ສອບເສັງແບບໃດໃຫ້ໄດ້ຄະແນນດີ? ເຊື່ອວ່ານ້ອງໆຫຼາຍຄົນອາດຈະເຄີຍພົບພໍ້ບັນຫາຫຼາຍໆຢ່າງກ່ອນສອບເສັງ ບໍ່ວ່າຈະເປັນເລື່ອງຂອງເວລາໜ້ອຍ, ກຽມຕົວບໍ່ທັນ.
ນ້ອງໆສາມາດນຳເອົາເຕັກນິກເຫຼົ່ານີ້ໄປໃຊ້ເພື່ອກຽມຕົວກ່ອນສອບເສັງໄດ້.
1 ທວນຄືນເນື້ອໃນ:
ເປັນສິ່ງທີ່ຈຳເປັນຫຼາຍ ທຸກຄັ້ງທີ່ນ້ອງໆຮຽນໜັງສືບໍ່ວ່າຈະໃນຊັ້ນຮຽນ ຫຼື ຮຽນເພີ່ມພິເສດ ຫຼັງເລີກຮຽນນ້ອງໆຄວນໃຊ້ເວລາຢ່າງໜ້ອຍເຄິ່ງຊົ່ວໂມງໃນການທວນຄືນເນື້ອໃນທີ່ຮຽນໄປໃນແຕ່ລະວັນ ເພື່ອທຳຄວາມເຂົ້າໃຈເນື້ອໃນທີ່ຮຽນມາ.
2 ວາງແຜນການອ່ານໜັງສື:
ເຮົາຕ້ອງວາງແຜນດີໆໃນການອ່ານແຕ່ລະວິຊາ, ເຮົາສາມາດແບ່ງລາຍວິຊາມື້ລະວິຊາ ຫຼື ມື້ລະ 2 – 3 ວິຊາ ເຊິ່ງຢູ່ທີ່ເຮົາກຳນົດ ເຊັ່ນ: ມື້ນີ້ເຮົາຈະອ່ານ 3 ວິຊາ ເຮົາສາມາດແບ່ງວິຊາລະ 2 ຊົ່ວໂມງໃຫ້ເທົ່າກັນ ແລ້ວອ່ານຕາມເວລາທີ່ເຮົາກຳນົດ ພຽງເທົ່ານີ້ນ້ອງໆກໍປະຕິບັດຕາມແຜນທີ່ວາງໄວ້ໄດ້ແລ້ວ.
3 ມີຄວາມຕັ້ງໃຈຢ່າງແທ້ຈິງ:
ຫາກເຮົາມີຄວາມຕັ້ງໃຈແທ້ເຮົາຈະອ່ານ ແລະ ພະຍາຍາມທຳຄວາມເຂົ້າໃຈເນື້ອໃນ ແນະນຳໃຫ້ຫາສະຖານທີ່ງຽບໆອ່ານ ເພາະຈະມີສະມາທິໃນການອ່ານຫຼາຍຂຶ້ນ.
4 ພັກຜ່ອນໃຫ້ພຽງພໍ:
ນ້ອງໆຄວນໃຫ້ຄວາມສຳຄັນກັບການພັກຜ່ອນຫຼາຍໆຄືກັນ ເພາະຖ້າເຮົານອນບໍ່ພຽງພໍ ເຮົາຈະບໍ່ມີແຮງອ່ານໜັງສືສອບເສັງ.
5 ສ້າງກຳລັງໃຈໃຫ້ຕົວເອງ:
ເປັນອີກວິທີໜຶ່ງໃນການກຽມຕົວສອບເສັງທີ່ເຮັດໃຫ້ເຮົາກ້າວຂ້າມຜ່ານອຸປະສັກຕ່າງໆໄປໄດ້ ຕ້ອງຄິດສະເໝີວ່າເຮົາຕ້ອງເຮັດໄດ້ ຖ້າຫາກເຮົາທໍ້ໃຫ້ເບິ່ງພາບອະນາຄົດໄວ້.
