ສຸກັນ ນ໊ອກຄູ່ແຂ່ງຈາກອິນໂດເນເຊຍ ຍົກທໍາອິດ ຄວ້າຫຼຽນຄໍາທໍາອິດໃຫ້ ທັບນັກກີລາລາວ ໃນຊີເກມ 2019

180

ສຸກັນ ໄຕປັນຍາວົງ ( ນ້ອງໂອ ) ນັກກີລາຄິກບ໊ອກຊິ້ງລາວ ( Kickboxing ) ສ້າງຜົນງານໂດດເດັ່ນເອົາຊະນະນ໊ອກ ນັກມວຍຈາກອິນໂດນເຊຍ ໃນຍົກທໍາອິດ ໃນວັນທີ 10 ທັນວາ 2019 ຄວ້າຫຼຽນຄໍາທໍາອິດໃຫ້ກັບ ທັບນັກກີລາລາວ ໃນຊີເກມ 2019.

ຮອບຊີງຫຼຽນຄໍາເລີ່ມຂຶ້ນໃນວັນທີ 10 ທັນວາ 2019 ເວລາ 16:15 ໂມງຕາມເວລາໃນບ້ານເຮົາ ປາກົດວ່າ: ຍົກທໍາອິດ ສຸກັນ ເດີນເຂົ້າໃສ່, ສ່ວນ ອິນໂດເນເຊຍ ຖອຍຕີ ກ່ອນຄົບຍົກ ສຸກກັນ ເຕະເຂົ້າທ້ອງຄູ່ແຂ່ງ ຈົນນອນກັບພື້ນ ຈົນຕ້ອງໃຫ້ແພດສະໜາມເຂົ້າມາປະຖົມພະຍາບານ ກ່ອນຫາມອອກຈາກສະໜາມ ແລະ ກໍາມະການຊູມືໃຫ້ກັບ ສຸກັນ ເອົາຊະນະໄປ ຄວ້າຫຼຽນຄໍາຫຼຽນທໍາອິດໃຫ້ກັບທັບນັກກີລາລາວ

ຈາກຜົນດັ່ງກ່າວ ເຮັດໃຫ້ທັບນັກກີລາລາວ ຍາດໄດ້ຫຼຽນຄໍາທໍາອິດໃນຊີເກມ 2019 ແລະ ອາດເປັນຫຼຽນຄໍາສົ່ງທ້າຍ ເພາະ 25 ປະເພດກີລາທີ່ ທັບນັກກີລາສົ່ງເຂົ້າຮ່ວມ ແມ່ນແຂ່ງຂັນເກືອບສໍາເລັດໝົດແລ້ວຍັງເຫຼືອກີລາແລ່ນ-ລານ ແລະ ວັນດັ່ງກ່າວຈະເປັນມື້ສຸດທ້າຍຂອງການແຂ່ງກີລາ, ເຊິ່ງມາມາຮອດວັດນທີ 9 ທັນວາ 2019 ( ເວລາ 19:30 ໂມງ ) ລາວ ສາມາດຍາດມາໄດ້ແລ້ວ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 24 ຫຼຽນທອງ.

\

ສ່ວນຜູ້ນໍາໃນຕາຕະລາງສະຫຼຸບຫຼຽນໃນງານມະຫະກໍາກີລາຊີເກມ 2019 ຍັງເປັນຂອງເຈົ້າພາບ ຟິລິບປິນ ກວາດໄປແລ້ວ 142 ຫຼຽນຄໍາ, 106 ຫຼຽນເງິນ ແລະ 113 ຫຼຽນທອງ, ອັນດັບ 2 ໄທ 91 ຫຼຽນຄໍາ, 82 ຫຼຽນເງິນ ແລະ 100 ຫຼຽນທອງ; ອັນດັບ 3 ຫວຽດນາມ 82 ຫຼຽນຄໍາ, 82 ຫຼຽນເງິນ ແລະ 100 ຫຼຽນທອງ; ສ່ວນ ຕີມໍ ເລັສເຕ ຍາດໄດ້ 1 ຫຼຽນເງິນ ແລະ 5 ຫຼຽນທອງ ຢູ່ອັນດັບສຸດທ້າຍຂອງຕາຕະລາງ.