ທີມຊາດຫວຽດນາມ ສ້າງປະຫວັດສາດຄວ້າແຊັມບານເຕະຊາຍ ຊີເກມ ຮອບ 60 ປີ

90
Vietnam head coach Hang Seo is thrown in the air by players and staff after they won the gold against Indonesia at the men's football finals match at the 30th South East Asian Games in Manila, Philippines on Tuesday Dec. 10, 2019. (AP Photo/Aaron Favila)

ທີມຊາດຫວຽດນາມ ຄວ້າແຊ້ມບານເຕະຊາຍ ໃນງານມະຫາກໍາກີລາ ຊີເກມ ຄັ້ງທີ 30 ໄປຕາມຄາດໝາຍ ຫຼັງສາມາດຢໍ້າແຄ້ນ ອິນໂດເນເຊຍ 3-0 ໃນການແຂ່ງຂັນຮອບຊີງຊະນະເລີດທີ່ສະໜາມ ຣິຊາລ ເມໂມຣຽລ ສະເຕດ້ຽມ ເມື່ອວັນທີ 10 ທັນວາ 2019.

ນັດຊີງເປັນການໂຄຈອນມາພົບກັນອີກຄັ້ງ ຫຼັງໃນຮອບແບ່ງກຸ່ມ ຫວຽດນາມ ເອົາຊະນະ 2-1, ເຊິ່ງນັດນີ້ ຫວຽດນາມ ເປັນຝ່າຍຄຸມເກມໄດ້ເໜືອກວ່າ ກ່ອນຈະມາໄດ້ປະຕູຈາກການຍິງຂອງ ໂດນ ວານເຮົາ ນາທີໆ 39 ກັບ 73 ແລະ ອີກ 1 ປະຕູຈາກ ໂດ ຮຸງດຸງ ນາທີໆ 59 ເອົາຊະນະ ອິນໂດເນເຊຍ 3-0 ຄວ້າຫຼຽນຄໍາໄປຄອງ.

ຂະນະທີ່ ຄູ່ຊີງອັນດັບ 3 ມຽນມາ ບຽດເອົາຊະນະ ກໍາປູເຈຍ ໃນການດວນຈຸດໂທດ 5-4 ຫຼັງຈາກສະເໝີກັນ 2-2 ໃນເວລາປົກກະຕິ ຄວ້າຫຼຽນທອງໄປຄອງ, ສ່ວນ ກໍາປູເຈຍ ພາດໂອກາດຄວ້າຫຼຽນໄປຄອງ ຫຼັງສ້າງປະຫວັດສາດເຂົ້າຮອບ 4 ທີມໄດ້ເປັນຄັ້ງທໍາອິດ. ນອກນັ້ນ, ດາວຍິງສູງສຸດເປັນຂອງ ຮາ ດຶກ ຈິນ ກອງໜ້າທີມຊາດຫວຽດນາມ ຍິງໄດ້ 9 ປະຕູເທົ່າກັບ ໂອສະວັລໂດ ເຮ ກອງໜ້າທີມຊາດອິນໂດເນເຊຍ.

ທັງນີ້, ໄຊຊະນະນັດດັ່ງກ່າວ ຍັງເຮັດໃຫ້ ຫວຽດນາມ ສ້າງປະຫວັດສາດຄວ້າຫຼຽນຄໍາບານເຕະຊາຍໄດ້ເປັນຄັ້ງທໍາອິດ ນັບຕັ້ງແຕ່ປ່ຽນຊື່ຈາກກີລາແຫຼມທອງ ມາເປັນກີລາ ຊີເກມ ເມື່ອປີ 1977 ຫຼື 42 ປີກ່ອນ ແລະ ເປັນແຊັມຄັ້ງທີ 2 ໃນຮອບ 60 ນັບຕັ້ງແຕ່ໄດ້ແຊັມຄັ້ງຫຼັງສຸດໃນປີ 1959.

(ຄໍາສອນ; ຮູບຈາກ: AP)