ຮອງນາຍົກ ເນັ້ນໃຫ້ເອົາໃຈໃສ່ 6 ບັນຫາຮັບປະກັນດ້ານໂພຊະນາການທີ່ດີຂອງເດັກນ້ອຍ

223

ກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການສຶກສາ ແລະ ກີລາ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະຫະພາບເອີຣົບ ແລະ ອົງການຢູນີເຊັບ ຈັດກອງປະຊຸມວຽກງານໂພຊະນາການແຫ່ງຊາດ ຄັ້ງທີ 5 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການ 2019 ເພື່ອນໍາສະເໜີແຜນງານດ້ານໂພຊະນາການແຫ່ງຊາດ, ຕິດຕາມ ຄວາມຄືບໜ້າ ແລະ ກຳນົດຂໍ້ບົກຜ່ອງເພື່ອຮັບປະກັນດ້ານໂພຊະນາການທີ່ດີ.

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 10 ທັນວາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ລີໂອຟີເບີ ເອກອັກຄະລັດຖະທູດຂອງສະຫະພາບເອີຣົບ ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງຈາກທົ່ວປະເທດເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ໃນ ສປປ ລາວ ເຖິງຈະແກ້ໄຂບັນຫາໂພຊະນາການໄດ້ໃນລະດັບໜຶ່ງ, ແຕ່ປັດຈຸບັນກໍຍັງມີເດັກທີ່ຈະເປັນອະນາຄົດຂອງຊາດ 1 ໃນ 3 ຄົນ ຫຼື ຈໍານວນປະມານເກືອບ 3 ແສນຄົນ ມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າບໍ່ໄດ້ມາດຕະຖານມີຄວາມສະຫຼຽວສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍ້າເຮື້ອແບບລວງສູງບໍ່ໄດ້ມາດຖານ,  ການຂາດອາຫານກະທັນຫັນ ແລະ ການຂາດວິຕາມິນແຮ່ທາດ. ດັ່ງນັ້ນ, ພວກເຮົາຍັງມີພາລະກິດທີ່ໜັກໜ່ວງ ເພື່ອຈະໃຫ້ການລົງທຶນດ້ານໂພຊະນາການພັດທະນາທຶນມະນຸດທີ່ມີຄຸນນະພາບ ແລະ ຍືນຍົງໃຫ້ປາກົດເປັນຈິງ, ຮັບປະກັນໃຫ້ລູກຫຼານກໍຄືປະຊາຊົນລາວມີໂພຊະນາການທີ່ດີຂຶ້ນ ເພື່ອເປັນກຳລັງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕໍ່ໄປຂ້າງໜ້າ.

ທ່ານຮອງນາຍົກ ໄດ້ເນັ້ນໜັກໃຫ້ກອງປະຊຸມຄັ້ງນີ້ສົນທະນາແລກປ່ຽນປຶກສາ ດັ່ງນີ້:

1 ການຈັດຕັ້ງປະຕິບັດໃນ 10 ມາດຕະການ ແກ້ໄຂໂພຊະນາການໂດຍກົງທີ່ຕິດພັນກັບຂະແໜງສາທາລະນະສຸກ ໄດ້ມີແຂວງ, ເມືອງ, ບ້ານໃດທີ່ໄດ້ມີຜົນສຳເລັດພົ້ນເດັ່ນບັນລຸຄາດໝາຍອັດຕາການປົກຄຸມການແຈກຢາຍອາຫານການແພດ, ວິຕາມິນ, ແຮ່ທາດ, ການປິ່ນປົວການຂາດອາຫານຮ້າຍແຮງໄດ້ແນວໃດ ແລະ ສາມາດເສີມຂະຫຍາຍຖອດຖອນບົດຮຽນໄປເຂດອື່ນ.

2 ການຈັດຕັ້ງປະຕິບັດໃນ 4 ມາດຕະການ ແກ້ໄຂໂພຊະນາການທາງອ້ອມທີ່ຕິດພັນກັບການຄໍ້າປະກັນສະບຽງອາຫານໂພຊະນາການຂອງຂະແໜງກະສິກຳ – ປ່າໄມ້, ພັດທະນາຊົນນະບົດໄດ້ມີແຂວງ, ເມືອງ, ບ້ານໃດແດ່ທີ່ໄດ້ມີການຜະລິດສະບຽງອາຫານ, ການປູກ, ການລ້ຽງທີ່ພົ້ນເດັ່ນກາຍເປັນຜະລິດຕະພັນເອກະລັກ, ໄດ້ສ້າງໜຶ່ງຜະລິດຕະພັນໜຶ່ງບ້ານ ຫຼື ໜຶ່ງເມືອງເປັນຕົວແບບ, ມີຄອບຄົວ ແລະ ບ້ານທີ່ໄດ້ຄໍ້າປະກັນສະບຽງອາຫານ ແລະ ຫຼຸດພົ້ນ ຄວາມທຸກຍາກຫຼາຍປານໃດ ເຊິ່ງວຽກງານນີ້ແມ່ນສຳຄັນຫຼາຍ ເພາະຈະເປັນການແກ້ໄຂບັນຫາໂພຊະນາການແບບຍືນຍົງ ແລະ ສາມາດເສີມຂະຫຍາຍຖອດຖອນບົດຮຽນໄປທ້ອງຖິ່ນອື່ນ.

