມ.

ການເຊັນບົດບັນທຶກຄວາມເຂົ້າໃຈ MOU ໃນຄັ້ງນີ້ກໍເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງໂຄງການ ໃນການເກັບກໍາຂໍ້ມູນສໍາຫຼວດ, ສຶກສາຄວາມເປັນໄປໄດ້ໃນການພັດທະນາຂອງໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ ຈຸດປາກົດແຮ່ທາດ, ແຮ່ຄໍາ, ແຮ່ທອງແດງ ແລະ ແຮ່ຕິດພັນອື່ນໆຢູ່ຂອບເຂດຜາຂາວຫາພູກອງເຂົ້າ, ຍອດນໍາຜາໃຫຍ່ ເມືອງອານຸວົງ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຊິ່ງບົດບັນທຶກສະບັບນີ້ຈະມີຜົນບັງຄັບໃຊ້ເປັນເວລາ 24 ເດືອນ ນັບແຕ່ມື້ລົງນາມເປັນຕົ້ນໄປ.

ໂຄງການດັ່ງກ່າວນີ້ເປັນໂຄງການໜຶ່ງທີ່ຈະສ້າງລາຍຮັບ ແລະ ເປັນທຶນຮອນຊ່ວຍໃນການພັດທະນາ ແຂວງໄຊສົມບູນ ທັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ. ພ້ອມນີ້, ທາງບໍລິສັດຍັງຈະໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາ   ແຂວງໄຊສົມບູນ ເປັນຕົ້ນແມ່ນຈະໄດ້ສ້າງເສັ້ນທາງແຕ່ເຕເບຼ ໄປຫາ ພູກອງເຂົ້າ, ກໍ່ສ້າງຈຸດສຸມອ່າວເໜືອ, ອ່າວກາງ, ອ່າວໃຕ້ ແລະ ກໍ່ສ້າງສູນບັນຊາ. ນອກນີ້, ທາງບໍລິສັດຍັງຈະຊ່ວຍໃນການພັດທະນາໂຄງການກະສິກໍາໄປພ້ອມໆກັນອີກ.

ໂອກາດດັ່ງກ່າວນີ້ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດທີ່ໄດ້ປະກອບສ່ວນທຶນຮອນ ໃນການພັດທະນາແຂວງຂອງພວກເຮົາ ກໍຄືໂຄງການຊອກຄົ້ນສໍາຫຼວດແຮ່ທາດໃນຄັ້ງນີ້ ເຊິ່ງມັນຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ ກໍຄືການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ.

ຂ່າວ: ນາງ ຕູດ ຄໍາພໍໃຈ