6 ແລກປ່ຽນຄວາມຮູ້ກັບໝູ່ເພື່ອນ:
ນ້ອງໆຄວນແລກປ່ຽນ ຄວາມຮູ້ກັບໝູ່ເພື່ອນນຳອີກ ເປັນການສອນໃຫ້ກັນ ແລະ ກັນໄປໃນຕົວ, ເນື້ອໃນທີ່ເພື່ອນຮູ້ອາດເປັນເນື້ອໃນທີ່ເຮົາຍັງບໍ່ຮູ້ ແລະ ເນື້ອໃນຂອງເຮົາຮູ້ອາດຈະເປັນປະໂຫຍດກັບໝູ່ເພື່ອນ.
7 ຈົດໃສ່ປຶ້ມເພີ່ມຕື່ມ:
ເຮົາຄວນຈົດເນື້ອໃນທີ່ເຮົາຄິດວ່າສຳຄັນແລ້ວອ່ານໃຫ້ເຂົ້າໃຈ ເພາະມັນຈະເຮັດໃຫ້ເຮົາຈື່ໄດ້ເວລາເຮົາກັບມາອ່ານ ເມື່ອເຮົາຈົດສິ່ງທີ່ຄິດວ່າສຳຄັນໄວ້ແລ້ວ ເວລາໃກ້ສອບເສັງເຮົາສາມາດກັບມາອ່ານໂຕທີ່ເຮົາຈົດໄວ້ ໂດຍທີ່ບໍ່ຈຳເປັນຕ້ອງອ່ານເນື້ອໃນທັງໝົດອີກ.
8 ຈື່ໃຫ້ເປັນພາບ:
ລອງໃຊ້ເຕັກນິກແປຈາກໂຕໜັງສືໄປເປັນຮູບພາບແທນ ຈະຊ່ວຍໃຫ້ເຮົາຈື່ງ່າຍຂຶ້ນ.
9 ຝຶກແກ້ໂຈດ:
ເປັນການກຽມຕົວກ່ອນສອບເສັງ ທີ່ຈະຊ່ວຍໃຫ້ນ້ອງໆເຮັດຂໍ້ສອບໄດ້ແນ່ນອນ ມັນຄ້າຍຄືເຮົາມີພູມຕ້ານທານມາແລ້ວລະດັບໜຶ່ງ ພໍເຖິງເວລາສອບເສັງແທ້ໆເຮົາຈະຕື່ນເຕັ້ນໜ້ອຍລົງ ແລະ ເມື່ອພົບຂໍ້ສອບທີ່ຄ້າຍຄືກັນນ້ອງໆກໍສາມາດແກ້ຂໍ້ສອບໄດ້ຢ່າງສະບາຍ.
10 ເພີ່ມພະລັງດ້ວຍອາຫານບຳລຸງສະໝອງ:
ເຮົາຄວນກິນອາຫານບຳລຸງສະໝອງ ເຊັ່ນ: ເຂົ້າກ່ອງ, ໄຂ່ຕົ້ມ, ເຂົ້າໜົມປັງ, ຖົ່ວຊະນິດຕ່າງໆ, ນົມ, ແອັບເປິລ, ກ້ວຍ, ໂຢເກິດ ເປັນຕົ້ນ.
ເປັນແນວໃດກັນແດ່ກັບເຕັກນິກທັງ 10 ຂໍ້ນີ້ ນ້ອງໆຢ່າລືມນຳເອົາເຕັກນິກເຫຼົ່ານີ້ໄປປັບໃຊ້ເພື່ອກຽມຕົວກ່ອນສອບເສັງ ຮັບຮອງວ່ານ້ອງໆສາມາດແກ້ຂໍ້ສອບຜ່ານແນ່ນອນ.
ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: ondemand