ເຕັກໂນໂລຊີປີ 2020 ທີ່ຕ້ອງຕິດຕາມ

128

ກາດເນີ ( Gartner ) ບໍລິສັດທີ່ໃຫ້ຄຳປຶກສາ ແລະ ວິໄຈທີ່ມີຊື່ສຽງຈາກສະຫະລັດເຜີຍ ເຕັກໂນໂລຊີທີ່ໜ້າຕິດຕາມໃນປີ 2020 ເພື່ອໃຫ້ອົງກອນ ແລະ ບໍລິສັດທົ່ວໂລກໄດ້ປັບຕົວທ່າມກາງຄວາມປ່ຽນແປງທາງດ້ານເຕັກໂນໂລຊີ ແລະ  ທຸລະກິດໃນອະນາຄົດອີກ 5 – 10 ປີຕໍ່ໜ້າ ໂດຍ Gartner ໄດ້ໃຫ້ນິຍາມວ່າ: “ People – Centric Smart Spaces ” ໂດຍແບ່ງອອກເປັນ 2 ກຸ່ມ ຄື: People – Centric ແລະ Smart Spaces.

ກຸ່ມ People – Centric ປະກອບມີ: Hyperautomation:Automation ຄືການນຳເຕັກໂນໂລຊີ ມາຈັດການວຽກງານບາງສິ່ງແທນມະນຸດໂດຍອັດຕະໂນມັດ, ໃນຂະນະທີ່ Hyperautomation ຕໍ່ຍອດ ໂດຍເພີ່ມການເຮັດວຽກຮ່ວມກັບເຕັກໂນໂລຊີຊັ້ນສູງ ເຊັ່ນ: AI ແລະ ML ເພີ່ມຂີດຄວາມສາມາດໃນການຕັດສິນໃຈ ແລະ ການເຮັດວຽກໂດຍອັດຕະໂນມັດໃຫ້ດີຍິ່ງຂຶ້ນ.

Multiexperience ເປັນການແທນທີ່ຂອງຫຼັກການທີ່ວ່າ “ ມະນຸດຕ້ອງເຂົ້າໃຈບໍລິບົດຂອງເຕັກໂນໂລຊີ ” ໃຫ້ເປັນ   “ ເຕັກໂນໂລຊີທີ່ເຂົ້າໃຈບໍລິບົດຂອງມະນຸດ ” ແນວຄິດນີ້ເຮັດໃຫ້ຄອມພິວເຕີວິວັດທະນາການຈາກລະບົບທີ່ມີປະຕິສຳພັນພຽງຈຸດດຽວໄປເປັນຫຼາຍລະບົບທີ່ມີຫຼາຍເຊັນເຊີ ແລະ ຫຼາຍສ່ວນຕໍ່ປະສານທີ່ພ້ອມປະຕິສຳພັນກັບມະນຸດ ເຊັ່ນ: ອຸປະກອນສວມໃສ່ເພື່ອສຸຂະພາບ, ເຊັນເຊີຄອມພິວເຕີຊັ້ນສູງ, ຍານພາຫະນະອັດຕະໂນມັດ.

Democratization ການເຂົ້າເຖິງເຕັກໂນໂລຊີຢ່າງເສລີເປັນການສະໜັບສະໜູນໃຫ້ປະຊາຊົນສາມາດເຂົ້າເຖິງຄວາມຊ່ຽວຊານທາງດ້ານເຕັກໂນໂລຊີ ແລະ ທຸລະກິດໄດ້ງ່າຍ ໂດຍບໍ່ຈຳເປັນຕ້ອງມີການຝຶກອົບຮົມ ຫຼື ຮຽນຮູ້ເພີ່ມ ເຊິ່ງແບ່ງອອກເປັນ 4 ກຸ່ມ ເຊັ່ນ: Application Development, Data & Analytics, Design ແລະ Knowledge ເຊິ່ງນັກພັດທະນາສາມາດສ້າງໂມເດວ ຫຼື ຮູບແບບຂໍ້ມູນໄດ້ເຖິງຈະບໍ່ມີທັກສະ Data Scientist ແຕ່ອາໄສການພັດທະນາ AI ສະໜັບສະໜູນແທນ.

Human Augmentation ຄື: ການໃຊ້ເຕັກໂນໂລຊີເພື່ອເພີ່ມປະສົບການທາງດ້ານກາຍະພາບ ແລະ ການຮັບຮູ້ໃຫ້ດີຂຶ້ນ ເຊັ່ນ: ອຸປະກອນສວມໃສ່ເພື່ອສຸຂະພາບ ຖືກນຳມາໃຊ້ໃນອຸດສາຫະກຳຍານຍົນ ແລະ ບໍ່ແຮ່ ເພື່ອເພີ່ມຄວາມປອດໄພໃຫ້ແກ່ພະນັກງານ ຫຼື ການໃຊ້ປະໂຫຍດຈາກຂໍ້ມູນ ແລະ ແອັບພລິເຄຊັນ ເພື່ອເພີ່ມປະສົບການໃນການຮຽນຮູ້ ແລະ ຄວາມສາມາດໃນການຕັດສິນໃຈ.