3 ການຈັດຕັ້ງປະຕິບັດໃນ 4 ມາດຕະການ ແກ້ໄຂໂພຊະນາການທີ່ຕິດພັນກັບສຶກສາໄດ້ມີໂຮງຮຽນໃນແຂວງ, ເມືອງ, ບ້ານໃດທີ່ໄດ້ມີຜົນສຳເລັດລັກສະນະພົ້ນເດັ່ນເປັນຕົວແບບ ແລະ ສາມາດເສີມຂະຫຍາຍຖອດຖອນບົດຮຽນໄປທ້ອງຖິ່ນອື່ນ.

4 ການຈັດຕັ້ງປະຕິບັດໃນ 4 ມາດຕະການທີ່ຕິດພັນກັບຫຼາຍພາກສ່ວນໄດ້ມີແຂວງ, ເມືອງ ແລະ ບ້ານໃດທີ່ມີຜົນສຳເລັດໃນດ້ານການປະສານງານ, ການຄຸ້ມຄອງບໍລິຫານ, ການມີແຜນການໜຶ່ງດຽວ ແລະ ຈັດຕັ້ງປະຕິບັດໄປລວງດຽວກັນ, ມີແຂວງໃດທີ່ຄະນະໂພຊະນາການຂັ້ນແຂວງ – ເມືອງມີການເຄື່ອນໄຫວທີ່ເຂັ້ມແຂງ ແລະ ສາມາດຖອດຖອນບົດຮຽນໃຫ້ແຂວງອື່ນ.

5 ດ້ານການພົວພັນປະສານງານກັບພາກສາກົນຄູ່ຮ່ວມພັດທະນາ, ເອກະຊົນ, ອົງການສັງຄົມ ແລະ ຊຸມຊົນເປັນແນວໃດ ເຊິ່ງສາມາດເສີມຂະຫຍາຍຖອດຖອນບົດຮຽນໃນປີຕໍ່ໄປ.

6 ຈະແກ້ໄຂບັນດາສິ່ງທ້າທາຍ ແລະ ມີແຜນບຸລິມະສິດໃນການກຳນົດຈຸດສຸມການຈັດສັນ ແລະ ຄຸ້ມຄອງງົບປະມານຂອງລັດຖະບານທີ່ມີຢູ່ຢ່າງຈໍາກັດ ແລະ ການນໍາໃຊ້ທຶນການຊ່ວຍເຫຼືອ ແລະ ກູ້ຢືມຈາກສາກົນໃຫ້ມີປະສິດທິພາບເພື່ອເກີດປະໂຫຍດສູງສຸດ, ມີຜົນສຳເລັດຫຼາຍຂຶ້ນໃນການແກ້ໄຂບັນຫາໂພຊະນາການຢູ່ ສປປ ລາວ ໃນປີ 2020 ແລະ ປີຕໍ່ໄປ.

ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ກ່າວວ່າ: ໃນການແກ້ໄຂບັນຫາການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການແບບໜຶ່ງດຽວ ໂດຍມີຫຼາຍຂະແໜງການຮ່ວມມືກັນສຸມໃສ່ 4 ແຂວງ ຄື: ຜົ້ງສາລີ, ຫົວພັນ, ຊຽງຂວາງ ແລະ ອຸດົມໄຊ ເນື່ອງຈາກອັດຕາ ແລະ ຈໍານວນການຂາດສານອາຫານຂອງເດັກ ຍັງຢູ່ໃນລະດັບສູງຖ້າທຽບໃສ່ບັນດາປະເທດອາຊຽນ ລວມທັງການພັດທະນາຄວາມສາມາດຂອງພະນັກງານ ໃນການບໍລິການວຽກງານໂພຊະນາການຍັງເປັນບັນຫາຫຼັກ ເພື່ອໃຫ້ມີປະສິດທິພາບຍິ່ງຂຶ້ນ ເຊິ່ງລັດຖະບານໄດ້ຮັບຮອງເອົາດຳລັດຄວບຄຸມຜະລິດຕະພັນອາຫານເດັກອ່ອນ ແລະ ເດັກນ້ອຍທີ່ຂະແໜງການສາທາລະນະສຸກ ໄດ້ນໍາສະເໜີລະບຽບການທີ່ມີສຳຄັນໃນການສະໜັບສະໜູນສົ່ງເສີມ ແລະ ປົກປ້ອງການລ້ຽງລູກດ້ວຍນົມແມ່ ໃຫ້ເດັກນ້ອຍລາວມີພູມຄຸ້ມກັນຕໍ່ພະຍາດພ້ອມທັງສະຫຼາດສະຫຼຽວ.