Transparency ແລະ Traceability ວິວັດທະນາການຂອງເຕັກໂນໂລຊີກໍ່ໃຫ້ເກີດວິກິດດ້ານຄວາມເຊື່ອຖື ( Trust ) ຜູ້ບໍລິໂພກເລີ່ມກັງວົນເຖິງການລະເມີດຄວາມເປັນສ່ວນບຸກຄົນຫຼາຍຂຶ້ນ ກໍ່ໃຫ້ເກີດຄວາມໂປ່ງໃສ ( Transparency ) ແລະ ການຕິດຕາມກວດສອບ ( Traceability ) ເຊິ່ງມຸ່ງເນັ້ນ 6 ດ້ານສຳຄັນ ຄື: ສິລະທຳ, ຄວາມຖືກຕ້ອງ, ຄວາມເປີດເຜີຍ, ຄວາມຮັບຜິດຊອບ, ຄວາມສາມາດ ແລະ ຄວາມສອດຄ່ອງ ຜົນຮັບຄືກົດໝາຍຄຸ້ມຄອງສ່ວນບຸກຄົນທີ່ເລີ່ມບັງຄັບໃຊ້ທົ່ວໂລກ ໂດຍຈະມຸ່ງເນັ້ນດ້ານສິລະທຳ, ຄວາມຖືກຕ້ອງ, ຄວາມເປີດເຜີຍ, ຄວາມຮັບຜິດຊອບ, ຄວາມສາມາດ ແລະ ຄວາມສອດຄ່ອງ.

ເຕັກໂນໂລຊີຕ່າງໆບໍ່ວ່າຈະເປັນ AI ຫຼື Machine Learning ຕ້ອງມີຄວາມໂປ່ງໃສໃນການໃຊ້ຂໍ້ມູນ, ການສ້າງ ແລະ ເທຣນຂໍ້ມູນຕ່າງໆ ແລະ ຍັງຕ້ອງເຮັດໃຫ້ສາມາດເຂົ້າໄປຕິດຕາມກວດສອບລະບົບເຫຼົ່ານັ້ນໄດ້.

ກຸ່ມ Smart Spaces ປະກອບມີ: The Empowered Edge: Edge Computing ເປັນແນວຄິດທາງໂຄງຂ່າຍທີ່ຂໍ້ມູນຖືກຈັດເກັບ, ປະມວນຜົນ ແລະ ສົ່ງມອບ ເຊິ່ງສະຖານທີ່ໃກ້ກັບແຫຼ່ງຂໍ້ມູນເພື່ອຫຼຸດຄ່າ ຄວາມໜ່ວງ ( Latency ) ລົງ Empowered Edge ເປັນການຕໍ່ຍອດພື້ນຖານອຸປະກອນ loT ແລະ Edge Computing ເພື່ອສ້າງພື້ນທີ່ອັດສະລິຍະ ແລະ ຍ້າຍແອັບພລິເຄຊັນ ແລະ ບໍລິການຕ່າງໆໃຫ້ເຂົ້າມາໃກ້ກັບຜູ້ໃຊ້ຫຼາຍທີ່ສຸດ.

The Distributed Cloud ໝາຍເຖິງການກະຈາຍຕົວຂອງການບໍລິການ Public Cloud ໄປຍັງສະຖານທີ່ອື່ນໆພາຍນອກ Data Center ຂອງ Cloud Provider ແຕ່ຍັງຄົງຢູ່ພາຍໃຕ້ການຄວບຄຸມຂອງ Cloud Provider ເຫຼົ່ານັ້ນສົ່ງຜົນໃຫ້ Data Center ສາມາດຕັ້ງຢູ່ບ່ອນໃດກໍໄດ້ແກ້ບັນຫາເລື່ອງຄ່າຄວາມໜ່ວງສູງ ( Latency ) ແລະ ຂໍ້ບັງຄັບຢ່າງອະທິປະໄຕທາງຂໍ້ມູນ ( Data Sovereignty ) ການປ່ຽນແປງຈາກ Public Cloud ແບບລວມສູນໄປເປັນ Public Cloud ແບບກະຈາຍນີ້ຖືເປັນຍຸກໃໝ່ຂອງ Cloud Computing.

AI Security ເຖິງວ່າເຕັກ ໂນໂລຊີສະໄໝໃໝ່ຢ່າງ Hyberautomation ແລະ Autonomous Things ຈະເຂົ້າມາພິກໂສມໂອກາດໃນໂລກທຸລະກິດ, ແຕ່ເຕັກໂນໂລຊີກໍໄດ້ນຳພາຊ່ອງວ່າງດ້ານຄວາມໝັ້ນຄົງປອດໄພໃໝ່ໆເຂົ້າມາ ທີມຮັກສາຄວາມໝັ້ນຄົງປອດໄພຈຶ່ງຕ້ອງຄຳນຶງເຖິງປະເດັນດ້ານ AI Security 3 ປະການ ໄດ້ແກ່: ການປົກປ້ອງລະບົບທີ່ໃຊ້ AI/ML, ການນຳ AI ເຂົ້າມາໃຊ້ເພື່ອເສີມແກນການຮັກສາ ຄວາມປອດໄພ ແລະ ການກຽມພ້ອມຮັບມືກັບແຮັກເກີທີ່ໃຊ້ AI ສະໜັບສະໜູນ.

ໂດຍ: ສົມລົດ, ທີ່ມາ: https://www.it24hrs.com/2019/trends-technology-2020-it-2020